ຫລາຍປະເທດຮ່ວມປະນາມແຜນພັດທະນາ ນິວເຄຼຍຂະໜາດນ້ອຍຂອງອາເມລິກາ


ກະຊວງປ້ອງກັນປະເທດຂອງຈີນອອກຖະແຫລງການຄັດຄ້ານນະໂຍບາຍຍຸດທະສາດນິວເຄຼຍສະບັບໃໝ່ຂອງອາເມລິກາ ໂດຍຮຽກຮ້ອງໃຫ້ເລີກໃຊ້ “ແນວຄິດແບບຍຸກສົງຄາມເຢັນ” ເຊິ່ງເບິ່ງຈີນ ແລະ ຣັດເຊຍເປັນໄພຕໍ່ຄວາມໝັ້ນຄົງ.


“ສັນຕິພາບ ແລະ ການພັດທະນາຄືແນວທາງຫລັກທີ່ບໍ່ອາດຫວນກັບໄດ້ຂອງໂລກທຸກວັນນີ້, ປະເທດທີ່ຄອບຄອງຫົວຮົບນິວເຄຼຍຂະໜາດໃຫຍ່ທີ່ສຸດ ຈຶ່ງຄວນດຳເນີນນະໂຍບາຍຄ້ອຍຕາມກະແສດັ່ງກ່າວ ແທນທີ່ຈະຕໍ່ຕ້ານ” ກະຊວງປ້ອງກັນປະເທດຈີນລະບຸ.
ລັດຖະບານຈີນຍັງຢືນຢັນຢ່າງໜັກແໜ້ນວ່າ: ບໍ່ເຫັນພ້ອມກັບເນື້ອໃນລາຍງານທົບທວນສະຖານະທາງນິວເຄຼຍ (NPR) ຂອງອາເມລິກາ ເຊິ່ງຕີລາຄາວ່າຈີນກຳລັງຂະຫຍາຍແສນຍານຸພາບທາງນິວເຄຼຍ ແລະ ເປັນໄພໃນລະດັບທີ່ສູງເກີນຈິງ, ທັງຍັງເນັ້ນວ່ານະໂຍບາຍດ້ານຄວາມໝັ້ນຄົງຂອງຈີນເປັນໄປເພື່ອການປ້ອງກັນຕົນເອງເທົ່ານັ້ນ.
ໃນວັນທີ 3 ກຸມພາ, ກະຊວງປ້ອງກັນປະເທດອາເມລິກາ ເຜີຍແຜ່ລາຍງານທົບທວນສະຖານະທາງນິວເຄຼຍ (NPR) ເຊິ່ງສະເໜີວ່າຄວນພັດທະນາອາວຸດນິວເຄຼຍທີ່ມີຂະໜາດນ້ອຍລົງ ແລະ ມີອານຸພາບທຳລາຍລ້າງຫລຸດລົງເຫລືອຕໍ່າກວ່າ 20 ກິໂລໂຕນ ເພື່ອປັບປຸງຍຸດທະສາດດ້ານນິວເຄຼຍໃຫ້ສອດຄ່ອງກັບສະຖານະການປັດຈຸບັນ ເຊິ່ງມາດຕະການສະສົມອາວຸດເພື່ອປ້ອງກັນໄພນິວເຄຼຍຈາກຣັດເຊຍບໍ່ໄດ້ຜົນອີກຕໍ່ໄປ ເນື່ອງຈາກຣັດເຊຍເບິ່ງວ່າອາວຸດນິວເຄຼຍທີ່ອາເມລິກາຄອບຄອງຢູ່ມີຂະໜາດໃຫຍ່ເກີນກວ່າຈະນຳມາໃຊ້ຕົວຈິງໄດ້.


ສ່ວນປະທານາທິບໍດີ ຮັສຊັນ ໂຣຮານີ ຂອງອີຣານ ຖະແຫລງຕຳໜິນະໂຍບາຍໃໝ່ດ້ານອາວຸດນິວເຄຼຍຂອງອາເມລິກາ ເຊັ່ນກັນວ່າ: ພວກຄົນອາເມລິກາກຳລັງຂົ່ມຂູ່ຣັດເຊຍຢ່າງໄຮ້ຄວາມລະອາຍດ້ວຍອາວຸດປະລະມານູຊະນິດໃໝ່, ພວກຄົນກຸ່ມດຽວກັນທີ່ເຊື່ອວ່າການໃຊ້ອາວຸດອານຸພາບທຳລາຍລ້າງສູງເປັນອາຊະຍາກຳຕໍ່ມະນຸດ ກັບມາເວົ້າເຖິງອາວຸດຊະນິດໃໝ່ທີ່ເອົາໄວ້ຂົ່ມຂູ່ ຫລື ໃຊ້ທຳລາຍສັດຕູຄູ່ແຂ່ງເອງ.
ສ່ວນທ່ານ ໂມຮຳໝັດ ຈາວາດ ຊາຣີຟ ລັດຖະມົນຕີຕ່າງປະເທດຂອງອີຣານ ເຜີຍແຜ່ຂໍ້ຄວາມທາງທະວິດເຕີ ເຊິ່ງລະບຸວ່າ: ນະໂຍບາຍດ້ານຍຸດທະສາດນິວເຄຼຍສະບັບໃໝ່ຂອງອາເມລິການັ້ນ ນຳມະນຸດໃຫ້ເຂົ້າໃກ້ການຖືກທຳລາຍລ້າງຫລາຍຂຶ້ນ, ທັງຍັງຕຳໜິປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ອີກວ່າ: ແຜນການດັ່ງກ່າວ ແລະ ການທີ່ທ່ານທຳລາຍຂໍ້ຕົກລົງນິວເຄຼຍອີຣານກ່ອນໜ້ານີ້ ລ້ວນມາຈາກຄວາມບໍ່ລະມັດລະວັງ ແລະ ບໍ່ຮູ້ຈັກຄວບຄຸມຕົນເອງຂອງຜູ້ນຳອາເມລິກາ.
ທ່ານ ຊິກມາຣ ກາບຽວ ລັດຖະມົນຕີຕ່າງປະເທດຂອງເຢຍລະມັນ ສະແດງຄວາມກັງວົນວ່າ: ການຕັດສິນໃຈພັດທະນາອາວຸດນິວເຄຼຍຂະໜາດນ້ອຍຂອງອາເມລິການັ້ນ ສະແດງໃຫ້ເຫັນວ່າການແຂ່ງຂັນກັນສະສົມອາວຸດນິວເຄຼຍຮອບໃໝ່ໄດ້ເລີ່ມຂຶ້ນແລ້ວ ເຊິ່ງຈະເຮັດໃຫ້ໂລກ ແລະ ພາກພື້ນເອີຣົບຕົກຢູ່ພາຍໃຕ້ຄວາມສ່ຽງຈາກໄພນິວເຄຼຍຄືກັບໃນຍຸກສົງຄາມເຢັນ.


ກະຊວງການຕ່າງປະເທດຣັດເຊຍອອກຖະແຫລງການປະນາມຂໍ້ສະເໜີຂອງກອງທັບອາເມລິກາ ທີ່ໃຫ້ພັດທະນາອາວຸດນິວເຄຼຍຂະໜາດນ້ອຍໄວ້ປ້ອງກັນການໂຈມຕີຈາກຣັດເຊຍໂດຍສະເພາະ.
ທ່ານ ເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດຣັດເຊຍ ຊີ້ວ່າ: ທ່ານຮູ້ສຶກຜິດຫວັງຢ່າງຍິ່ງຕໍ່ແຜນການດັ່ງກ່າວຂອງອາເມລິກາ ແລະ ການເຄື່ອນໄຫວທາງນະໂຍບາຍຄັ້ງນີ້ຖືເປັນການຜະເຊີນໂດຍກົງກັບຣັດເຊຍ.