ມີຫລາຍອັນທີ່ລາວຈະໄດ້ຈາກການທ່ອງທ່ຽວ 2018

- kitchen vibe - ມີຫລາຍອັນທີ່ລາວຈະໄດ້ຈາກການທ່ອງທ່ຽວ 2018

ພິທີເປີດປີທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ພ້ອມກັນກັບພິທີ ເປີດບຸນນະມັດສະການພະທາດຫລວງວຽງຈັນເມື່ອທ້າຍອາທິດຜ່ານມາ, ໂດຍແມ່ນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານດັ່ງກ່າວຢ່າງມີຄວາມໝາຍສໍາຄັນ ເພື່ອເຊີນຊວນຄົນພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວປະເທດລາວນັບມື້ຫລາຍຂຶ້ນດ້ວຍບັນຍາກາດຟົດຟື້ນ. ຕາມການລາຍງານຂອງກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ທີ່ເປັນເຈົ້າການຮັບພິຊອບເປີດປີທ່ອງທ່ຽວໃຫ້ຮູ້ວ່າ: ປີທ່ອງທ່ຽວ 2018 ນີ້, ນອກຈາກຈະນໍາລາຍຮັບມາສູ່ປະເທດເຮົາຢ່າງຫລວງຫລາຍແລ້ວແມ່ນຍັງມີອີກຫລາຍສິ່ງທີ່ພວກເຮົາຈະໄດ້ຕາມມາ, ໂດຍສະເພາະແມ່ນໄດ້ເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ, ກໍຄືຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດລາວ, ສ່ອງແສງພາບພົດອັນຈົບງາມຂອງ ສປປ ລາວ ທັງໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ ລວມທັງທ່າແຮງ ແລະ ຄວາມອາດສາມາດໃນການພັດທະນາເພື່ອໃຫ້ປະເທດຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ແລະ ໄດ້ຊຸກຍູ້ສົ່ງເສີມການທ່ອງທ່ຽວລາວດ້ວຍ 3 ປະການຫລັກຄື: ທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ, ສີຂຽວ ແລະ ຍືນຍົງ, ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນບັນດາເຜົ່າ, ຍົກລະດັບການພັດທະນາການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວທີ່ມີຄວາມເຂັ້ມແຂງ, ມີຄວາມສາມາດໃນການແຂ່ງຂັນຢູ່ໃນຂົງເຂດ ແລະ ພາກພື້ນ, ດ້ວຍການຍົກສູງຄຸນນະພາບການບໍລິການການທ່ອງທ່ຽວໃຫ້ເປັນທີ່ປະທັບໃຈ, ຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ, ມີພື້ນຖານໂຄງລ່າງດ້ານທ່ອງທ່ຽວທີ່ດີ, ມີສິ່ງຮອງຮັບທີ່ມີມາດຕະຖານແລະ ສວຍງາມ, ສະໜອງການບໍລິການດ້ານການທ່ອງທ່ຽວທີ່ຫລາກຫລາຍ ເພື່ອມີຫລາຍທາງເລືອກ ແລະ ສ້າງຄວາມພໍໃຈໃຫ້ຜູ້ມາຢ້ຽມຢາມທ່ອງທ່ຽວ. ພ້ອມໄດ້ເອົາໃຈໃສ່ໂຄສະນາດຶງດູດນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວທີ່ມີລາຍຈ່າຍສູງໃຫ້ກວມເອົາອັດຕາສ່ວນເພີ່ມຂຶ້ນໃນແຕ່ລະປີ, ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໃຫ້ແຂງແຮງ, ເພື່ອຫລຸດຜ່ອນການຮົ່ວໄຫລຂອງເງິນຕາອອກໄປຕ່າງປະເທດ, ເຮັດໃຫ້ການທ່ອງທ່ຽວເປັນຂະແໜງສ້າງລາຍຮັບເງິນຕາຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ, ນອກຈາກນີ້, ຍັງໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ແລະ ຊ່ວຍຫລຸດຜ່ອນຄວາມທຸກຍາກ, ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາການທ່ອງທ່ຽວ ແລະ ຂະແໜງການທີ່ຕິດພັນກັບການທ່ອງທ່ຽວ.
ນອກຈາກນີ້, ຍັງໄດ້ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໄປຄຽງຄູ່ກັບການພັດທະນາຂະແໜງການອື່ນໆທີ່ຕິດພັນເຊັ່ນ: ຄົມມະນາຄົມ, ຂົນສົ່ງ, ວັດທະນະທຳ, ກະສິກຳ, ປ່າໄມ້, ຫັດຖະກຳ, ອຸດສາຫະກຳ, ການຄ້າ, ສາທາລະນະສຸກ, ສິ່ງແວດ ລ້ອມ, ນັບທັງການພັດທະນາຊົນນະບົດ ກໍຄືການສົ່ງເສີມການຜະລິດຫັດຖະກຳ, ກະສິກຳ ແລະ ການປຸງແຕ່ງ ທັງເປັນການສົ່ງອອກກັບທີ່ ເພື່ອແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນໄປເລື້ອຍໆ.

- 5 - ມີຫລາຍອັນທີ່ລາວຈະໄດ້ຈາກການທ່ອງທ່ຽວ 2018
- 3 - ມີຫລາຍອັນທີ່ລາວຈະໄດ້ຈາກການທ່ອງທ່ຽວ 2018
- 4 - ມີຫລາຍອັນທີ່ລາວຈະໄດ້ຈາກການທ່ອງທ່ຽວ 2018
- Visit Laos Visit SALANA BOUTIQUE HOTEL - ມີຫລາຍອັນທີ່ລາວຈະໄດ້ຈາກການທ່ອງທ່ຽວ 2018