ຮອດປີໃໝ່ຈໍາປາຫອມ, ດອກຄູນບານ, ດອກຈານເຮື່ອ.
ໂດຍ: ທິດກໍ່າ
ໃນປະໂຫຍກທີ່ຕັ້ງຂຶ້ນນີ້ ມັນສາມາດຕີຄວາມໝາຍໄປໄດ້ຫລາຍຢ່າງ ,ໂດຍ: ທິດກໍ່າຣັ່ງຮອບ 2 ຈະມີຂຶ້ນໃນວັນທີ 7 ພຶດສະພານີ້.ດີ. ທ້ວງຫລາຍຄົນພາກັນຈູດໄຟເຜົາລົດຍົນ, ຂະນະທີ່ກຸ່ມຜູ້ສະໜັບມີທັງຄວາມໝາຍເລິກ, ຄວາມໝາຍແປນ ແລະ ຄວາມໝາຍຕື້ນ. ໃນຄວາມໝາຍແປນກັບຄວາມໝາຍຕື້ນນີ້ມັນກໍເປັນຄວາມຈິງຢູ່ວ່າ ເມື່ອເຖິງຍາມປີໃໝ່ມາຮອດແລ້ວ ບໍ່ວ່າດອກຈໍາປາ, ດອກຄູນ, ດອກຈານ, ດອກຈິກ, ດອກຮັງ ແລະ ດອກໄມ້ນາໆຊະນິດມັນບານເຮືອງເຮື່ອເຕັມບ້ານເຕັມເມືອງ ແລະ ເຕັມປ່າເຕັມດົງ. ນີ້ກໍຖືວ່ານັກຕັກກະສາດບູຮານ, ນັກໂຫລາສາດ, ນັກຫັກໄມ້ໄລ່ຍາມຮຸ້ນກ່ອນຜູ້ພາຕັ້ງເອົາມື້, ເອົາວັນ, ເອົາເດືອນ, ເອົາປີ ມາເປັນປີໃໝ່ມັນກາຍມາເປັນວິທະສາດໃນຍຸກເຕັກໂນໂລຊີທີ່ທັນສະໄໝ ເພາະໃນພຶດຕິກໍາຕົວຈິງພໍເຖິງຍາມປີໃໝ່ ຫລືວ່າ ລະດູບານໃໝ່ມາຮອດແລ້ວ ປວງຊົນລາວເຮົາທັງຊາດກໍພາກັນເອົາດອກໄມ້ທີ່ວ່ານີ້ມາປະກອບກັບພິທີກໍາຂອງຕົນໃນໂອກາດປີໃໝ່ເຊັ່ນ: ເອົາມາປະດັບປະດາຕົກແຕ່ງພາຂວັນ, ເກັບເອົາມາບູຊາໃນວັນສິນວັນພະຢູ່ຕາມເຮືອນ, ວັດວາອາຮາມ ແລະ ບ່ອນສັກສິດຕ່າງໆ. ຖືວ່ານັບແຕ່ມື້ນັ້ນມາດອກຈໍາປາຈຶ່ງກາຍເປັນດອກໄມ້ປະຈໍາຊາດຂອງພວກເຮົາເທົ່າຜອງທຸກວັນນີ້. ນີ້ລະຄືຄວາມໝາຍແປນທີ່ຜູ້ຂຽນຢາກຍົກຂຶ້ນມາເວົ້າ.
ສ່ວນວ່າຄວາມໝາຍເລິກນັ້ນ ມັນກໍມີຢູ່ວ່າພໍເຖິງຍາມປີໃໝ່ ຫລືວ່າ ລະດູບານໃໝ່ມາຮອດມາເຖິງແລ້ວ, ປວງຊົນລາວທັງຊາດ, ທຸກຊົນຊາດຊົນເຜົ່າກໍພ້ອມກັນເບີກບານມ່ວນຊື່ນຕ້ອນຮັບສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ດ້ວຍມານະຈິດ ແລະ ບັນຍາກາດອັນມ່ວນຊື່ນຄຶກຄື້ນ. ໃນພຶດຕິກໍາຕົວຈິງທີ່ໄດ້ສະແດງອອກນັ້ນກໍມີສຽງຂັບສຽງລໍາ, ມີມະໂຫລີດົນຕຣີເສບມີການອວຍພອນກັນດ້ວຍຝ້າຍຜູກແຂນ ແລະ ຫົດສົງດ້ວຍນ້ຳບໍລິສຸດ, ມີການຜູກຂໍ່ຕໍ່ແຂນ, ສົມມາຄາລະວະຕາມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ. ຈາກສິ່ງນີ້ລະມັນກໍປຽບເໝືອນ ແລະ ສະແດງໃຫ້ເຫັນເຖິງຄວາມອົບອຸ່ນ, ຄວາມຮັກຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາພ້ອມກັນເຮັດໂຮມກັນສ້າງຢູ່ອ້ອມຂ້າງພັກ ຫລື ບໍ່ກໍປຽບເໝືອນໝູ່ດາວລ້ອມເດືອນທີ່ໃຫ້ແສງສະຫວ່າງແກ່ພື້ນພິພົບໃນຍາມຣາຕຣີການ.
ຄວາມໝາຍໃນປະໂຫຍກຂ້າງເທິງທີ່ຜູ້ຂຽນໄດ້ຕັ້ງຂຶ້ນເປັນບັນຫາເພື່ອແກະໄງ້ມາເລົ່າສູ່ກັນຟັງ ເຊິ່ງໃນຄວາມເປັນຈິງແລ້ວໃນໜຶ່ງປີທີ່ຜ່ານມາພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ພວກເຮົາກໍສາມາດມີຜົນງານອັນຍິ່ງໃຫຍ່ຫລາຍດ້ານ. ເວົ້າໄດ້ວ່າເກືອບທຸກຂົງເຂດເສດຖະກິດ-ສັງຄົມ, ວັດທະນະທໍາໄດ້ເດີນໜ້າໄປຕິກໆ. ຕາມເຮົາວ່າ, ກວ່າຈະມາເຖິງຈຸດນີ້ໃນໜຶ່ງປີຜ່ານມາພວກເຮົາກໍມີອັນສະດວກ ແລະ ຫຍຸ້ງຍາກ. ໃນຄໍາວ່າສະດວກນັ້ນ ພວກເຮົາໄດ້ມີພັກ ແລະ ລັດຖະບານນໍາພາສ້າງສາບ້ານເມືອງນັບແຕ່ບາດກ້າວເລີ່ມຕົ້ນຈົນມາຮອດໄລຍະສ້າງສາພັດທະນາຢ່າງກ້າວກະໂດດຂັ້ນ. ສ່ວນວ່າອັນຫຍຸ້ງຍາກນັ້ນ ພວກເຮົາໄດ້ຜ່ານອຸປະສັກນາໆປະການເຊັ່ນ: ມີກຸ່ມຄົນທີ່ບໍ່ຫວັງດີຄອຍຕໍ່ຕ້ານຍຸແຍ່, ການສ້າງສາເສດຖະກິດ-ສັງຄົມເລີ່ມຈາກສອງຝາມືເປົ່າ, ປະເທດຊາດທຸກຍາກ ແລະ ດ້ອຍພັດທະນາ ຈົນມາຮອດທຸກວັນນີ້ພວກເຮົາກໍບໍ່ທັນສາມາດປົດເປື້ອງຄວາມທຸກຍາກໄດ້. ຕາມແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດທະນາຊົນນະບົດໄດ້ຄາດກະໄປຮອດ 2020 ຈຶ່ງໃຫ້ສາມາດປົດປ່ອຍອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໄດ້ຢ່າງຊິ້ນເຊີງ, ແຕ່ຈະໄປຕາມຄວາມມຸ້ງຫວັງໄດ້ ຫລື ບໍ່ນັ້ນ ມັນກໍຂຶ້ນກັບປວງຊົນລາວທັງຊາດເປັນຜູ້ລຸຍ ແລະ ບຸກທະລຸຮ່ວມກັນ. ແຕ່ອັນສໍາຄັນຕາມເຮົາວ່າ, ກ່ອນອື່ນໝົດຕ້ອງໄດ້ພ້ອມກັນປາບສິ່ງຫຍໍ້ທໍ້, ຫລ້າຫລັງທີ່ມັນຍັງກົດໜ່ວງຄວາມຈະເລີນຂອງຊາດເຊັ່ນ: ຢາເສບຕິດ, ການສໍ້ລາດບັງຫລວງ ແລະ ອື່ນໆ. ອັນໂຕທີ່ເດັດໆນັ້ນແມ່ນຄວາມຊື່ສັດບໍລິສຸດ, ຄວາມຈິງໃຈສ້າງສາປະເທດຊາດບ້ານເມືອງເປັນຫລັກຂອງຜູ້ທີ່ເປັນຫົວຈັກຫລັກແຫລ່ງ. ຢ່າໃຫ້ເປັນຄືໄລຍະຫລາຍສິບປີຜ່ານມາ, ຜູ້ເປັນຫົວໜ້າ ຫລືວ່າ ເປັນນາຍມີແຕ່ໄດ້ກັບໄດ້, ຢາກໄດ້ດິນຢູ່ບ່ອນໃດກໍໄປຊີ້ເອົາ, ຢາກໄດ້ເງິນຫລາຍກໍຫາທຸກວິທີເພື່ອເອົາລາຍຮັບຂອງຊາດໄປເຂົ້າຖົງຕົນເອງຈົນຮັ່ງຈົນມີ ຈົນເຮັດໃຫ້ພະນັກງານຢູ່ທ້ອງຖິ່ນຮາກຖານເຂົາບໍໄດ້ຮັບເງິນເດືອນປົກກະຕິ. ຕາມເຮົາວ່າຖ້າຫົວຈັກຫລັກແຫລ່ງແຕ່ລະທ້ອງຖິ່ນຮາກຖານພາກັນເຮັດແບບນີ້ບໍ່ພຽງແຕ່ຈະເປັນການກົດໜ່ວງຄວາມຈະເລີນຂອງຊາດ, ແຕ່ມັນຈະນໍາພາປະເທດຊາດຈິບຫາຍ.