ຫັນຊັບສິນເປັນທຶນ
ໂດຍ : ທິດກ່ຳ
ໃນຄວາມເປັນຈິງແລ້ວ, ເທົ່າທີ່ທິດກ່ຳເຫັນ ທັງໄດ້ຍິນ ແລະ ໄດ້ຟັງຄຳຄິດເຫັນກ່ຽວກັບບັນຫາການຫັນຊັບສິນເປັນທຶນນັ້ນ ຍັງມີຫລາຍທ່ານຫລາຍສະຫາຍມີການຖົກຖຽກກັນເອົາແຕ່ຜູ້ຈະຄິດ ແລະ ຜູ້ຈະເຮັດ, ເປັນຫຍັງຈຶ່ງວ່າແນວນັ້ນ? ຍ້ອນໃນຫລາຍປີຜ່ານມາ ເວລາປະຕິບັດຕົວຈິງໄດ້ມີຄົນຈຳນວນບໍ່ໜ້ອຍເວົ້າບໍ່ຄືກັນ ແລະ ເຮັດບໍ່ຄືກັນ ເປັນຕົ້ນ: ມີບາງກະຊວງ ແລະ ບາງກົມກອງເຫັນວ່າຕົນເອງມີດິນ, ມີທັງສຳນັກງານຕັ້ງຢູ່ກໍມີການຕໍ່ລອງ ແລະ ຕົກລົງກັນດ້ານຜົນປະໂຫຍດກັບຜູ້ລົງທຶນດ້ວຍການໄປສ້າງສຳນັກງານ ຫລື ຕຶກອາຄານໃຫ້ໃໝ່ຢູ່ບ່ອນອື່ນ ເພື່ອທົດແທນໃຫ້, ສ່ວນວ່າຢູ່ບ່ອນເກົ່າທີ່ເປັນຈຸດໃຈກາງເມືອງ, ເປັນແຫລ່ງຊຸມຊົນ ທັງເປັນສູນລວມຂອງເສດຖະກິດແມ່ນຜູ້ລົງທຶນເປັນເຈົ້າຂອງແທນ, ກ່ຽວກັບການໄລ່ລຽງດ້ານຜົນປະໂຫຍດ, ຜົນໄດ້ຜົນເສຍ, ຝ່າຍໃດໄດ້ຕື່ມໜ້ອຍຕື່ມຫລາຍ ຫລື ຜົນໄດ້ຜົນເສຍໃນໄລຍະສັ້ນ ແລະ ໄລຍະຍາວນັ້ນ ກໍແມ່ນຂຶ້ນກັບການຕົກລົງ ແລະ ຄວາມພໍໃຈເຊິ່ງກັນ ແລະ ກັນ, ນີ້ແມ່ນຕົວຢ່າງໜຶ່ງສຳລັບການຫັນຊັບເປັນທຶນຢູ່ບ້ານເຮົາ.
ແນວໃດກໍຕາມ, ຜູ້ຈະໄດ້ຮັບຜົນປະໂຫຍດຫລາຍຫນ້ອຍແນວໃດນັ້ນແມ່ນ ທິດກ່ຳບໍ່ຮູ້ນຳ, ແຕ່ຄິດວ່າ ເມື່ອຊຳລະຜົນປະໂຫຍດຕາມການຕົກລົງກັນໄປແລ້ວ ຜູ້ລົງທຶນກໍໄປປຸກສ້າງສຳນັກງານ ຫລື ຫ້ອງການໃໝ່ເພື່ອທົດແທນການປຸກສ້າງຫ້ອງການໃໝ່ໃຫ້ບໍ່ວ່າບ່ອນໃກ້, ບ່ອນໄກ ຫລື ບ່ອນມີຂໍ້ສະດວກຫຍຸ້ງຍາກສ່ຳໃດນັ້ນ ຜູ້ລົງທຶນກັບຜູ້ໄດ້ຮັບຜົນປະໂຫຍດໂດຍກົງອາດຈະບໍ່ໄດ້ຄຳນຶງເຖິງ ເພາະບາງບ່ອນເປັນຊານເມືອງຫ່າງໄກສອກຫລີກຈາກສູນກາງການເມືອງ, ເສດຖະກິດ ແລະ ສັງຄົມຂອງປະເທດ.
ຕໍ່ຮູບການ ແລະ ວິທີການຫັນຊັບສິນເປັນທຶນແບບນີ້ ຫລາຍຄົນກໍວ່າມັນບໍ່ຖືກຕ້ອງ ແລະ ທັງບໍ່ແມ່ນຮູບການຫັນຊັບເປັນທຶນ ວ່າຊັ້ນ! ມັນແມ່ນການແລກປ່ຽນບ່ອນຢູ່ລະຫວ່າງເຈົ້າກັບຂ້ອຍຊື່ໆ, ເພາະຜົນປະໂຫຍດອັນຍາວນານ ເບື້ອງລັດມັນຫລຽວບໍ່ເຫັນຈັກຢາດ ຫລື ຖ້າວ່າໄດ້ຮັບຜົນປະໂຫຍດ ກໍຄືຕົນເອງໄດ້ມີສຳນັກງານໃໝ່ສ່ວນຜູ້ລົງທຶນ ຫລື ວ່າຜູ້ທີ່ໄດ້ແລກປ່ຽນເອົາສຳນັກງານບ່ອນເກົ່ານັ້ນເຂົາກໍມ້າງຕຶກເກົ່າປຸກສ້າງໂຮງແຮມ, ປຸກສ້າງສູນການຄ້າ ແລະ ອື່ນໆທີ່ເປັນແຫລ່ງເສດຖະກິດ- ການເງິນ, ເຂົາພາກັນເກັບເອົາເງິນໃນແຕ່ລະປີຢ່າງມະຫາສານຕະຫລອດຊີວິດ ແລະ ສືບຕໍ່ໄປຮອດເຊັ່ນລູກເຊັ່ນຫລານ, ນີ້ລະທິດກ່ຳຈຶ່ງວ່າການຫັນຊັບເປັນທຶນຢູ່ບ້ານເຮົາມີລັກສະນະທຶນມັນກໍຫາຍ ກຳລັງໄລມັນກໍລອດພື້ນ ເພາະເບື້ອງລັດບໍ່ໄດ້ຜົນປະໂຫຍດອີ່ຫຍັງ ທັງໃນໄລຍະສັ້ນ ແລະ ໄລຍະຍາວນານ ຫລື ຖ້າຈະວ່າໄດ້ກໍພຽງແຕ່ການເກັບພາສີອາກອນລາຍໄດ້ຈາກທຸລະກິດທີ່ໄດ້ເຕີບໃຫຍ່ຂຶ້ນໃນແຕ່ລະປີເທົ່ານັ້ນ. ຕໍ່ບັນຫານີ້, ທິດກ່ຳໄດ້ໄປຖາມ ນຳຜູ້ຊ່ຽວຊານ ແລະ ນັກລົງທຶນຜູ້ຊົງສິນຫລາຍທ່ານກ່ຽວກັບບັນຫາການຫັນຊັບສິນເປັນທຶນນັ້ນ ມັນແມ່ນການຮ່ວມທຶນລະຫວ່າງເຈົ້າກັບຂ້ອຍຕົວຢ່າງຂ້ອຍມີດິນ, ມີເຮືອນ ຫລື ມີຊັບໃນດິນສິນໃນນ້ຳ, ສ່ວນເຈົ້າມີເງິນທຶນຫລາຍກໍມາຮ່ວມກັນ ລົງທຶນກັບຂ້ອຍໂດຍຕີລາຄາມູນຄ່າຊັບສິນຂອງແຕ່ລະຝ່າຍແລ້ວຮ່ວມກັນເຮັດທຸລະກິດດ້ານໃດດ້ານໜຶ່ງ ຫລື ອາດຮ່ວມທຸລະກິດກັນດ້ານອະສັງຫາລິມະຊັບແບ່ງປັນກັນຕາມຄວາມເໝາະສົມເຊັ່ນວ່າ ສ້າງສຳນັກງານ 10 ຊັ້ນກໍແບ່ງປັນກັນຄົນລະເຄິ່ງເຈົ້າ 5, ຂ້ອຍ 5 ຫລື ວ່າປັນກັນຄົນລະເບື້ອງ, ເຈົ້າເບື້ອງນັ້ນຂ້ອຍເບື້ອງນີ້, ຕ່າງຄົນຕ່າງໄດ້ຮັບຜົນປະໂຫຍດດ້ວຍກັນ, ໝູ່ກໍໄດ້, ເຮົາກໍໄດ້, ເຫລືອໃຊ້ເຮົາກໍໃຫ້ທຸລະກິດອື່ນເຂົາມາເຊົ່າເກັບເອົາເງິນໄດ້ທັງເຕີ້ຍທັງເໜືອກ, ນີ້ເປັນພຽງການສັງລວມເອົາຄຳຄິດເຫັນກ່ຽວກັບການຫັນຊັບສິນເປັນທຶນຂອງບາງພາກສ່ວນຢູ່ບ້ານເຮົາມາເລົ່າສູ່ກັນຟັງ ພໍຫອມປາກຫອມຄໍ.
ເມື່ອມາສົມທຽບເບິ່ງບ້ານເພິ່ນຄືສະຫາຍຈີນກັບສະຫາຍຫວຽດນາມ, ການຫັນຊັບເປັນທຶນຂອງພວກເພິ່ນພັດເຮັດຕ່າງບ້ານເຮົາຄື: ຂ້ອຍມີດິນໃຫ້ເຈົ້າປຸກສ້າງສຳນັກງານ ຫລື ອາພາດເມັນໃຫ້ຄົນມາເຊົ່າ, ດ້ານຜົນໂຫຍດປັນກັນຄົນລະເຄິ່ງ ຫລື ຕາມການຕົກລົງກັນໃນມູນຄ່າຂອງຊັບທີ່ເຮົາປຸກສ້າງເຮືອນ 20 ຊັ້ນປັນຄົນລະ 10 ຊັ້ນ ເຫລືອຈາກຂ້ອຍນຳໃຊ້ກໍໃຫ້ທຸລະກິດອື່ນມາເຊົ່າ ທັງໄດ້ຢູ່ທັງໄດ້ຄ່າເຊົ່າ, ເບື້ອງລັດກໍໄດ້ກິນຮອດເຊັ່ນລູກເຊັ່ນຫລານ, ນີ້ລະຄືຄວາມແຕກຕ່າງໃນການຫັນຊັບສິນເປັນທຶນລະຫວ່າງບ້ານເພິ່ນກັບບ້ານໂຕ, ປະເທດລາວມີຊັບສິນມະຫາສານເປັນອັນຍະມະນີແຫ່ງເອເຊຍແຕ່ພາກັນແລກເອົາເງິນດ້າມຮ້ອຍໝູນ້ອຍດ້າມໂຕ, ເຂົາເອົາໝົກປາແດກແລກຊ້າງ ສຸດທ້າຍມາການຫັນຊັບສິນເປັນທຶນ, ທຶນມັນກໍຫາຍກຳໄລກໍລອດພື້ນ ຈັກວ່າແມ່ນແນວໃດມັນຄືມາຕ່າງ ໝູ່, ຜູ້ໄດ້ກິນກໍກິນພໍຮາກ, ແຕ່ຜູ້ຢາກພັດຢາກພໍຕາຍ ໃຜຈະຕັດສິນໃຈຫໍ່ເຂົ້າໄປກິນຢູ່ຫ້ອງການໃໝ່ແຖວບ້ານດົງອີ່ເຊີ ກໍຈະເຫັນນຳກັນບໍ່ໄວ້ກໍຊ້າຢະເອີຍ!.