ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກອິດທິພົນພາຍຸຈ່າມີຖະຫລົ່ມເກາະລູຊອນຂອງຟີລິບປິນ

- 222 9 - ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກອິດທິພົນພາຍຸຈ່າມີຖະຫລົ່ມເກາະລູຊອນຂອງຟີລິບປິນ
- kitchen vibe - ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກອິດທິພົນພາຍຸຈ່າມີຖະຫລົ່ມເກາະລູຊອນຂອງຟີລິບປິນ

      ຄວາມຮຸນແຮງຂອງພາຍຸຈ່າມີສ້າງຄວາມເສຍຫາຍໃຫ້ແກ່ເກາະລູຊອນຂອງຟີລິບປິນ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນແລ້ວ.

      ກົມອຸຕຸນິຍົມວິທະຍາແຫ່ງຊາດຟີລິບປິນລາຍງານວ່າ: ພາຍຸຈ່າມີເຄື່ອນທີ່ດ້ວຍຄວາມໄວລົມໃກ້ສູນກາງ ສູງສຸດ 85 ກິໂລແມັດຕໍ່ຊົ່ວໂມງ ແລະ ສູນກາງຂອງພາຍຸຢູ່ຫ່າງຈາກແຂວງອໍໂຣຣາ ເກາະລູຊອນ ອອກໄປທາງຕາເວັນອອກປະມານ 160 ກິໂລແມັດ ໃນຕອນບ່າຍວັນທີ 23 ຕຸລາ ຕາມເວລາທ້ອງຖິ່ນ.

     ຂະນະທີ່ສໍານັກງານປ້ອງກັນ ແລະ ບັນເທົາອຸທົກກະໄພຂອງຟີລິບປິນລາຍງານວ່າ: ມີຜູ້ເສຍຊີວິດຈາກອິດທິພົນຂອງພາຍຸຫົວນີ້ແລ້ວ 7 ຄົນ. ສ່ວນເຈົ້າໜ້າທີ່ຈາກໜ່ວຍງານຫລາຍແຫ່ງທີ່ກ່ຽວຂ້ອງ ຮ່ວມກັນອົບພະຍົບປະຊາຊົນໃນພື້ນທີ່ສ່ຽງແລ້ວ 32,000 ກວ່າຄົນ ຢູ່ເກາະລູຊອນ ເຊິ່ງຈະໄດ້ຮັບຜົນກະທົບໂດຍກົງຫລາຍທີ່ສຸດ ເນື່ອງຈາກເປັນເສັ້ນທາງຜ່ານຂອງພາຍຸ ແລະ ມີລາຍງານວ່າ: ຫລາຍພື້ນທີ່ຂອງເຂດບີໂຄລ ທີ່ຢູ່ທາງຕາເວັນອອກຂອງເກາະລູຊອນ ເລີ່ມຜະເຊີນນໍ້າຖ້ວມກະທັນຫັນ ເຊິ່ງເປັນອຸປະສັກຕໍ່ການໃຫ້ການຊ່ວຍເຫລືອຂອງເຈົ້າໜ້າທີ່.

     ທັງນີ້, ຟີລິບປິນເປັນໜຶ່ງໃນປະເທດທີ່ຕັ້ງຢູ່ເຂດວົງແຫວນໄຟແຫ່ງປາຊີຟິກ ເຊິ່ງເປັນການລຽງຕົວຂອງຮອຍຕໍ່ເປືອກໂລກເປັນແນວຄືເກືອກມ້າ ຈຶ່ງຜະເຊີນໄພທໍາມະຊາດເລື້ອຍໆ ບໍ່ວ່າຈະເປັນພູໄຟລະເບີດ, ແຜ່ນດິນໄຫວ ແລະ ພາຍຸ ໂດຍສະເລ່ຍຕໍ່ປີ ຟີລິບປິນຜະເຊີນພາຍຸປະມານປີລະ 20 ຫົວ.

- 3 - ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກອິດທິພົນພາຍຸຈ່າມີຖະຫລົ່ມເກາະລູຊອນຂອງຟີລິບປິນ
- 4 - ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກອິດທິພົນພາຍຸຈ່າມີຖະຫລົ່ມເກາະລູຊອນຂອງຟີລິບປິນ
- 5 - ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກອິດທິພົນພາຍຸຈ່າມີຖະຫລົ່ມເກາະລູຊອນຂອງຟີລິບປິນ