ຜົນປະໂຫຍດພາຍໃນຕ້ອງມາກ່ອນ
ໂດຍ: ວິເສດ ສະແຫວງສຶກສາ
ໃນຍຸກປະຢັດຮັດສາຍແອວຄືດຽວນີ້, ຫລາຍປະເທດໄດ້ເອົາມາດຕະການປົກປ້ອງຜົນປະໂຫຍດຂອງຊາດດ້ານ ເສດຖະກິດພາຍໃນດ້ວຍຫລາຍຮູບການ ເຊັ່ນການຫລຸດຜ່ອນການນຳເຂົ້າແຮງງານຕ່າງປະເທດ, ເພີ່ມການນຳ ໃຊ້ແຮງງານພາຍໃນ ເພື່ອຈຳກັດການຮົ່ວໄຫລຂອງເງິນຕາອອກນອກປະເທດ. ມາເລເຊຍໄດ້ຕັ້ງເປົ້າໝາຍກັບຕົນ ເອງດ້ານແຮງງານຄຸນນະພາບ ພາຍໃນປີ 2030 ເພື່ອຂັບເຄື່ອນປະເທດເຂົ້າສຳມະໂນຄົວປະເທດພັດທະນາລະດັບ ສູງ, ອິນໂດເນເຊຍເລີ່ມຈຳກັດແຮງງານດິບທີ່ເຄີຍອອກໄປຂາຍແຮງງານເປັນຄົນໃຊ້ປະຈຳຄົວເຮືອນໃນຕ່າງປະ ເທດ, ພ້ອມດຽວກັນກໍໄດ້ສຸມໃສ່ຂະຫຍາຍໂຮງຮຽນວິຊາຊີບ ດ້ວຍຮູບການເຊັນສັນຍາກັບບັນດາໂຮງຈັກໂຮງງານ ໃນສາຂາອາຊີບທີ່ມີການເຝິກອົບຮົມ. ໝາຍຄວາມວ່າ ນັກຮຽນວິຊາຊີບຕ້ອງທັງຮຽນທັງເຮັດ, ສ່ວນບັນດາໂຮງຈັກໂຮງງານນັ້ນມີໜ້າທີ່ເປັນບ່ອນເຝິກງານຕົວຈິງ, ຄູ-ອາຈານທີ່ສິດສອນຢູ່ໂຮງຮຽນວິຊາຊີບນັ້ນລ້ວນແຕ່ມາຈາກຂະແໜງວຽກຕ່າງໆໃນໂຮງຈັກໂຮງງານ. ຜ່ານການຄົ້ນຄວ້າປະສົບພະການ ແລະ ບົດຮຽນກ່ຽວກັບການສິດສອນວິຊາຊີບນັ້ນ, ທາງການອິນໂດເນເຊຍພົບວ່າ ເຢຍລະມັນ ແລະ ສະວິດເຊີແລນ ເປັນຕົວຢ່າງທີ່ດີທີ່ສຸດ. ອິນໂດເນເຊຍຕ້ອງການແຮງງານສີມືເປັນຈຳນວນຫລວງຫລາຍ ເພື່ອຂັບເຄື່ອນເສດຖະກິດຂອງປະເທດໃຫ້ກ້າວໄປຂ້າງໜ້າໃນຍຸກເຊື່ອມໂຍງ ຍຸກທີ່ “ຄົນເກັ່ງຢູ່ ຄົນຫູປູ້ບໍ່ມີທາງສູ້”. ຢູ່ອົດສະຕຣາລີທີ່ເປັນປະເທດພັດທະນາແລ້ວນັ້ນ, ລັດຖະບານໃໝ່ຂອງທ່ານນາຍົກ ເທີນບູນ (Turnbull) ໄດ້ໃຫ້ຄວາມສຳຄັນໃນການນຳໃຊ້ແຮງງານພາຍໃນເປັນຕົ້ນຕໍ ຫລຸດຜ່ອນແຮງງານຕ່າງປະເທດທີ່ສັງຄົມອົດສະຕຣາລີຖືວ່າ “ເຂົ້າໄປຍາດອາຊີບ”. ຂ່າວທີ່ອ່ານພົບໃນໜັງສືພິມວຽງຈັນທາມ ສະບັບວັນທີ 20 ເດືອນເມສານີ້ ໃຫ້ຮູ້ວ່າ: ສະເພາະໃນລັດວິກຕໍເຣຍບ່ອນດຽວ, ແຮງງານຕ່າງປະເທດໄດ້ຫລຸດລົງເຖິງ 20%. ໃນຍຸກລັດຖະບານຂອງພັກແຮງງານນັ້ນ, ຄົນຕ່າງປະເທດທີ່ໄດ້ຮັບວີຊາອອກແຮງງານໃນອົດສະຕຣາລີມີເຖິງ 126.300 ຄົນ ແຕ່ໄດ້ຫລຸດລົງເຫລືອພຽງ 96.000 ຄົນ ໃນປີ 2016 ພາຍໃຕ້ລັດຖະບານຊຸດໃໝ່. ທ່ານນາຍົກ ເທີນບູນ ຂອງລັດຖະບານອົດສະຕຣາລີຄົນປັດຈຸບັນ ໄດ້ເວົ້າເຖິງການອອກວີຊາຂອງລັດຖະບານເກົ່າ (ພັກແຮງງານ) ເພື່ອນຳເຂົ້າແຮງງານວ່າ “ພັກແຮງງານແຈກວີຊາໃຫ້ແຮງງານຕ່າງປະເທດປານແຈກເຂົ້າໜົມໃນວັນບຸນຂອງເດັກນ້ອຍ, ແລ້ວຊິອ້າງວ່າເພື່ອຮັກສາອາຊີບໃຫ້ຄົນອົດສະຕຣາລີໄດ້ແນວໃດ…”. ນອກຈາກນັ້ນ ລັດຖະບານຂອງທ່ານນາຍົກ ເທີນບູນ ຍັງມີແຜນປະຕິຮູບລະບົບໃຫ້ສັນຊາດຄົນຕ່າງປະເທດຄືນໃໝ່ ໂດຍເນັ້ນໃຫ້ຜູ້ທີ່ຈະໄດ້ຮັບສັນຊາດອົດສະຕຣາລີຕ້ອງມີເງື່ອນໄຂສອດຄ່ອງລ່ອງຊ່ອງກັບຄຸນຄ່າ ແລະ ຄ່ານິຍົມທາງວັດທະນະທຳຂອງປະເທດ ແລະ ຕ້ອງປະຕິບັດຕາມກົດໝາຍຂອງອົດສະຕຣາລີ. ສ່ວນໂຄງການອອກວີຊາໃຫ້ແຮງງານມືອາຊີບຈາກຕ່າງປະເທດຈຳນວນ 457 ຄົນ ທີ່ເຄີຍປະຕິບັດມານັ້ນກໍຈະຖືກລຶບລ້າງເຊັ່ນກັນ. ຢູ່ມຽນມາ, ປະເທດໃຕ້ສາຍຄາອາຊຽນດຽວກັບພວກເຮົານີ້ກໍໄດ້ເລີ່ມຜະເດັດເສິກກັບການຄ້າຜິດກົດໝາຍໃນຮູບການລັກລອບເອົາສິນຄ້າໃຊ້ສອຍເຂົ້າໄປຕີຕະຫລາດມຽນມາ ອັນໄດ້ເຮັດໃຫ້ທຸລະກິດພາຍໃນອ່ອນເພຍລົງ, ບໍລິມາດຜະລິດຕະພັນພາຍໃນທີ່ເປັນສິນຄ້າຫລຸດລົງ ໄປພ້ອມກັບການສູນເສຍພື້ນທີ່ຕະຫລາດໃຫ້ສິນຄ້າເຖື່ອນ. ຍ້ອນແນວນີ້ເອງ, ເລີ່ມແຕ່ເດືອນມີນາປີນີ້ເປັນຕົ້ນມາ, ທາງການມຽນມາຈຶ່ງອອກກົດເຫລັກກວດກາລົດທີ່ນຳສິນຄ້າຈາກຕ່າງປະເທດ, ກຳຈັດລົດທີ່ບໍ່ມີທະບຽນຖືກຕ້ອງ, ຫ້າມນຳເຂົ້າສິນຄ້າທີ່ບໍ່ເໝາະສົມໃນການນຳໃຊ້ ຫລື ບໍລິໂພກ, ສະກັດກັ້ນການລັກລອບນຳເຂົ້າຢາເສບຕິດ ແລະ ອາວຸດເສິກທີ່ເຄີຍມີໃນໄລຍະຜ່ານມາ ເພາະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດ. ທ່ານ ຈໍວິນ (Kyaw Win) ລັດຖະມົນຕີກະຊວງແຜນການ ແລະ ການເງິນມຽນມາ ບອກວ່າ: ການຄ້າທີ່ຜິດກົດໝາຍເຮັດໃຫ້ລາຍຮັບພາສີຂອງມຽນມາເສຍຫາຍຢ່າງໜັກໜ່ວງ. ເມື່ອພິຈາລະນາຄັກໆແລ້ວ, ບັນຫາທີ່ຫລາຍປະເທດເລັ່ງແກ້ໄຂເພື່ອປົກປ້ອງຜົນປະໂຫຍດທາງເສດຖະກິດພາຍໃນນັ້ນແມ່ນບັນຫາກວມລວມທີ່ຫລາຍປະເທດພວມຜະເຊີນຢູ່ ລວມທັງປະເທດລາວພວກເຮົານຳ.