ລັດຖະບານຍີປຸ່ນໃຫ້ການຊ່ວຍເຫລືອປັບປຸງໂຄງການ​ຊົນລະປະທານ​ທ່າ​ງ່ອນ 837 ລ້ານເຢັນ

- Laos Japan - ລັດຖະບານຍີປຸ່ນໃຫ້ການຊ່ວຍເຫລືອປັບປຸງໂຄງການ​ຊົນລະປະທານ​ທ່າ​ງ່ອນ 837 ລ້ານເຢັນ
- kitchen vibe - ລັດຖະບານຍີປຸ່ນໃຫ້ການຊ່ວຍເຫລືອປັບປຸງໂຄງການ​ຊົນລະປະທານ​ທ່າ​ງ່ອນ 837 ລ້ານເຢັນ

​ພິທີ​ລົງ​ນາມ​​ເອກະສານ​ແລ​ກປ່ຽນ​ໂຄງ​ການ​ປັບປຸງ​ຊົນລະປະ​ທານ​ທ່າ​ງ່ອນມູນ​ຄ່າ 837 ລ້ານ​ເຢັນດ້ວຍ​ການ​ຊ່ວຍເຫລືອຈາກ​ລັດຖະບານ​ຍີ່​ປຸ່ນ, ໄດ້ມີຂຶ້ນໃນວັນທີ 26 ທັນວານີ້ທີ່ນະຄອນຫລວງວຽງຈັນລະຫວ່າງ​ທ່ານນາງ ຄຳ​ເພົາ ​ເອິນ​ທະ​ວັນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ ແລະ ​ທ່ານ ທາເຄ​ຊິ ຮິ​ກິ​ຮາຣະ ​ເອກ​ອັກຄະລາຊະທູດ​ຍີ່ປຸ່ນ​ປະຈຳ​ລາວ, ພ້ອມ​ດ້ວຍ​ພະນັກງານທີ່​ກ່ຽວຂ້ອງ​ທັງ​ສອງຝ່າຍ​ເຂົ້າຮ່ວມ.

ການ​ຊ່ວຍເຫລືອດັ່ງກ່າວເປັນ​ການ​ປະກອບ​ສ່ວນ​ທີ່​ສຳຄັນ​​ເຂົ້າໃນ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມຂອງລາວ, ຊຶ່ງ​ແມ່ນ​ວຽກ​ບູລະ​ມະ​ສິດ​ໜຶ່ງ​ທີ່​ລັດ​ຖະ​ບານລາວເອົາ​ໃຈ​ໃສ່ ​ເພື່ອ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ, ​ໂດຍ​ສະ​ເພາະ​ຂົງ​ເຂດ​ກະສິກຳ, ຊຶ່ງ​ຈະ​ຊ່ວຍ​ສະໜ​ອງນ້ຳ​​ພຽງພໍໃຫ້​ແກ່ການຜະລິດຢູ່​ບໍລິ​ເວນ​ທ່າ​ງ່ອນ​ເມືອ​ງ​ໄຊ​ທານີນະຄອນຫລວງ​ວຽງ​ຈັນທັງລະ​ດູ​ຝົນ​​ແລະ ​ລະດູ​ແລ້ງ ​ໃຫ້​ໄປ​ຕາມ​​ເປົ້າໝາຍ​ຂອງ​ລັດຖະບານ​ ​ເພື່ອ​ຄ້ຳປະກັນ​ສະບຽງ​ອາຫານ​ໃຫ້​ພຽງພໍ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານຍີປຸ່ນໃຫ້ການຊ່ວຍເຫລືອປັບປຸງໂຄງການ​ຊົນລະປະທານ​ທ່າ​ງ່ອນ 837 ລ້ານເຢັນ

ໄລຍະ​ຜ່ານ​ມາ, ລັດຖະບານ​ ແລະ​ ປະຊາຊົນ​​ຍີ່​ປຸ່ນ ​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍເຫລືອ ​ສປປ ລາວ ​ໃນຫລາຍ​ດ້ານ, ​ໂດຍສາະ​ເພາ​ການ​ຊ່ວເຫລືອ​ ​ເພື່ອ​ພັດ​ທະນາ (ODA) ຊຶ່ງ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ 1 ຂອງ​ປະ​ເທດທີ່​ໃຫ້​ການ​ຊ່ວຍ​ເຫລືອ​ແກ່ ​ສປປ ລາວ​ ​ເຊັ່ນ: ກາ​ນ​ພັດທະ​ນາ​ພື້ນຖານ​ໂຄງ​ລ່າງ, ຊັບພະຍາກອນ​ມະນຸ​ດ, ສາທາລະນະ​ສຸກ ​ແລະ ​ອື່ນໆ.

ທ່ານຮອງ​ລັດຖະມົນຕີ ກ່າວ​ວ່າ: ​ຂໍ​ຕາງໜ້າ​ລັດຖະບານ ​ແລະ ​ປະຊາຊົນ​ລາວ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ ແລະ ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ລັດຖະບານ​ ແລ​ະປະຊາຊົນ​ຍີ່ປຸ່ນ​ທີ່​ໄດ້​​ໃຫ້​ການ​ສະໜັບສະໜູນ​ ແລະ ​ຊ່ວຍ​ເຫລືອ​ມາ​ໂດຍ​ຕະຫລອດ, ​ເຊິ່ງ​ເປັນ​ການ​ປະກອບສ່ວນສໍາຄັນ​ເຂົ້​າ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສ​ດຖະກິດ-ສັງຄົມ​ຂອງ ​ສປປ ລາວ.

ທ່ານ ທາເຄ​ຊິ ຮິ​ກິ​ຮາຣະ ກ່າວ​ວ່າ: ການ​ຊ່ວຍ​ເຫລືອ​ເທື່ອ​ນີ້, ​​ແມ່ນ​ເພື່ອ​ປັບປຸງ​ຊົນລະປະທານ​ ຫລື ​ເຂດ​ພັດທະນາ​ກະສິກຳ​ທ່າ​ງ່ອນ​ໃນ​ເນື້ອ​ທີ່ຫລາຍ​ກວ່າ600 ​ເຮັກ​ຕາ, ​ເຊິ່ງ​ໄລຍະ​ຜ່ານ​ມາ​ເຂດ​ນີ້​ເປັນ​ເຂດ​ແຫ້ງ​ແລ້ງ, ການ​ຜະລິດ​ໄດ້​ພຽງ 1 ​ໂຕນ​ຕໍ່​ເຮັກຕາ ແລະ ຖ້າມີການສະໜອງນໍ້າພຽງພໍກໍຈະບັນລຸໄດ້ແຕ່ ​4,5 ຫາ 4,8 ໂຕນ​ຕໍ່​ເຮັກ​ຕາ.

+ຍີ່ປຸ່ນເພີ່ມງົບປະມານດ້ານການທະຫານ ໃນປີໜ້າເປັນ 46.000 ລ້ານໂດລາ

- 5 - ລັດຖະບານຍີປຸ່ນໃຫ້ການຊ່ວຍເຫລືອປັບປຸງໂຄງການ​ຊົນລະປະທານ​ທ່າ​ງ່ອນ 837 ລ້ານເຢັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!