ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ

ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ - 709e9647 989b 4eb4 9315 2a72a8f4bf9f - ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ
ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ - kitchen vibe - ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ

ໂດຍ: ນົກສາລິກາ ພົມມະວັນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

ການພັດທະນາແບບຍືນຍົງຈະເກີດຂຶ້ນໄດ້ແມ່ນປະກອບດ້ວຍຫຼາຍຢ່າງເປັນຕົ້ນແມ່ນ ການຈັດການ, ການບໍລິການ, ການອໍານວຍຄວາມສະດວກ, ຄວາມສະບາຍ, ຄວາມປອດໄພ, ການຕອບສະໜອງຕໍ່ຄວາມຕ້ອງການ ໃນນັ້ນ ຄວາມສະອາດໄດ້ເປັນສິ່ງຈໍາເປັນ ແລະ ຕົ້ນຕໍ ຮັບປະກັນຕໍ່ຄວາມປອດໄພທາງສຸຂະພາບທາງກາຍ ແລະ ໃຈທີ່ດີ, ຄວາມຮູ້ສຶກພໍໃຈ, ປະທັບໃຈ. ແຕ່ຄວາມສະອາດຈະເກີດຂຶ້ນແມ່ນຍ້ອນຄົນທີ່ມີວັດທະນະທໍາຮັກຄວາມສະອາດ. ສະນັ້ນ, ການພັດທະນາວັດທະນະທໍາ ຄວາມສະອາດຈິ່ງມີຄວາມຕ້ອງການ ແລະ ຈໍາເປັນຢູ່ໃນການພັດທະນາແບບຍືນຍົງ

ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ - Visit Laos Visit SALANA BOUTIQUE HOTEL - ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ

ຄົນລາວສ່ວນໜຶ່ງຍັງມີນິດໄສດຳລົງຊີວິດຕິດພັນຢູ່ກັບທຳມະຊາດ ບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ; ໃນວັດທະນະທຳເດີມ ບໍ່ໄດ້ຖືເອົາການປູກຝັງວັດທະນະທຳການຮັກຄວາມສະອາດ ແລະ ຮູ້ບົດບາດຂອງຄວາມສະອາດໃຫ້ງອກງາມຈົນກາຍເປັນນິດໄສຢ່າງແທ້ຈິງ.

ປັດຈຸບັນຕ້ອງໄດ້ສ້າງ ແລະ ປູກຝັງວັດທະນະທໍາການຮັກສາຄວາມສະອາດໃຫ້ຢ່າງທົ່ວເຖິງ ແລະ ຈິງຈັງ ພື້ນຖານແລ້ວຄວາມເປິເປື້ອນເກີດຂຶ້ນດ້ວຍຫຼາຍປັດໄຈ ເກີດຈາກສິ່ງທໍາມະຊາດ, ເກີດຈາກຄົນສ້າງຂຶ້ນ, ເກີດຈາກຄວາມມັກງ່າຍບໍ່ສົນໃຈຕໍ່ຄວາມສະອາດ ໃນນີ້້ກໍລວມເຖິງ ຄວາມເຫັນແກ່ຕົວ, ຜົນປະໂຫຍດສ່ວນຕົວທີ່ຫາຄວາມສະອາດໃຫ້ສະເພາະຕົວແຕ່ສ້າງຄວາມເປື້ອນໃຫ້ສັງຄົມ ຂາດຄວາມສໍານຶກທີ່ດີຕໍ່ສິ່ງແວດລ້ອມ ມົນພາວະທີ່ສົ່ງຜົນກະທົບທາງກົງ ຫຼື ທາງອ້ອມຕໍ່ການດໍາລົງຊີວິດ

ໃນໄລຍະຜ່ານມາລາວໄດ້ມີການຮ່ວມມືກັບສາກົນໃນການສ້າງຄວາມສະອາດໃນປີ 2010 ໄດ້ວາງມາດຕະຖານທ່ອງທ່ຽວອາຊຽນ, ມາດຕະຖານເມືອງທ່ອງທ່ຽວອາຊຽນສະອາດ, ມາດຕະຖານຫ້ອງນໍ້າສາທາລະນະສະອາດ, ມາດຕະຖານດ້ານຄວາມປອດໄພ ເພື່ອໃຫ້ສະມາຊິກອາຊຽນມີມາດຕະຖານດຽວກັນ. ກ່ຽວກັບການສ້າງຄວາມສະອາດຍັງໄດ້ກຳນົດເປັນໜ້າທີ່ຂອງບາງພາກສ່ວນເຊັ່ນ: ພາກສ່ວນສາທາລະນະສຸກ, ວຽກສຸຂະອະນາໄມທີ່ເຮັດການໂຄສະນາ  3 ສະອາດເຊັ່ນ: ກິນ, ຢູ່ ແລະ ດື່ມສະອາດ.

ນະຄອນຫຼວງວຽງຈັນ ໄດ້ວາງຄຳຂວັນ “6 ສ” ຄື: ສະອາດ, ສີຂຽວ, ສະຫງົບ, ສະຫວ່າງ, ສີວິໄລ, ສະເໜ່ ເປັນພື້ນຖານ ແລະ ຕົວແບບແຫ່ງຄວາມສະອາດໃຫ້ຄົນລາວໄດ້ຮັບ ແລະ ຮຽນຮູ້ກາຍເປັນວັດທະນະທຳໃໝ່; ຈາກນັ້ນມາ ຄວາມສະອາດໄດ້ຮັບການສົ່ງເສີມໃຫ້ມີຫຼາຍຂຶ້ນ, ຕົວເມືອງມີຄວາມງາມຂຶ້ນ, ບັນດາເມືອງໃຫຍ່ໄດ້ມີສີສັນຂອງສີຂຽວ ແລະ ດອກໄມ້, ສີຂອງສິ່ງປະດັບປະດາເຮັດໃຫ້ໂສມໜ້າຂອງເມືອງມີສິ່ງໃໝ່ຂຶ້ນ.

ຄວາມສະອາດ ແມ່ນຄວາມກ້ຽງງາມ, ສົດໃສ, ສະຫວ່າງຕາ, ບໍ່ເປິເປື້ອນ; ມີຄວາມສໍາຄັນຕໍ່ການຕ້ານພະຍາດ, ການມີຊີວິດທີ່ດີ ເຊິ່ງສະແດງເຖິງຈິດໃຈ ແລະ ວັດທະນະທໍາທີ່ໄດ້ຮັບການພັັດທະນາ, ສະແດງເຖິງຄຸນນະພາບຊີວິດໄດ້ຍົກສູງຂຶ້ນ.

ການສ້າງຄວາມສະອາດທີ່ຍືນຍົງ ແມ່ນເກີດຂຶ້ນຄຽງຄູ່ກັບການມີວັດທະນະທຳທີ່ຮັກຄວາມສະອາດແບບຍືນຍົງ ແມ່ນເກີດຈາກການສຶກສາທີ່ເປັນລະບົບ ປະກອບການເຝິກແອບ, ການສ້າງຄວາມສະອາດໃຫ້ເປັນທັກສະ, ນິດໄສ ແລະ ມີວັດທະນະທໍາຈຶ່ງຈະເກີດຄວາມຍືນຍົງ.

ດັ່ງນັ້ນ, ຢາກສ້າງຄວາມສະອາດຂຶ້ນໄດ້ ແມ່ນຕ້ອງມີຫຼາຍປັດໄຈ ເຊັ່ນ: ເພີ່ມການຈັດການສ້າງຄວາມສະອາດໂດຍໃຫ້ຊາວບ້ານ, ຊຸມຊົນໄດ້ເຂົ້າຮ່ວມແລະການປົກຄອງທ້ອງຖິ່ນຂັ້ນບ້ານ, ເພີ່ມບັນດາຈຸດຂອງການເກັບຂີ້ເຫຍື້ອໃນບ່ອນສາທາລະນະຢ່າງພຽງພໍດ້ວຍໜ່ວຍບໍລິການຂອງລັດ, ຈັດແຈງບ່ອນຖິ້ມຂີ້ເຫຍື້ອຢ່າງເໝາະສົມ ຕາມຫຼັກການທີ່ຄໍານຶງເຖິງສິ່ງແວດລ້ອມ, ຜົນກະທົບຕໍໍ່ການດຳລົງຊີວິດ ໂດຍໃຫ້ບຸກຄົນສາມາດນຳສິ່ງເສດເຫຼືອ, ຂີ້ເຫຍື້ອໄປຖິ້ມດ້ວຍຕົນເອງໄດ້ຢ່າງຖືກຕ້ອງ ແລະ ສະດວກ. ເພີ່ມການບໍລິການ ການກໍາຈັດຂີ້ເຫຍື້ອດ້ວຍການເພີ່ມພາຫະນະເກັບ ແລະ ນໍາໄປຖິ້ມເຊິ່ງສາມາດຮັບເອົາຂີ້ເຫຍື້ອສິ່ງເສດເຫຼືອຂອງບຸກຄົນ, ຄອບຄົວທີ່ມີໄດ້ສະສົມພາຍໃນອາທິດໃຫ້ໄດ້.

ການເພີ່ມເນື້ອໃນກ່ຽວກັບຄວາມສະອາດ, ການບໍ່ສ້າງຄວາມເປື້ອນເປິ ເຂົ້າໃນລະບົບໂຮງຮຽນນັບແຕ່ຊັ້ນປະຖົມຂຶ້ນໄປເຖິງຂັ້ນມັດທະຍົມ  ກໍເປັນອີກສິ່ງໜຶ່ງທີ່ຈຳເປັນ ແລະ ມີການມອບລາງວັນໃຫ້ແກ່ໜ່ວຍງານ, ​ອົງການ,​ ອົງການປົກຄອງ,​ ໂຮງຮຽນ,​ ວັດທີ່ສາມາດຮັກສາຄວມສະອາດໄດ້ທັງມອບປ້າຍກຽດຕິຍົດໃຫ້.

ການສ້າງສາພັດທະນາປະເທດຊາດ ຄວບຄູ່ກັບການສ້າງວັດທະນະທໍາການຮັກສາຄວາມສະອາດ ແມ່ນໜ້າທີ່ຂອງທຸກຄົນໃນການສ້າງຄອບຄົວສະອາດ, ບ້ານສະອາດ, ເມືອງສະອາດ, ໂຮງຮຽນສະອາດ, ວັດສະອາດ ແລະ ປະເທດຊາດສະອາດ ເພື່ອຄຸນນະພາບຊີວິດທີ່ດີຂຶ້ນທັງເປັນການເອກອ້າງທະນົງໃຈຕໍ່ແຂກຄົນທີ່ເຂົ້າມາທ່ຽວຊົມໃຫ້ນັບມື້ນັບຫຼາຍຂຶ້ນ ເພາະການພັດທະນາວັດທະນະທໍາທີ່ຮັກຄວາມສະອາດແມ່ນຄວາມຕ້ອງການ ແລະ ຈໍາເປັນໃນການພັດທະນາແບບຍືນຍົງ.

ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ - 3 - ການພັດທະນາປະເທດຊາດ ກັບການຮັກສາຄວາມສະອາດບໍ່ຄວນເບິ່ງຂ້າມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!