ອາຊຽນຮ່ວມກັນຮ່າງແຜນປະຕິບັດງານຖະແຫລງການວຽງຈັນ


ປະທານກອງປະຊຸມ ໄດ້ມີຄຳເຫັນວ່າ: ການຫັນປ່ຽນຈາກການຈ້າງງານນອກ ລະບົບໄປສູ່ໃນລະບົບນັ້ນ ເປັນການສ້າງໂອກາດໃນການຈ້າງານຫລາຍຂຶ້ນ, ເປັນການແກ້ໄຂຄວາມແຕກໂຕນໃນການພັດທະນາໃນຕົວເມືອງ ແລະ ຊົນນະບົດ ທັງເປັນການສົ່ງເສີມທ່າແຮງຂອງຜູ້ປະກອບການ, ແນວຄວາມຄິດທີ່ປະດິດສ້າງ, ຄວາມຫລາກຫລາຍຂອງສີມືແຮງງານ, ຄວາມອາດສາມາດໃໝ່ຂອງຜູ້ອອກແຮງງານ ແລະ ຫົວໜ່ວຍເສດຖະກິດນອກລະບົບ ເພື່ອສ້າງຊ່ອງທາງໃນການພັດທະນາເສດຖະກິດ ໃຫ້ມີຫລາຍຮູບແບບຕໍ່ການປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງ ບັນດາປະເທດສະມາຊິກອາຊຽນໃຫ້ຫລຸດລົງເທື່ອລະກ້າວ. ນອກນີ້ ຍັງແນ່ໃສ່ສົ່ງເສີມ ການພັດທະນານະໂຍບາຍທີ່ຫັດກຸມ ແລະ ເປັນກົນໄກທີ່ເໝາະສົມ ໃນການສະໜັບສະໜູນ ກິດຈະກຳການຜະລິດ, ເອື້ອຍອຳນວຍການມີວຽກເຮັດງານທຳ, ເຮັດໃຫ້ການຂະຫຍາຍ ຕົວຂອງຫົວໜ່ວຍເສດຖະກິດຈຸລະພາກ, ລວມໄປເຖິງວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມນີ້ ຍັງເປັນການປົກປ້ອງສິດຜົນ ປະໂຫຍດຂອງຜູ້ອອກແຮງງານໃນຂະແໜງ ເສດຖະກິດນອກລະບົບກ່ຽວກັບຄວາມປອດໄພ, ສະພາບແວດລ້ອມ ລວມໄປເຖິງການເຄື່ອນຍ້າຍຂອງແຮງງານ, ໂດຍສະເພາະແຮງງານເພດຍິງ ແລະ ຜູ້ທີ່ເຮັດວຽກໃນສະ ພາບແວດລ້ອມທີ່ມີຄວາມສ່ຽງໃຫ້ໄດ້ເຂົ້າເຖິງການປິ່ນປົວສຸຂະພາບທີ່ຈຳເປັນ ແລະ ຄ້ຳປະກັນລາຍໄດ້ຂັ້ນພື້ນຖານ ເພື່ອຮັບປະກັນຄວາມເປັນຢູ່ທີ່ດີຂອງຜູ້ອອກແຮງງານ, ໂດຍຖືເອົາຜົນປະໂຫຍດຂອງຜູ້ອອກແຮງງານເປັນຫລັກ.
ຖະແຫລງການດັ່ງກ່າວ ໄດ້ຖືກຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຜ່ານມານີ້, ຊຶ່ງເປັນນິມິດໝາຍອັນສຳຄັນໃນການປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດວິໄສທັດອາຊຽນ 2016-2025 ແລະ ການຈັດຕັ້ງປະຕິບັດເປົ້າ ໝາຍສະຫັດສະຫວັດ ເພື່ອການພັດທະນາແບບຍືນຍົງ ຫລັງປີ 2015 ຂອງອົງການສະ ຫະປະຊາຊາດ ກ່ຽວກັບການສົ່ງເສີມການເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະ ການຈ້າງງານ, ຜະລິດຕະພາບແຮງງານແບບເຕັມສ່ວນ ແລະ ການເຮັດໃຫ້ວຽກມີ ຄຸນຄ່າ ແລະ ກາຍເປັນຮູບປະທຳຂຶ້ນເທື່ອລະກ້າວ.