ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ

ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ - Gaza ceasefire QA Hero Jan25 - ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ
ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ - kitchen vibe - ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ

        ກຸ່ມຮາມັດເປີດເຜີຍວ່າ: ທາງກຸ່ມຍັງມີການເຈລະຈາກັບຕົວແທນຈາກປະເທດເປັນກາງໃນວັນທີ 20 ມີນາ ເພື່ອຢຸດການໂຈມຕີຂອງອິດສະລາແອນຢູ່ເຂດກາຊາ ແລະ ເພື່ອເຮັດໃຫ້ອິດສະລາແອນປະຕິບັດຕາມຂໍ້ຕົກລົງຢຸດຍິງ.

        ນອກຈາກນີ້, ຮາມັດເນັ້ນວ່າ: ທາງກຸ່ມຍັງຍຶດໝັ້ນຕໍ່ຂໍ້ຕົກລົງຢຸດຍິງທີ່ມີການລົງນາມໃນເດືອນມັງກອນ.

       ສ່ວນກອງພົນນ້ອຍອັລ-ກັສຊໍາຂອງກຸ່ມຮາມັດ ອອກຖະແຫລງການລະບຸວ່າ: ທາງກຸ່ມໄດ້ຍິງຈະຫລວດ M90 ໂຈມຕີນະຄອນຫລວງເທລອາວີບໃນວັນທີ 21 ມີນານີ້ ເພື່ອຕອບໂຕ້ອິດສະລາແອນທີ່ມີການໂຈມຕີເຂດກາຊາ.

      ທັງນີ້, ກຸ່ມຮາມັດໄດ້ມີການຍິງຈະຫລວດໃສ່ອິດສະລາແອນໃນວັນທີ 21 ມີນານີ້ ເປັນຄັ້ງທໍາອິດນັບແຕ່ຂໍ້ຕົກລົງຢຸດຍິງລະຫວ່າງອິດສະລາແອນ ແລະ ກຸ່ມຮາມັດໄດ້ລົ້ມສະຫລາຍລົງໃນອາທິດນີ້ ຫລັງຈາກອິດສະລາແອນກັບມາໂຈມຕີເຂດກາຊາ ຈົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຈໍານວນຫລາຍ.

ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ - 5 - ຮາມັດເດີນໜ້າເຈລະຈາ ຫວັງກົດດັນອິດສະລາແອນປະຕິບັດຕາມຂໍ້ຕົກລົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!