ພົນລະເມືອງຢູ່ຊີຣີ 35 ຄົນເສຍຊີວິດຈາກການຖືກໂຈມຕີດ້ວຍແກັສພິດ
April 4, 2017 - 6:32 PM


ກຸ່ມສັງເກດການດ້ານສິດທິມະນຸດຢູ່ຊີຣີລະບຸວ່າ: ປະຕິບັດການໂຈມຕີທາງອາກາດດັ່ງກ່າວເຮັດໃຫ້ມີຜູ້ເສຍ ຊີວິດ ແລະ ຄົນຈຳນວນຫລາຍຢູ່ເມືອງແຫ່ງໜຶ່ງຂອງແຂວງອິດລິບມີບັນຫາລະບົບທາງເດີນຫາຍໃຈ ແລະ ມີອາ ການປ່ວຍຕ່າງໆເຊັ່ນ: ເປັນລົມ, ປວດຮາກ ແລະ ນ້ຳລາຍຟູມປາກຈາກການດົມແກັສພິດເຂົ້າໄປ. ທັງນີ້ ທາງກຸ່ມ ຍັງບໍ່ສາມາດຢືນຢັນສານພິດທີ່ໃຊ້ໃນການໂຈມຕີໄດ້ ແລະ ຍັງບໍ່ຮູ້ແນ່ນອນວ່າ: ເຮືອບິນທີ່ກໍ່ເຫດໂຈມຕີເປັນຂອງ ຝ່າຍໃດ.
ທັງນີ້, ພື້ນທີ່ສ່ວນໃຫຍ່ຢູ່ແຂວງອິດລິບຕົກຢູ່ພາຍໃຕ້ການຄວບຄຸມຂອງກຸ່ມກະບົດ ແລະ ມັກຕົກເປັນເປົ້າ ໂຈມຕີຂອງກອງທັບລັດຖະບານຊີຣີ, ຣັດເຊຍ ແລະ ກອງທັບພັນທະມິດທີ່ນຳໂດຍອາເມລິກາໃນການປະຕິບັດການ ຕໍ່ຕ້ານກຸ່ມລັດອິສລາມ ຫລື IS, ສ່ວນລັດຖະບານຊີຣີປະຕິເສດການໃຊ້ອາວຸດເຄມີໃນການໂຈມຕີ ແລະ ກ່າວຫາ ກຸ່ມກະບົດວ່າເປັນຝ່າຍໃຊ້ອາວຸດຕ້ອງຫ້າມ.