GDP ໂລກອາດຫລຸດລົງ 40% ພາຍໃນປີ 2100 ຖ້າໂລກຮ້ອນຂຶ້ນ 4 ອົງສາ

- 222 - GDP ໂລກອາດຫລຸດລົງ 40% ພາຍໃນປີ 2100 ຖ້າໂລກຮ້ອນຂຶ້ນ 4 ອົງສາ
- kitchen vibe - GDP ໂລກອາດຫລຸດລົງ 40% ພາຍໃນປີ 2100 ຖ້າໂລກຮ້ອນຂຶ້ນ 4 ອົງສາ

         ມະຫາວິທະຍາໄລນິວເຊົາເວວຂອງອົດສະຕຣາລີເປີດເຜີຍ ຕົວເລກຄາດຄະເນທາງເສດຖະກິດ ເຊິ່ງລະບຸວ່າລວມຍອດຜະລິດຕະພັນພາຍໃນ (GDP) ຂອງໂລກອາດຫລຸດລົງເຖິງ 40% ພາຍໃນປີ 2100 ຖ້າອຸນຫະພູມໂລກສູງຂຶ້ນ 4 ອົງສາ ເຊິ່ງເປັນຕົວເລກທີ່ສູງຂຶ້ນຫລາຍ ຈາກການຄາດຄະເນກ່ອນໜ້ານີ້ວ່າຢູ່ພຽງ 11%.

        ຜົນການສຶກສາຈາກສະຖາບັນຄວາມສ່ຽງ ແລະ ການຮັບມືສະພາບອາກາດ ຂອງມະຫາວິທະຍາໄລນິວເຊົາເວວ ໃນອົດສະຕຣາລີ ທ້າທາຍໂມເດວເສດຖະກິດທີ່ມີມາດົນ ແລະ ມີອິດທິພົນຕໍ່ການກໍານົດນະໂຍບາຍສະພາບອາກາດທົ່ວໂລກ, ພ້ອມທັງກະຕຸ້ນການດໍາເນີນງານດ້ານສະພາບອາກາດຢ່າງຈິງຈັງ ແລະ ຮີບດ່ວນຍິ່ງຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - GDP ໂລກອາດຫລຸດລົງ 40% ພາຍໃນປີ 2100 ຖ້າໂລກຮ້ອນຂຶ້ນ 4 ອົງສາ

        ທ່ານ ທິໂມທີ ນີລ ນັກວິໄຈຫລັກ ກ່າວວ່າ: ຫລາຍໂມເດວເສດຖະກິດກ່ອນໜ້ານີ້ບໍ່ໄດ້ພິຈາລະນາການຢຸດສະງັກຂອງຕ່ອງໂສ້ອຸປະທານທີ່ເກີດຈາກເຫດການສະພາບອາກາດປ່ຽນແປງ, ບັນດານັກເສດຖະສາດມັກປະເມີນຄວາມເສຍຫາຍທາງສະພາບອາກາດ ດ້ວຍການປຽບທຽບເຫດການສະພາບອາກາດໃນອະດີດ ກັບການເຕີບໃຫຍ່ທາງເສດຖະກິດ ເຊິ່ງເບິ່ງຂ້າມການເຊື່ອມໂຍງລະດັບໂລກຂອງກຸ່ມເສດຖະກິດສະໄໝໃໝ່.

       ເມື່ອບໍ່ມີການພິຈາລະນາຄວາມເສຍຫາຍທາງສະພາບອາກາດເຫລົ່ານີ້ ຫລາຍໂມເດວເສດຖະກິດກ່ອນໜ້າຈຶ່ງສະຫລຸບໄດ້ວ່າ: ການປ່ຽນແປງສະພາບອາກາດຂັ້ນຮຸນແຮງບໍ່ແມ່ນບັນຫາໃຫຍ່ຕໍ່ເສດຖະກິດ. ພ້ອມກ່າວວ່າ: ການຢຸດສະງັກໃນພາກພື້ນໜຶ່ງຈະສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານທົ່ວໂລກ ສົ່ງຜົນກະທົບຕໍ່ທຸກປະເທດ ລວມທັງປະເທດໜາວເຢັນ ຄືການາດາ ແລະ ຣັດເຊຍ.

       ການປັບຕົວເລກຄາດຄະເນດັ່ງກ່າວ ສະໜັບສະໜູນການຈໍາກັດອຸນຫະພູມໂລກໃຫ້ເພີ່ມຂຶ້ນບໍ່ເກີນ 1.7 ອົງສາ ສອດຄ່ອງກັບເປົ້າໝາຍຫລຸດປ່ອຍກາກບອນໄວຂຶ້ນເຊັ່ນ: ຂໍ້ຕົກລົງປາຣີສ ແລະ ຕໍ່າກວ່າເກນ 2.7 ອົງສາ ເຊິ່ງເຄີຍເປັນທີ່ຍອມຮັບກັນກ່ອນໜ້ານີ້ ໂດຍໂມເດວເສດຖະກິດຕ້ອງປັບຕາມຜົນກະທົບຈິງ ຈາກການປ່ຽນແປງຂອງສະພາບອາກາດ, ລາຄາອາຫານທີ່ເພີ່ມຂຶ້ນ ຈົນເຖິງຕົ້ນທຶນປະກັນທີ່ເພີ່ມຂຶ້ນ.

- 5 - GDP ໂລກອາດຫລຸດລົງ 40% ພາຍໃນປີ 2100 ຖ້າໂລກຮ້ອນຂຶ້ນ 4 ອົງສາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!