ແອັບ YouTube ກໍາລັງຈະມີຟີເຈີໃຫມ່ໃຊ້ຣີມສີດໍາໄດ້ ພ້ອມໂໝດ Incognito ໃຊ້ງານບໍ່ລະບຸຕົວຕົນ
January 17, 2018 - 3:58 PM


ເມື່ອບໍ່ດົນມານີ້, ເວັບໄຊ 9to5google ໄດ້ເປີດເຜີຍວ່າມີການຄົ້ນພົບຟີເຈີໃຫມ່ຂອງແອັບ YouTube ທີ່ເຊື່ອງໄວ້ໃນແອັັບເວີຊັ່ນ 13.1 ຂອງ Android ໃນຮູບແບບຂອງໂດ້ດ ຊຶ່ງຍັງບໍ່ສາມາດໃຊ້ງານຟີເຈີດັ່ງກ່າວໄດ້ໃນຂະນະນີ້ ແຕ່ໜ້າຈະເປີດໃຊ້ງານໄດ້ໃນອະນາຄົດ ໂດຍຟີເຈີໃຫມ່ທີ່ຖືກຄົ້ນພົບນັ້ນມີເຖິງ 4 ຟີເຈີດ້ວຍກັນຄື:
- Dark Mode: ປ່ຽນອິນເທີຣ໌ເຟຊໃຫ້ເປັນສີດໍາ ຊ່ວຍຖະໜອມສາຍຕາກວ່າເກົ່າເຊັ່ນດຽວກັບທີ່ເວັບ YouTube ສາມາດເຮັດໄດ້ແລ້ວກ່ອນໜ້ານີ້.


- Incognito Mode: ໂໝດບໍ່ລະບຸຕົວຕົນ ສໍາລັບໃຊ້ງານແບບບໍ່ຕ້ອງມີການເກັບປະຫວັດການເບິ່ງວິດີໂອ ແລະ ຂໍ້ມູນການໃຊ້ງານຕ່າງໆ.


- Swipe ເພື່ອຂ້າມໂຄສະນາ: ວິທີຂ້າມໂຄສະນາແບບໃຫມ່ ໂດຍໃຊ້ການປັດໜ້າຈໍເພື່ອຂ້າມໂຄສະນາແທນທີ່ຈະເປັນການກົດປຸ່ມມຸມຈໍແບບກ່ອນໜ້ານີ້.
- ການຕັ້ງຄ່າ Autoplay: ການຕັ້ງຄ່າເພື່ອເປີດ-ປິດ Autoplay ຫຼັງເບິ່ງວິດີໂອຈົບ ຖືກຍ້າຍເດມທີ່ຢູ່ໃນເມນູ Settings > General ອອກມາເປັນເມນູຫຼັກ Settings > Autoplay ແທນ.

