​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ

​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ - fire - ​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ
​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ - kitchen vibe - ​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ

​ເຈົ້າໜ້າທີ່ຕຳຫລວດ​ສະກັດ​ກັ້ນ ​ແລະ ມອດ​ໄຟນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ວັນ​ທີ 3 ກຸມພານີ້, ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ເຮືອນ​ຂອງ​ປະຊາຊົນຢູ່​ບ້ານຂຸນ​ຕາ ​ເມືອງສີ​ໂຄດ​ຕະບອງນະຄອນຫລວງວຽງຈັນ, ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 1 ຫລັງ, ຊຶ່ງ​ເຈົ້າໜ້າທີ່​ໄດ້​ໃຊ້​ເວລາ​ກວ່າ 2 ຊົ່ວ​ໂມງ​ຈຶ່ງ​ສາມາດ​ສະກັດ​ກັ້ນ​ໄຟໄວ້ໄດ້, ຊຶ່ງຜ່ານ​ການ​ສືບສວນ-ສອບ​ສວນ ​ເບື້ອງຕົ້ນ​ສາ​ເຫດ​ຂອງ​ການ​ເກີດ​ອັກຄີ​ໄພດັ່ງກ່າວ​ແມ່ນ​ຍ້ອນ​ໄຟ​ຟ້າ​ລັດ​ວົງ​ຈອນ, ​ເນື່ອງ​ຈາກ​ເປັນເຮືອນເກົ່າແກ່ສ້າງ​ມາ​ໄດ້​ຫລາຍ​ປີ ແລະ ລະບົບສາຍໄຟກໍບໍ່ຄ່ອຍຈະຮັບປະກັນ.

ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ວັນ​ທີ 2 ກຸມພາ​ນີ້, ກໍເກີດມີ​ໄຟ​ໄໝ້​ເຮືອນ​ປະຊາຊົນ 2 ຫລັງຢູ່​ບ້ານຫາດ​ກ້ຽງ​ເມືອງໂພນ​ໂຮງ​ແຂວງວຽງຈັນ, ຊຶ່ງ​ເຈົ້າໜ້າທີ່​ໄດ້​ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ​ຈຶ່ງ​ສາມາດຄວບ​ຄຸມ​ໄຟ​ໄວ້​ໄດ້, ຊຶ່ງປັດຈຸບັນ, ​ເຈົ້າໜ້າທີ່​ຍັງພວມ​ສືບສວນ-ສອບ​ສວນຫາສາເຫດຂອງການເກີດອັກຄີໄພດັ່ງກ່າວ.

​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ - Visit Laos Visit SALANA BOUTIQUE HOTEL - ​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ
​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ - 5 - ​​ໄຟ​ໄໝ້​ເຮືອນ​ປະຊາຊົນຢູ່​ບ້ານຂຸນ​ຕາຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!