ເຊລຊີ ລ໋ອກເປົ້າ ອາຊາໂມອາ ເສີມແບັກຊ່ວງໜ້າຮ້ອນ

- news201803161413282 - ເຊລຊີ ລ໋ອກເປົ້າ ອາຊາໂມອາ ເສີມແບັກຊ່ວງໜ້າຮ້ອນ
- kitchen vibe - ເຊລຊີ ລ໋ອກເປົ້າ ອາຊາໂມອາ ເສີມແບັກຊ່ວງໜ້າຮ້ອນ

ສື່​ອ້າງ ​ເຊ​ລຊີ ສົນ​ໃຈ​ຄວ້າ ຄວັດ​ໂວ ອາຊາ​ໂມ​ອາ ຟູ​ລ​ແບັກ ຢູ​ເວນ​ຕຸ​ສ ​ໃນ​ຊ່ວງ​ໜ້າ​ຮ້ອນ​ນີ້ ຫລັງ​ນັກ​ເຕະ​ກາ​ນາ​ເຫລືອ​ສັນຍາ​ກັບ ຢູ​ເວນ​ຕຸ​ສ ​ເຖິງ​ຈົບ​ລະດູ​ການ​ນີ້​ເທົ່າ​ນັ້ນ. ຂະນະ​ທີ່ ນາ​ໂປ​ລີ ກັບ ອິນ​ເຕີ ມິ​ລານ ກໍ​ກຳລັງ​ຕິດຕາມ​ສະຖານະ​ການ​ຂອງ​ນັກ​ເຕະ​ຄົນ​ນີ້​​ເຊັ່ນ​ກັນ.

“ກັລ​ໂຊ​ແມຣຄາ​ໂຕ້” ສື່​ຊື່​ດັງ​ຂອງ​ປະ​ເທດ​ອີ​ຕາ​ລີ ລາຍ​ງານ​ຂ່າວ​ວ່າ: ຄວັດ​ໂວ ອາຊາ​ໂມ​ອາ ​ແບັກ​ຊ້າຍ ຢູ​ເວນ​ຕຸ​ສ ສະ​ໂມ​ສອນ​ຍັກ​ໃຫຍ່​ເວທີ​ກັລ​ໂຊ ​ເຊ​ເຣຍ ອາ ອີ​ຕາ​ລີ ກຳລັງ​ຕົກ​ເປັນ​ເປົ້າໝາຍ​ເສີມ​ທີ​ມຂອງ ​ເຊ​ລຊີ ສະ​ໂມ​ສອນ​ດັງ​ຈາກ​ເວທີ ພຣີ​ເມຍ​ລີກ ອັງກິດ ກ່ອນ​ຕະຫລາດ​ຊື້-ຂາຍ​ນັກ​ເຕະ​ໜ້າ​ຮ້ອນ​ນີ້​ຈະ​ເປີດ​ຂຶ້ນ​ໃນ​ກາງ​ປີ​ນີ້.

- Visit Laos Visit SALANA BOUTIQUE HOTEL - ເຊລຊີ ລ໋ອກເປົ້າ ອາຊາໂມອາ ເສີມແບັກຊ່ວງໜ້າຮ້ອນ

​ຟູ​ລ​ແບັກ​ຊາວ​ກາ​ນາ ອາຍຸ 29 ປີ ຈະ​ໝົດ​ສັນຍາ​ໃນ​ອັລລິ​ອັນ ສະ​ເຕດ້ຽມ ຊ່ວງ​ຈົບ​ລະດູ​ການ​ນີ້ ​ແລະ ລາວ​ຈະ​ສາມາດ​ຍ້າຍ​ທີ​ມ​ໄດ້​ແບບ​ບໍ່​ມີຄ່າ​ຕົວ ຖ້າ ​ເຊ​ລຊີ ຕັດສິນ​ໃຈ​ເດີນ​ໜ້າ​ຄວ້າ ອາຊາ​ໂມ​ອາ ​ໃນ​ຊ່ວງ​ໜ້າ​ຮ້ອນ​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເຊື່ອ​ກັນ​ວ່າ ​ເຊ​ລຊີ ພ້ອມ​ຍື່ນ​ຂໍ້​ສະ​ເໜີ​ທີ່​ເປັນ​ຮູບ​ປະ​ທຳ ​ເພື່ອ​ຂໍ​ຄວ້າ​ຕົວ ອາຊາ​ໂມ​ອາ ກໍ​ຕໍ່​ເມື່ອ ອັນ​ໂຕ​ນິ​ໂອ ຄອນ​ເຕ້ ຜູ້​ຈັດການ​ທີ​ມຊາວ​ອີ​ຕາ​ລີ ອຳ​ລາ​ຖິ່ນ ສະ​​ແຕມ​ຟອດ ບຣິດ ​ໃນ​ກາງ​ປີ​ນີ້​ເທົ່າ​ນັ້ນ.

“ກັລ​ໂຊ​ແມ​ຄາ​ໂຕ້” ຍັງ​ອ້າງ​ອີກ​ວ່າ: ອິນ​ເຕີ ມິ​ລານ ​ແລະ ນາ​ໂປ​ລີ ກໍ​ກຳລັງ​ຕິດຕາມ​ສະຖານະ​ການ​ຂອງ ອາຊາ​ໂມ​ອາ ​ເຊັ່ນ​ກັນ ​ເນື່ອງ​ຈາກ​ທັງ 2 ທີ​ມຕ່າງ​ຢາກ​ໄດ້​ນັກ​ເຕະ​ໃໝ່​ເຂົ້າມາ​ເສີມ​ໃນ​ຕຳ​ແໜ່​ງ​ແບັກ​ຊ້າຍ​ຂອງ​ທີ​ມ.

- 3 - ເຊລຊີ ລ໋ອກເປົ້າ ອາຊາໂມອາ ເສີມແບັກຊ່ວງໜ້າຮ້ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!