ເບົາຊາ ຖືກ ອາເຈນຕິນາ ໄລ່ອອກຈາກຕຳແໜ່ງຜູ້ຈັດການແລ້ວ
April 11, 2017 - 3:14 PM


ອາເຈນຕິນາ ຢູ່ຫ່າງຈາກ ຊິລີ ທີມອັນດັບ 4 ເຊິ່ງເປັນອັນກັບ ສຸດທ້າຍທີ່ຈະເຂົ້າຮອບອັດຕະໂນມັດຢູ່ 1 ຄະແນນ ແລະ ນຳໜ້າ ເອກວາດໍ ເຊິ່ງຢູ່ອັນດັບ 6 ຢູ່ 2 ຄະແນນ ຫາກຈົບອັນດັບ 5 ກໍ ຈະຕ້ອງຫຼິ້ນເພລອອຟກັບທີມເຂດໂອເຊຍເນຍ ແຕ່ ອາເຈນຕິນາ ຈະ ບໍ່ມີ ລີໂອເນລ ເມສຊີ ລົງຫຼິ້ນ 3 ນັດຕໍ່ໄປຈາກການຕິດໂທດ.
ທັງນີ້ເຊື່ອກັນວ່າ ຮໍເກ ຊຳ ເປົາລີ ຜູ້ຈັດການທີມຂອງ ເຊບີຍາ ຈະເຂົ້າມາຄຸມທີມຊາດ ອາເຈນຕິ ນາ ເປັນຄົນຕໍ່ໄປ ຫຼັງຈາກຕົກເປັນ ຂ່າວລືມານານຫຼາຍອາທິດແລ້ວ.