ເຟເດີເຣີ ຍ້າຍຂຶ້ນເປັນມືວາງອັນດັບ 4 ຂອງໂລກແລ້ວ
April 4, 2017 - 6:27 PM


ດ້ານ ຣາຟາເອລ ນາດາລ ເຖິງວ່າ່ຈະພາດແຊ໊ມ ແຕ່ຈາກຜົນ ງານຜ່ານເຂົ້າຊີງຊະນະເລີດທີ່ ໄມ ອາມີ ເຮັດໃຫ້ລາວຍ້າຍຈາກມື ວາງອັນດັບ 7 ຂຶ້ນມາຢູ່ມືວາງອັນ ດັບ 5 ຂອງໂລກ ສ່ວນ ເຄອິ ນິຊິ ໂກຣິ ຈາກ ຢິ່ປຸ່ນ ທີ່ຜົນງານໃນ ໄລຍະຫຼັງບໍ່ດີປານໃດ ຫຼ້າສຸດເສຍ ໃຫ້ ຟາບິໂອ ຈາກ ອິຕາລີ ຕົກ ຮອບ 8 ຄົນສຸດທ້າຍທີ່ ໄມອາມີ ອັນດັບຕົກລົງຈາກມືວາງອັນດັບ 4 ລົງມາຢູ່ມືວາງອັນດັບ 7 ຂອງໂລກ.
+ ສະຫຼຸບການຈັດອັນດັບ ໂລກຂອງນັກເຕັນນິສຊາຍຫຼ້າສຸດ 10 ອັນດັບທຳອິດມີຕໍ່ໄປນີ້:
- ແອນດີ ເມີເຣ 11.960 ຄະແນນ.
- ໂນວັກ ຢໍໂຄວິດ 7.915 ຄະແນນ.
- ສະແຕນ ວາວຣິນກາ 5.785 ຄະແນນ.
- ໂຣເຈີ ເຟເດີເຣີ 5.305 ຄະແນນ.
5ຣາຟາເອລ ນາດາລ 4.7 35 ຄະແນນ.
6 ມິລອສ ຣາໂອນິກ 4.345 ຄະແນນ.
- ເຄອິ ນິຊິໂກຣິ 4.310 ຄະແນນ.
- ມາຣິນ ຊິລິດ 3.385 ຄະ ແນນ.
- ໂດມິນິກ ທຽມ 3.385 ຄະແນນ.
10 ໂຈວິລຟຣີດ ຊອງກາ 3.265 ຄະແນນ.