IMF ຄາດຄະເນເສດຖະກິດໂລກຫລຸດລົງເລັກໜ້ອຍໃນປີນີ້ ແລະ ປີໜ້າ

- tagreuters - IMF ຄາດຄະເນເສດຖະກິດໂລກຫລຸດລົງເລັກໜ້ອຍໃນປີນີ້ ແລະ ປີໜ້າ
- kitchen vibe - IMF ຄາດຄະເນເສດຖະກິດໂລກຫລຸດລົງເລັກໜ້ອຍໃນປີນີ້ ແລະ ປີໜ້າ

      ກອງທຶນການເງິນສາກົນ (IMF) ປະກາດວ່າ: ການເຕີບໃຫຍ່ທາງເສດຖະກິດລະດັບໂລກ ຄາດວ່າຈະຫລຸດລົງເລັກໜ້ອຍ ເປັນ 3.2% ໃນປີນີ້ ແລະ ຄົງຢູ່ລະດັບນີ້ຕໍ່ໄປໃນປີ 2025. ພ້ອມເຕືອນວ່າ: ຕົວເລກຄົງທີ່ດັ່ງກ່າວບົດບັງການປ່ຽນແປງທີ່ສໍາຄັນໃນລະດັບພາກສ່ວນ ແລະ ພາກພື້ນ.

     IMF ລະບຸໃນລາຍງານທ່າອ່ຽງເສດຖະກິດໂລກ (WEO) ສະບັບໃໝ່ ຄາດຄະເນວ່າອັດຕາເງິນເຟີ້ໂລກຈະຫລຸດລົງຢ່າງຕໍ່ເນື່ອງ ໂດຍຢູ່ລະດັບ 5.8% ໃນປີນີ້ ກ່ອນຫລຸດເຫລືອ 4.3% ໃນປີໜ້າ.

- Visit Laos Visit SALANA BOUTIQUE HOTEL - IMF ຄາດຄະເນເສດຖະກິດໂລກຫລຸດລົງເລັກໜ້ອຍໃນປີນີ້ ແລະ ປີໜ້າ

      ເຖິງຢ່າງໃດກໍຕາມ, ລາຍງານຂອງ WEO ຊີ້ວ່າ: ການເຕີບໃຫຍ່ທາງເສດຖະກິດລະດັບໂລກ ຄາດວ່າມີທ່າອ່ຽງຫລຸດລົງເຫລືອ 3.1% ພາຍໃນປີ 2029 ແລະ ເຕືອນເຖິງຄວາມສ່ຽງທີ່ເພີ່ມຂຶ້ນຕໍ່ຕົວຊີ້ວັດເບື້ອງຕົ້ນ ຕະຫລອດຈົນການປ່ຽນແປງທີ່ສໍາຄັນໃນລະດັບພາກສ່ວນ ແລະ ພາກພື້ນ ເຊິ່ງເກີດຂຶ້ນໃນໄລຍະ 6 ເດືອນຜ່ານມາ.

      ການເຕີບໃຫຍ່ທາງເສດຖະກິດຍັງມີຄວາມສ່ຽງຂາລົງຫລາຍປະການ ແລະ ເນັ້ນເຖິງທ່າອ່ຽງຂອງຄວາມຂັດແຍ່ງລະດັບພາກພື້ນທີ່ເພີ່ມຂຶ້ນ ໂດຍສະເພາະຢູ່ຕາເວັນອອກກາງ.

      ທັງນີ້, ການເຜີຍແຜ່ລາຍງານ WEO ເກີດຂຶ້ນໜຶ່ງວັນພາຍຫລັງກອງປະຊຸມປະຈໍາປີຂອງ IMF ແລະ ທະນາຄານໂລກ ຢູ່ນະຄອນຫລວງວໍຊິງຕັນ ໂດຍມີລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຈາກທົ່ວໂລກ ເຂົ້າຮ່ວມກອງປະຊຸມກ່ຽວກັບຄວາມແຂງແກ່ນຂອງເສດຖະກິດໂລກ.

- 5 - IMF ຄາດຄະເນເສດຖະກິດໂລກຫລຸດລົງເລັກໜ້ອຍໃນປີນີ້ ແລະ ປີໜ້າ
- 4 - IMF ຄາດຄະເນເສດຖະກິດໂລກຫລຸດລົງເລັກໜ້ອຍໃນປີນີ້ ແລະ ປີໜ້າ
- 3 - IMF ຄາດຄະເນເສດຖະກິດໂລກຫລຸດລົງເລັກໜ້ອຍໃນປີນີ້ ແລະ ປີໜ້າ