ແຂວງຄໍາມ່ວນ ເປີດຊອງປະມູນໂຄງການບູລະນະສ້ອມແປງເສັ້ນທາງດິນແດງ 5631 ແຕ່ແຍກທາງເລກທີ 12 ຫາ ບ້ານນາຕຸງ ເມືອງມະຫາໄຊ


ວັນທີ 25 ທັນວາ 2024 ຜ່ານມານີ້, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງມະຫາໄຊ ແຂວງຄໍາມ່ວນໄດ້ຈັດກອງປະຊຸມເປີດຊອງປະມູນໂຄງການບູລະນະສ້ອມແປງເສັ້ນທາງດິນແດງ 5631 ແຕ່ແຍກທາງເລກທີ 12 ຫາ ບ້ານນາຕຸງ ເມືອງມະຫາໄຊ ແຂວງຄໍາມ່ວນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ແສງຈັນ ຊາມົນຕຣີ ຮອງເຈົ້າເມືອງມະຫາໄຊ ຜູ້ຊີ້ນໍາວຽກງານເສດຖະກິດ, ມີທ່ານ ວົງດາລາ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ແມ່ນໄດ້ຮັບງົບປະມານຮ່ວມພັດທະນາຊົນນະບົດ ເພື່ອລົບລ້າງຄວາມທຸກຍາກຂອງພໍ່ແມ່ປະຊາຊົນ, ມາຮອດວັນທີ 25 ທັນວາ 2024 ຈຶ່ງໄດ້ເປີດຊອງປະມູນ ເຊິ່ງມີບໍລິສັດເຂົ້າຮ່ວມຍື່ນຊອງປະມູນ 4 ບໍລິສັດຄື: ບໍລິສັດ SD ກໍ່ສ້າງຈໍາກັດຜູ້ດຽວ, ບໍລິສັດ ພູວຽງກໍ່ສ້າງສ້ອມແປງຂົວ-ທາງຈໍາກັດ, ບໍລິສັດ ທຸລະກິດໜຸ່ມ ຈໍາກັດ ແລະ ບໍລິສັດ ສີຄໍາຈະເລີນກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ.
ຜ່ານການກວດກາເອກະສານເຫັນວ່າ ບໍລິສັດທີ່ມີເງື່ອນໄຂຄົບຖ້ວນ ແມ່ນບໍລິສັດ ສິຄໍາຈະເລີນກໍ່ສ້າງຂົວທາງຈໍາກັດ ທີ່ໃສ່ລາຄາຕໍ່າ ແລະ ມີເງື່ອນໄຂຄົບຖ້ວນ ເຊິ່ງຊະນະການປະມູນ. ເສັ້ນທາງດັ່ງກ່າວມີຄວາມຍາວ 2.7 ກິໂລແມັດ, ໜ້າທາງກວ້າງ 5 ແມັດ ມູນຄ່າ 330,519,638 ກີບ.
ທີ່ມາ: Khammouane News