ອາເມລິກາຂຶ້ນບັນຊີດຳ ຫົວໜ້າກຸ່ມຮາມັດ


ລັດຖະບານອາເມລິກາປະກາດວ່າ: ທ່ານ ອິສມາອິລ ຮານິເຍາະ ຫົວໜ້າກຸ່ມຮາມັດ ຖືເປັນຜູ້ກໍ່ການຮ້າຍ ການເຄື່ອນໄຫວທີ່ຈະເຮັດໃຫ້ສະຖານະການໃນຕາເວັນອອກກາງຮ້າຍແຮງຍິ່ງຂຶ້ນ.
The U.S. Government will use all of its available tools to counter the terrorist threat to the United States, our interests, and allies.https://t.co/Dem3rm9aXm
— NSC 45 Archived (@WHNSC45) January 31, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 31 ມັງກອນຜ່ານມາວ່າ: ກະຊວງການຕ່າງປະເທດອາເມລິກາອອກຖະແຫລງການ ຂຶ້ນບັນຊີດຳທ່ານ ອິສມາອິລ ຜູ້ນຳສູງສຸດຂອງກຸ່ມຮາມັດ ມີສະຖານະເປັນ “ຜູ້ກໍ່ການຮ້າຍ” ໂດຍລະບຸອີກວ່າ: ທ່ານ ຮານິເຍາະ ອາຍຸ 55 ປີ ເຊິ່ງໄດ້ຮັບການແຕ່ງຕັ້ງໃນເດືອນພຶດສະພາປີຜ່ານມາ ມີການພົວພັນໃກ້ຊິດກັບກອງກຳລັງຕິດອາວຸດຂອງກຸ່ມຮາມັດ ແລະ ຢູ່ເບື້ອງຫລັງເຫດການໂຈມຕີດ້ວຍອາວຸດຕໍ່ພົນລະເຮືອນອິດສະລາແອນ ແລະ ການກໍ່ການຮ້າຍທີ່ຂ້າຊີວິດຄົນອາເມລິກາແລ້ວ 17 ຄົນ.
ເຖິງຢ່າງໃດກໍຕາມ, ທ່ານ ຮານິເຍາະ ມີຊື່ຢູ່ໃນບັນຊີດຳຂອງກະຊວງການເງິນອາເມລິກາຢູ່ແລ້ວ ທີ່ເປັນການອາຍັດຊັບສິນເຊິ່ງມີຢູ່ໃນອາເມລິກາ ແລະ ການຫ້າມຄົນອາເມລິກາຕິດຕໍ່ເຮັດທຸລະກຳຮ່ວມກັບອີກຝ່າຍ. ຂະນະທີ່ກຸ່ມຮາມັດຢູ່ໃນບັນຊີດຳຂອງລັດຖະບານວໍຊິງຕັນມາແຕ່ປີ 1996.
ສ່ວນກຸ່ມຮາມັດອອກຖະແຫລງການຕອບໂຕ້ການຂຶ້ນບັນຊີດຳທ່ານ ຮານິເຍາະ ເປັນຜູ້ກໍ່ການຮ້າຍວ່າ: ອາເມລິກາລ່ວງລ້ຳຫລາຍເກີນໄປ ແລະ ປຸກລະດົມການລຸກຮື້ອິນຕິຟາດາຄັ້ງໃໝ່ ເຊິ່ງເປັນຫົນທາງດຽວທີ່ຈະສາມາດຕໍ່ສູ້ກັບນະໂຍບາຍໄຊອໍນິສ ທີ່ສະໜັບສະໜູນໂດຍອາເມລິກາໄດ້. ທັງນີ້ ການເຄື່ອນໄຫວດັ່ງກ່າວມີທ່າອ່ຽງຍິ່ງເພີ່ມຄວາມເຄັ່ງຕຶງໃຫ້ແກ່ສະຖານະການໃນຕາເວັນອອກກາງ, ຫລັງອາເມລິກາຢືນຢັນການຍ້າຍສະຖານເອກອັກຄະລັດຖະທູດຈາກນະຄອນຫລວງເທວອາວີບໄປນະຄອນຫລວງເຢລູຊາເລມ ໃນປີ 2019 ຕາມການປະກາດຮັບຮອງສະຖານະນະຄອນສັກສິດແຫ່ງນີ້ ໃຫ້ເປັນເມືອງຫລວງຂອງອິດສະລາແອນພຽງຝ່າຍດຽວ ໃນເດືອນທັນວາປີຜ່ານມາ.