ອາຣັບບີ ຊາອຸດິດ ເຕືອນວິກິດຊີຣີ ຈະຕ້ອງໄດ້ຮັບຄວາມເຫັນພ້ອມ ຈາກທຸກຝ່າຍ
November 22, 2017 - 5:42 PM


ທ່ານ ອາເດລ ອັດຈູເບອີ ລັດຖະມົນຕີຕ່າງປະເທດອາຣັບບີ ຊາອຸດິດ ກ່າວກັບຜູ້ແທນຝ່າຍຕໍ່ຕ້ານໃນຊີຣີ ລະຫວ່າງພົບກັນຢູ່ນະຄອນຫລວງຣິຍາດຂອງອາຣັບບີ ຊາອຸດິດ ໃນວັນທີ 22 ພະຈິກວ່າ: ທາງອອກຈາກວິກິດໃນຊີຣີຈະຕ້ອງໄດ້ຮັບຄວາມເຫັນພ້ອມຈາກທຸກຝ່າຍ ເພື່ອໃຫ້ເປັນໄປຕາມຄວາມຕ້ອງການຂອງປະຊາຊົນຊາວຊີຣີຢ່າງແທ້ຈິງ.
ລັດຖະມົນຕີຕ່າງປະເທດອາຣັບບີ ຊາອຸດິດ ກ່າວເປັນພາສາອາຣັບຈາກການພົບປະຫາລືກັນຢູ່ນະຄອນຫລວງຣິຍາດວ່າ: ທາງອອກຈາກວິກິດໃນຊີຣີຈະຕ້ອງໄດ້ຮັບຄວາມເຫັນພ້ອມຈາກທຸກຝ່າຍໃນຊີຣີ ຕາມເຈດຕະນາຂອງປະຊາຊົນຊາວຊີຣີບົນຫລັກການພື້ນຖານໃນການເຈລະຈາສັນຕິພາບຊີຣີທີ່ເອີ້ນວ່າ: ເຈນີວາ 1 ແລະ ຕາມມະຕິທີ 2254 ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.