ນາຍົກລັດຖະມົນຕີລີບັງປະກາດ ລາອອກກັງວົນຖືກລອບສັງຫານ

- 1509856284992 960x0 - ນາຍົກລັດຖະມົນຕີລີບັງປະກາດ ລາອອກກັງວົນຖືກລອບສັງຫານ
- kitchen vibe - ນາຍົກລັດຖະມົນຕີລີບັງປະກາດ ລາອອກກັງວົນຖືກລອບສັງຫານ

ນາຍົກລັດຖະມົນຕີ ຊາ​ອັດ ຮາຣີຣີ ຂອງ​ລີ​ບັງ ປະກາດ​ລາ​ອອກ ​ໂດຍ​ໃຫ້​ເຫດຜົນ​ວ່າ​ອີຣານ​ເຂົ້າມາ​ມີ​ອິດ​ທິພົນ​ໃນ​ປະ​ເທດ​ຫລາຍ​ຂຶ້ນ ​ແລະ ຖືກ​ຂູ່​ປອງ​ຮ້າຍ​ເຖິງ​ຊີວິດ.

ການ​ປະກາດ​ລາ​ອອກ​ຢ່າງ​ກະທັນຫັນ​ໃນ​ວັນ​ທີ 4 ພະຈິກ​ຕາມ​ເວລາ​ທ້ອງ​ຖິ່ນ ​ຍິ່ງ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ລີ​ບັງ​ຕົກ​ຢູ່​ໃນ​ຄວາມ​ວຸ້ນວາຍ​ຂຶ້ນ. ທ່ານ ຮາຣີຣີ ອອກ​ຖະ​ແຫລ​ງການ​ຜ່ານ​ທາງ​ສະຖານີ​ຂ່າວ​ອັດ​-ອາຣາບິ​ຢາ ຂອງ​ອາຣັບບີ ຊາ​ອຸ​ດິດ ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງນາຍົກລັດຖະມົນຕີລີບັງ ​ແລະ ກ່າວ​ວ່າ: ມີ​ການວາງ​ແຜນ​ສັງຫານ​ທ່ານ. ຂະນະ​ທີ່​ກະ​ແສ​ສັງຄົມ​ເຕັມ​ໄປ​ດ້ວຍ​ຂໍ້ຄວາມ​ເຢາະ​ເຢີ້ຍທ່ານ ທີ່​ເລືອກ​ປະກາດ​ລາ​ອອກ​ຈາກ​ຕ່າງປະ​ເທດ ​ແລະ ຖະ​ແຫລ​ງຂ່າວ​ຜ່ານ​ທາງ​ສະຖານີ​ໂທລະພາບ​ຕ່າງປະ​ເທດ. ທ່ານ ຊາ​ອັດ ຮາຣີຣີ ອາຍຸ 47 ປີ ນັກ​ການ​ເມືອງ​ນິກາຍ​ສຸ​ນີຂໍ​ລາ​ອອກ ​ໂດຍ​ກ່າວ​ຫາ​ວ່າ​ອີຣານຂະຫຍາຍ​ອິດ​ທິພົນ ​ແລະ ກຸ່ມ​​​ເຮັດ​ໂບລານິກາຍ​ຊີ​ອະ​ເຂົ້າມາ​ມີ​ອຳນາດ​ຫລາຍ​ຂຶ້ນ, ທ່ານ ຊາ​ອັດ ​ເປັນ​ລູກ​ຂອງ​ທ່ານ ຣາຟິກ ຮາຣີຣີ ອະດີດ​ນາຍົກລັດຖະມົນຕີລີບັງ ທີ່​ຖືກ​ລອບ​ສັງຫານ​ໃນ​ປີ 2003.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີລີບັງປະກາດ ລາອອກກັງວົນຖືກລອບສັງຫານ
- 4 - ນາຍົກລັດຖະມົນຕີລີບັງປະກາດ ລາອອກກັງວົນຖືກລອບສັງຫານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!