ລາວສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ
ໃນວັນທີ 7 ມີນານີ້, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ (8/3/1910-8/3/2018) ພາຍໃຕ້ຄໍາຂວັນ “ເຖິງເວລາແລ້ວທີ່ທຸກຄົນຮ່ວມມືກັນປັບປຸງຊີວິດການເປັນຢູ່ຂອງແມ່ຍິງໃນຕົວເມືອງ ແລະ ຊົນນະບົດໃຫ້ດີຂຶ້ນ” ຂຶ້ນທີ່ສູນຝຶກອົບຮົມແມ່ຍິງ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານ ສສຍລ, ທ່ານນາງ ນາລີ ສີສຸລິດ ພັນລະຍາ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ບຸກຄົນສຳຄັນອື່ນໆເຂົ້າຮ່ວມເປັນຈຳນວນຫລາຍ.
ວັນທີ 8 ມີນາ, ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັບເພດຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດື່ອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”.
ໃນພິທີ, ທ່ານນາງ ບັນດິດ ປະທຸມວັນ ຮອງປະທານ ສສຍລ ໄດ້ຍົກໃຫ້ເຖິງຄວາມເປັນມາຂອງວັນດັ່ງກ່າວວ່າ: ວັນແມ່ຍິງສາກົນໄດ້ກໍາເນີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກ, ໂຮງງານອຸດສາຫະກໍາຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊ້ຳພັດເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນແມ່ຍິງ, ຢູ່ພາຍໃຕ້ສັກດີນາ, ນາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອນນັ້ນ ແມ່ຍິງຍັງຖືກດູຖູກໜິ່ນປະໝາດ, ຖືເປັນຄືສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກເຕະຕີ, ຖືກຂົ່ມຂືນກະທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກ. ໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບບໍ່ໄດ້ຮັບການປິ່ນປົວ. ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກລ້ວນແຕ່ເປັນຜູ້ດຸໝັ່ນ, ຂະຫຍັນໝັ່ນພຽນໃນການຜະລິດເຂົ້າ, ປາອາຫານ ແລະ ເຄື່ອງຂອງຕ່າງໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງຈາກສັງຄົມ. ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກໍາມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ.
ໃນວັນທີ 8 ມີນາ 1899, ຊາວກະສິກອນແມ່ຍິງຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ການປະທ້ວງໃນຄັ້ງນີ້ ຖືກຕໍາຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈໍານວນໜຶ່ງ. ຕໍ່ມາໃນວັນທີ 8 ມີນາ 1908 ແມ່ຍິງຈໍານວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອປະທ້ວງນາຍທຶນຫຼຸດຜ່ອນຊົ່ງໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ຄໍາຂວັນ “ເຂົ້າຈີ່ ແລະ ດອກກຸຫຼາບ” ເຂົ້າຈີ່ ໝາຍເຖິງເສດຖະກິດດີຂຶ້ນ, ສ່ວນດອກກຸຫຼາບ ໝາຍເຖິງ ຄຸນນະພາບຊີວິດດີຂຶ້ນ. ໃນເດືອນກຸມພາ 1909 ແມ່ຍິງສະຫະລັດອາເມລິກາໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນເປັນຄັ້ງທໍາອິດ ແລະ ແມ່ຍິງໃນເມືອງນິວຢອກ 3.000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ, ການຕໍ່ສູ້ດັ່ງກ່າວໄດ້ເປັນການລະດົມນໍ້າໃຈຂອງແມ່ຍິງທີ່ຖືກກົດຂີ່ຂູດຮີດຢູ່ບັນດາປະເທດໃນທົ່ວໂລກ. ມາເຖິງປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ຜັນຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດໄດ້ໄຂຂຶ້ນ ຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດ ດານມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ ຊຶ່ງກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາຂອງທຸກໆປີ ເປັນວັນແມ່ຍິງສາກົນ.