ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ

- 25874441 - ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ
- kitchen vibe - ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ

ເຂື່ອນໄຟຟ້ານ້ຳງຽບ 1 ມີ ຄວາມມຸ່ງໝັ້ນໃນການປັບປຸງຄຸນ ນະພາບການສຶກສາ ແລະ ຊີວິດ ການເປັນຢູ່ຂອງຊຸມຊົນໃນທ້ອງຖິ່ນທີ່ຖືກຜົນກະທົບຈາກໂຄງ ການ, ໂດຍຜ່ານການເປີດນຳ ໃຊ້ ໂຮງຮຽນ ແລະ ສຸກສາລາ ທີ່ໄດ້ ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ ທີ່ເຂດ ຈັດສັນຫ້ວຍສູບ, ເມືອງ ບໍລິຄັນ ແຂວງບໍລິຄຳໄຊ, ເຊິ່ງ ລວມມີໂຮງຮຽນອະນຸບານໜຶ່ງຫລັງ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ, ພ້ອມດ້ວຍ ຫ້ອງການ, ຫ້ອງພັກຄູເພື່ອແນໃສ່ ສົ່ງເສີມ ແລະ ພັດທະນາການ ສຶກສາຂອງເຂດຍົກຍ້າຍຈັດສັນ ຫ້ວຍສູບມີຄຸນນະພາບດີຂຶ້ນ.

 

- Visit Laos Visit SALANA BOUTIQUE HOTEL - ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ

+ ແຂວງບໍ່ແກ້ວສ້າງເຂື່ອນໄຟຟ້າຫ້ວຍປຸ່ງເລາະ

+ ເບຍລາວມອບທຶນການສຶກສາໃຫ້ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນວິຈິດສິນແຫ່ງຊາດ 150 ທຶນ

ໃນໂອກາດດຽວກັນ, ຍັງ ໄດ້ເປີດນຳໃຊ້ສຸກສາລາຢູ່ເຂດ ດັ່ງກ່າວ, ເພື່ອສົ່ງເສີມການຮັກ ສາສຸຂະພາບຂັ້ນພື້ນຖານ ໃຫ້ແກ່ ປະຊາຊົນປະມານ 1.600 ຄົນ ທີ່ ຈະເຂົ້າມາອາໄສຢູ່ເຂດຍົກຍ້າຍຈັດສັນແຫ່ງນີ້ ແລະ ຊຸມຊົນໃກ້ ຄຽງ. ສຸສາລາດັ່ງກ່າວປະກອບ ມີ ສີ່ງອຳນວຍຄວາມສະດວກ ຕ່າງໆ ເພື່ອຮອງຮັບຄົນເຈັບ ພາຍໃນ ແລະ ພາຍນອກ, ມີ ຫ້ອງສຸກເສີນ, ຫ້ອງປະສູດ, ຫ້ອງ ນອນຄົນເຈັບດ້ວຍມູນຄ່າການ ກໍ່ສ້າງສຸກສາລາ ແລະ ໂຮງຮຽນ ດັ່ງກ່າວຫລາຍກວ່າ 6 ຕື້ກີບ.

ທ່ານ ປະພາດ ປານ ອາ ຣາມ ຮອງຜູ້ອຳນວຍການດ້ານ ສິ່ງແວດລ້ອມ ແລະ ສັງຄົມ ຂອງ ບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ກ່າວວ່າ: “ໂຄງການເຂື່ອນໄຟ ຟ້ານ້ຳງຽບ 1 ມີຄວາມມຸ່ງໝັ້ນ ໃນການພັດທະນາຊຸມຊົນເຫລົ່າ ນີ້ໃນໄລຍະຍາວ ແລະ ພວກເຮົາ ເຊື່ອໝັ້ນວ່າ ສິ່ງອຳນວຍຄວາມ ສະດວກເຫລົ່ານີ້ ຈະເປັນອົງປະ ກອບໜຶ່ງທີ່ສຳຄັນໃນການຊ່ວຍ ບັນລຸເປົ້າໝາຍດັ່ງກ່າວ.

 

 

- 4 - ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ
- 5 - ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ
- 3 - ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ