ຄໍາຖາມ ທີ່ບໍ່ມີຄຳຕອບຈາກກູເກີລ (google)


ໃນຍຸກທີ່ກຳລັງພັດທະນາໄປສູ່ “ວຽກ” ທີ່ຄວບຄຸມດ້ວຍຫຸ່ນຍົນ, ຄວາມຮູ້ຂອງມະນຸດທີ່ມີຢູ່ໃນ ຫົວຢ່າງຈຳ ກັດນັ້ນ ມັນມີຄວາມຈຳເປັນໃນການພັດທະນາການຄິດຫງໍາ ທີ່ເອີ້ນວ່າ “ແບບຢືດຢຸ່ນ” ເຊິ່ງເລີ່ມຈາກໂຮງຮຽນ.
ເມື່ອປະມານ 4 ປີທີ່ແລ້ວ (2013) ນັກເສດຖະສາດ ຂອງມະຫາວິທະຍາໄລ ຂອງອ໊ອກສະຟອດ ໄດ້ຄາດ ຄະເນໄວ້ວ່າ ອີກ 20 ປີຂ້າງໜ້າ ‘ຫຼາຍກວ່າເຄິ່ງໜຶ່ງຂອງຈນວນວຽກງານທັງໝົດ ຈະຖືກຄວບຄຸມດ້ວຍເຕັກໂນໂລ ຊີທີ່ລໍ້າໜ້າທີ່ສຸດ’ ເພາະສະນັ້ນ ການສຶກສາຈະກຽມ ຕົວແນວໃດໃຫ້ໄວໜຸ່ມສາມາດປັບໂຕເຂົ້າກັບວຽກງານທີ່ມີ ຄວາມຊໍານານໃນຍຸກດີຈີຕອລ? ‘ການຮຽນຂຽນດ້ວຍມືອາດຈຳເປັນ ແຕ່ອາດບໍ່ແມ່ນຄຳຕອບທີ່ດີ, ການເພີ່ມການ ລົງທຶນໃສ່ວິ ທະຍາສາດ, ເຕັກໂນໂລຊີ, ວິສະວະກອນ ອາດບໍ່ສາມາດແກ້ໄຂບັນຫາໄດ້ເຕັມປ່ຽມ ເນື່ອງຈາກ ການ ສອນກ່ຽວກັບຄວາມລໍ້າໜ້າທາງເຕັກໂນໂລຊີນັ້ນ ມີຄວາມຈຳກັດດ້ານຈິນຕະນາການ’.
ຕາມທັດສະນະຂອງນັກເສດຖະສາດຜູ້ດັ່ງກ່າວ ໃນຍຸກນີ້ ພວກເຮົາຕ້ອງການຜູ້ຄົນທີ່ສາມາດ ກຽມຕົວ ເພື່ອຖາມ ແລະຕອບ ບັນດາຄຖາມທີ່ບໍ່ສາມາດຄົ້ນຫາໃນກູເກີລໄດ້ ເຊັ່ນວ່າ: ສະຖານະການທາງການເມືອງຈະ ເປັນແນວໃດ ຈາກຜົນຂອງການວ່າງງານຢ່າງກວ້າງຂວາງ? ຈະແບ່ງປັນຄວາມຮັ່ງມີໄດ້ແນວໃດ ໃນຍຸກຂອງດີຈີ ຕອລ (digital)? ດັ່ງນັ້ນ ຈຶ່ງເຫັນວ່າ ສັງຄົມພວກເຮົາຕ້ອງການການເຊື່ອມສານຂອງປັດຊະຍາຫຼາຍຂຶ້ນ.
ໃນປີ 2016 ທີ່ຜ່ານມາ ທ່າມກາງຄວາມບໍ່ແນ່ບໍ່ນອນທາງການເມືອງໃນທົ່ວໂລກ, ທ່ານ ໄມເຄິລ ຮິກກິນ (Machael D. Higgin) ປະທານາທິບໍດີຂອງໄອແລນ (ອີຣັງເດີ-Ireland) ໄດ້ກ່າວວ່າ ‘ການສອນປັດຊະຍາ ແມ່ນ ໜຶ່ງໃນເຄື່ອງມືທີ່ມີພະລັງ ທີ່ພວກເຮົາມີໃນການສ້າງໃຫ້ ໄວໜຸ່ມເຮົາມີ ຄວາມເປັນອິດສະຫຼະ ແລະມີຄວາມຮັບຜິດ ຊອບໃນຫຼາຍເລື່ອງ ໂດຍສະເພາະບັນຫາທີ່ມີ ຄວາມສັບສົນ ແລະໂລກທີ່ບໍ່ມີຄວາມແນ່ນອນ’, ‘ຖ້າສອນປັດຊະຍາໃນ ຫ້ອງຮຽນແລ້ວ ຈະສ້າງໃຫ້ໄວໜຸ່ມກ້າວໄປເຖິງຄວາມມີມະນຸດສະທຳ ແລະສ້າງວັດທະນະທຳທີ່ເຮືອງຮອງໄດ້’.
ເບິ່ງຄືວ່າ ເລື່ອງດັ່ງກ່າວຈະເປັນສິ່ງຢູ່ໃນຈິນຕະນາການຊື່ໆ ແຕ່ໃນປີ 2013 ໃນຂະນະທີ່ປະເທດໄອແລນ ໄດ້ປະສົບກັບພາວະວິກິດທາງການເງິນ, ເພາະສະນັ້ນ ປະທານາທິບໍດີ ຮິກກິນ ໄດ້ດຳເນີນໂຄງການທົ່ວປະເທດ ເພື່ອ ຮຽກຮ້ອງໃຫ້ມີການແລກປ່ຽນ ຄຳຄິດຄຳເຫັນ ກັນເຖິງ “ສິ່ງໃດທີ່ປະເທດໄອແລນໃຫ້ຄຸນຄ່າ ໃນຖານະສັງຄົມໜຶ່ງ”. ຜົນຈາກໂຄງການນີ້ກໍຄື ເປັນເທື່ອທຳອິດທີ່ປັດຊະຍາຖືກສອດແຊກເຂົ້າໃນຫຼັກສູດການຮຽນ-ການສອນ ຢູ່ປະເທດ ດັ່ງກ່າວໃນເດືອນກັນຍາ 2013. ທ່ານ ຮິກກິນ ກ່າວວ່າ ‘ຖ້ານັກການສຶກສາ ບໍ່ເຫັນຄວາມ ສຳຄັນທາງດ້ານ ປັດຊະຍາ ຢູ່ໃນຫຼັກສູດການຮຽນ-ການສອນແລ້ວ ກໍຖືວ່າເປັນການຍາກ ທີ່ຈະສາມາດເຮັດໃຫ້ໄວໜຸ່ມປັດຈຸບັນ ສາມາດປັບໂຕເຂົ້າກັບສະພາບການປ່ຽນແປງ ຂອງໂລກໄດ້ຢ່າງລົງຕົວ’.
ແນ່ນອນແລ້ວ ເມື່ອເວົ້າເຖິງເລື່ອງປັດຊະຍາ ມັນອາດບໍ່ແມ່ນວິຊາທີ່ງ່າຍດາຍປານໃດ ເພາະ ປັດຊະຍາ ມັນ ຮຽກຮ້ອງໃຫ້ພວກເຮົາຕ້ອງເອົາຊະນະຄວາມບ່ຽງບ່າຍສ່ວນຕົວ ຫຼືທັດສະນະຄະ ຕິຂອງຕົນ ທີ່ເຫັນວ່າຖືກຕ້ອງຢູ່ ສະເໝີ. ທັກສະທາງດ້ານປັດຊະຍາ ຈະຊ່ວຍໃຫ້ພວກເຮົາສາ ມາດເຈລະຈາ ຫຼືສົນທະນາກ່ຽວກັບບັນຫາໃດໜຶ່ງໄດ້ ຢ່າງມີເຫດຜົນ ແລະເຝິກໃຫ້ເຮົາມີຄວາມ ອົດທົນ, ປັດຊະຍາ ຊ່ວຍໃຫ້ເດັກນ້ອຍຕອບຄໍາຖາມ ໂດຍທີ່ບໍ່ສາມາດໄປ ເອົາຄໍາຕອບມາຈາກ ກູເກີລ, ເຟສບຸກ (facebook) ແລະສື່ສັງຄົມອື່ນໆໄດ້, ນອກນັ້ນ ປັດຊະຍາຍັງສ້າງໃຫ້ເຮົາ ເພີ່ມພູນ “ຄວາມຄິດ” ແຕ່ບໍ່ແມ່ນເພີ່ມພູນເລື່ອງ “ອັດຕາ”-(ego), ບໍ່ວາງໂຕເປັນໃຈກາງ.
ປັດຊະຍາ ອາດບໍ່ສາມາດສ້າງວຽກ, ອາດບໍ່ສາມາດແກ້ໄຂບັນຫາຄວາມຂັດແຍ່ງຂອງໂລກ ແຕ່ປັດຊະຍາ ແມ່ນໂຕຄຸ້ມກັນເຮົາບໍ່ໃຫ້ຕັດສິນບັນຫາ ຫຼືຕັດສິນບຸກຄົນຢ່າງໄຮ້ເຫດຜົນ ໂດຍເຊື່ອຈາກຄວາມຮູ້ຈາກອອນໄລ ຄືກູ ເກີລ ຫຼືສື່ສັງຄົມ, ດັ່ງນັ້ນ ມັນກໍສອດຄ່ອງກັບສະ ພາບຂອງສັງຄົມເຮົາປັດຈຸບັນ ທີ່ອີງໃສ່ຂໍ້ມູນ ທີ່ຫຼາຍອັນກໍຂາດ ການກັ່ນຕອງຄັກແນ່ຈາກ ສື່ສັງຄົມ, ມັນອາດເປັນປະໂຫຍດຢ່າງຍິ່ງໃນການພິຈາລະນາວິຊາປັດຊະຍາໃນການສອນ ຄົນໜຸ່ມພວກເຮົາ ທີ່ກູເກີລບໍ່ສາມາດສອນໄດ້.