ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 485152025 1130090012478637 7673529730886373074 n - ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - kitchen vibe - ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໄດ້ຈັດພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 484917596 1130090092478629 4692679392768171704 n 1024x682 - ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ໄດ້ໃຫ້ຮູ້ວ່າ: ງານວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ” ປະກອບມີບັນດາຮູບພາບ, ເອກະສານ ແລະ ວັດຖຸພັນ ເກືອບ 300 ຊິ້ນ ທີ່ເປັນບັນດາເຫດການອັນສໍາຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະທັບໃຈທີ່ສຸດ ທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກຳເນີດເກີດຂຶ້ນ, ການເຕີບໃຫຍ່ເຂັ້ມແຂງ ແລະ ນໍາພາມີໄຊສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ທັງສ່ອງແສງໃຫ້ເຫັນວິລະກຳອັນລໍ້າເລີດຂອງພັກເຮົາ ໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດ ເຮັດສຳເລັດການປະຕິວັດ ຕໍ່ສູ້ກູ້ຊາດ ກໍຄື ໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ໃນໄລຍະຜ່ານມາ.

ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - Visit Laos Visit SALANA BOUTIQUE HOTEL - ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 484963517 1130090182478620 5226369169689119024 n 1024x682 - ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ການວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” ໃນຄັ້ງນີ້, ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກເຮົາ ກໍຄື ສຶກສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ, ໃສແຈ້ງ, ຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ທີ່ອຸທິດຕົນເພື່ອພາລະກິດການປະຕິວັດ, ເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ.

ຮູບພາບທີ່ນຳມາວາງສະແດງ ດັ່ງກ່າວ, ຍັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນຫລັງ ໂດຍສະເພາະຮຸ່ນໜຸ່ມ ໃຫ້ຍຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອ ຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ - 3 - ວາງສະແດງຮູບພາບ ສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!