ກວາງຈິເປີດໂຕສິນຄ້າ 10 ກວ່າຊະນິດ

- 15 - ກວາງຈິເປີດໂຕສິນຄ້າ  10 ກວ່າຊະນິດ
- kitchen vibe - ກວາງຈິເປີດໂຕສິນຄ້າ  10 ກວ່າຊະນິດ

ໃນຕະຫລາດເມືອງສະຫວັນ ແຂວງກວາງຈິ ສສ ຫວຽດນາມ ໄດ້ນຳເອົາສິນຄ້າຫລັກທີ່ຜະລິດ ຈາກແຂວງຂອງຕົນ 10 ກວ່າຊະ ນິດເປັນຕົ້ນແມ່ນຜະລິດຕະພັນ ຈາກໄມ້ເກດສະໜາ, ຖົ່ວຂຽວ, ກະປື, ປາມຶກ, ຜະລິດຕະພັນອາ ຫານເສີມຈາກທຳມະຊາດ, ນ້ຳ ປາ, ຜິກໄທ, ແປ້ງມັນຕົ້ນ, ຫົວນ້ຳ ມັນຫອມຈາກທຳມະຊາດ, ກາ ເຟ, ຂີ້ໝີ້ນ, ເຄື່ອງດື່ມ-ນ້ຳຊາ, ນ້ຳ ມັນພືດຈາກຖົ່ວດິນ ແລະ ອື່ນໆ ເຂົ້າມາສະແດງ ແລະ ເປີດໂຕຈຳ ໜ່າຍຢູ່ແຂວງສະຫວັນນະເຂດ ເນື່ອງໃນໂອກາດທີ່ຄະນະຜູ້ແທນ ຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງກວາງຈິ ພ້ອມນັກ ທຸລະກິດພາຍໃນແຂວງຈຳນວນ ໜຶ່ງມາພົບປະແລກປ່ຽນບົດຮຽນ ແລະ ຈັບຄູ່ທຸລະກິດດ້ານການ ຄ້າຮ່ວມກັນ.

 

- Visit Laos Visit SALANA BOUTIQUE HOTEL - ກວາງຈິເປີດໂຕສິນຄ້າ  10 ກວ່າຊະນິດ

+ ສາລະວັນ-ສະຫວັນນະເຂດ-ກວາງຈິ ເພີ່ມທະວີການຮ່ວມມືວຽກງານຊາຍແດນ

+ ສສ ຫວຽດນາມ ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ການ ພັດທະນາແຂວງສະຫວັນນະເຂດເຕີບໃຫຍ່ຂະຫຍາຍຕົວ

 

ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນ ໃນທ້າຍເດືອນຕຸລາທີ່ຜ່ານມາ ເຊິ່ງຝ່າຍລາວມີ ທ່ານ ໂພສີສ້ອຍ ກຸທິລາດ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ຝ່າຍແຂວງກວາງຈິ ມີ ທ່ານຫງວຽນຫວືຮຶງ ຮອງຫົວ ໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງພ້ອມນັກທຸລະ ກິດຈຳນວນໜຶ່ງເຂົ້າຮ່ວມ.

ການຄ້າຂອງແຂວງສະ ຫວັນນະເຂດ ແລະ ແຂວງ ກວາງຈິ ເປີດເຜີຍວ່າ: ກອງປະ ຊຸມໃນຄັ້ງນີ້ແມ່ນເປັນການເປີດ ໂອກາດໃຫ້ແຂວງສະຫວັນນະ ເຂດ ແລະ ແຂວງກວາງຈິ ໄດ້ ເພີ່ມທະວີ ແລະ ສະໜັບສະໜູນ ບັນດານັກທຸລະກິດທັງສອງ ແຂວງໃຫ້ມີການພົບປະແລກ ປ່ຽນບົດຮຽນ, ນຳສະເໜີ ແລະ ຈຳໜ່າຍສິນຄ້າດ້ວຍກັນ, ຮ່ວມ ມືກັນພັດທະນາ ແລະ ເຂົ້າເປັນ ພາຄີເສດຖະກິດສາກົນ ເຊິ່ງໃນ ຜ່ານມາຫວຽດນາມກໍຍັງບໍ່ທັນ ໄດ້ສ້າງພື້ນຖານທຸລະກິດຢ່າງ ແຂງແຮງຢູ່ແຂວງສະຫວັນນະ ເຂດພໍປານໃດອັນໄດ້ເຮັດໃຫ້ການ ຮ່ວມມືວຽກງານການຄ້າຍັງຢູ່ ໃນລະດັບຕ່ຳເຮັດໃຫ້ການນຳ ເຂົ້າ ແລະສົ່ງອອກສິນຄ້າໃນຜ່ານມາ ລະຫວ່າງສອງຝ່າຍບັນລຸພຽງ 128 ລ້ານໂດລາສະຫະລັດ. ມີສິນ ຄ້າເປັນຕົ້ນແມ່ນເຄື່ອງອຸປະໂພກ ແລະ ບໍລິໂພກຕໍ່ມາກໍແມ່ນອຸປະ ກອນການກໍ່ສ້າງເປັນຕົ້ນ.

 

- 15 1024x682 - ກວາງຈິເປີດໂຕສິນຄ້າ  10 ກວ່າຊະນິດ

- 3 - ກວາງຈິເປີດໂຕສິນຄ້າ  10 ກວ່າຊະນິດ
- 5 - ກວາງຈິເປີດໂຕສິນຄ້າ  10 ກວ່າຊະນິດ
- 4 - ກວາງຈິເປີດໂຕສິນຄ້າ  10 ກວ່າຊະນິດ