ນາໂຕເນລະເທດນັກການທູດຣັດເຊຍ 7 ຄົນ

- news URQIjxxlTU064918 533 1 - ນາໂຕເນລະເທດນັກການທູດຣັດເຊຍ 7 ຄົນ
- kitchen vibe - ນາໂຕເນລະເທດນັກການທູດຣັດເຊຍ 7 ຄົນ

ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ​ເນລະ​ເທດ​ເຈົ້າໜ້າ​ທີ່​ການ​ທູດ​ຂອງຣັດ​ເຊຍ 7 ຄົນ ​ແລະ ບໍ່​ຮັບຮອງ​ນັກ​ການ​ທູດ​ໃໝ່​ອີກ 3 ຄົນ ຈາກ​ກໍລະນີ​ສາຍ​ລັບຣັດ​ເຊຍ​ໃນ​ອັງກິດ​ໄດ້​ຮັບ​ສານພິດ, ສ່ວນ​ລັດຖະບານ​ມົດ​ສະ​ກູ​ວິຈານ​ສະຖານະ​ການ​ທີ່​ເກີດ​ຂຶ້ນຄື​ບົດ​ທົດ​ສອບ “ຄວາມ​ເປັນ​ເອກະລາດ” ຂອງ​ແຕ່ລະ​ປະ​ເທດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງບຣຸກ​ແຊນ ປະ​ເທດ​​ແບນ​ຊິກ ​ໃນ​ວັນ​ທີ 28 ມີນາ​ວ່າ: ທ່ານ ​ເຢນ ສ​ໂຕ​ລ​ເທ​ນ​ເບິ​ກ ​ເລຂາທິການ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (ນາ​ໂຕ) ກ່າວ​ໃນ​ວັນ​ທີ 27 ມີນາ ​ເລື່ອງ​ການ​ເນລະ​ເທດ​ເຈົ້າໜ້າ​ທີ່​ການ​ທູດ​ຂອງຣັດ​ເຊຍ 7 ຄົນ​ອອກ​ຈາກ​ສຳນັກງານ​ຄະນະ​ຜູ້​ແທນ​ຖາວອນຣັດ​ເຊຍ​ປະຈຳ​ນາ​ໂຕ ​ແລະ ການ​ປະຕ​ິ​ເສດ​ຮັບ​ສານ​ຕາຕັ້ງຂອງ​ເຈົ້າໜ້າ​ທີ່​ການ​ທູດ​ຊຸດ​ໃໝ່​ຈາກ​ນະຄອນຫລວງ​ມົດ​ສະ​ກູອີກ 3 ຄົນ “​ເພື່ອ​ສະ​ແດງ​ຄວາມ​ເປັນນ້ຳໜຶ່ງ​ໃຈ​ດຽວ” ກັບ​ພັນທະ​ມິດ ຕໍ່​ກໍລະນີ​ທ່ານ ​ເຊີ​ເກ ສກຣີພັລ ອະດີດ​ເຈົ້າໜ້າ​ທີ່​ຂ່າວ​ລັບ​ທະຫານ​ຂອງຣັດ​ເຊຍ ​ແລະ ລູກ​ສາວ ​ໄດ້​ຮັບ​ສານພິດ​ຮ້າຍ​ແຮງ​ ທີ່​ເມືອງ​ຊາ​ລິ​ສບິ​ວຣີ ທາງ​ຕອນ​ໃຕ້​ຂອງອັງກິດ ​ໃນ​ວັນ​ທີ 4 ມີນາ.

ການ​​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ນາ​ໂຕ ​ເກີດ​ຂຶ້ນ​ໃນ​ເວລາ​ດຽວ​ກັບທີ່ 27 ປະ​ເທດ ສ່ວນ​ຫລາຍ​ຢູ່​ທະວີບ​ເອີຣົບ ຮ່ວມ​ກັນ​ເນລະ​ເທດ​ເຈົ້າໜ້າ​ທີ່​ການ​ທູດ​ຂອງຣັດ​ເຊຍ​ແລ້ວ 144 ຄົນ ​ໃນ​ຈຳນວນ​ນີ້​ເປັນ​ຄຳ​ສັ່ງ​ຂອງ​ອາ​ເມ​ລິ​ກາ​ຫລາຍ​ທີ່​ສຸດ 60 ຄົນ, ຖັດມາ​ແມ່ນ​ສະຫະ​ລາຊະ​ອານາຈັກ 23 ຄົນ ​ແລະ ອູ​​ແກຣນ 13 ຄົນ.

- 4 - ນາໂຕເນລະເທດນັກການທູດຣັດເຊຍ 7 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!