ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ

ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ - 274855050 4913455738761367 4894673544006496937 n - ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ
ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ - kitchen vibe - ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ

ໂດຍ: ຜາຕຸງ

ໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ຂອງສະພາແຫ່ງຊາດຊຸດທີ IX  ຜູ້ແທນຫລາຍທ່ານໄດ້ສະເໜີຕໍ່ສະພາວ່າໃຫ້ແກ້ໄຂເລື່ອງນັ້ນເລື່ອງຢ່າງເດັດຂາດ ໂດຍສະເພາະການສົ່ງເສີມຜະລິດຕະພັນພາຍໃນ ແລະ ການຫ້າມນຳເຂົ້າສິນຄ້າບາງຢ່າງທີ່ຜະລິດໄດ້, ແຕ່ໃນພາກປະຕິບັດຕົວຈິງນັ້ນຍັງບໍ່ທັນມີຜົນປາກົດອອກມາຢ່າງໃສແຈ້ງ, ກົງກັນຂ້າມຍັງເຫັນສິນຄ້າທີ່ບໍ່ຈໍາເປັນນໍາເຂົ້າຈາກຕ່າງປະເທດຢ່າງຫລວງຫລາຍ ນັບທັງພືດຜັກ, ສິນຄ້າປະເພດອຸປະໂພກ-ບໍລິໂພກ ແລະ ເຄື່ອງດື່ມປະເພດອື່ນໆອີກເຕັມຕະຫຼາດ  ຈາກການທີ່ບໍ່ເດັດບໍ່ຂາດຄືແນວນີ້ບໍຈຶ່ງເຮັດໃຫ້ການຜະລິດບໍ່ ກ້ວາງຂວາງ ນອກຈາກບໍ່ກວ້າງຂວາງແລ້ວຍັງເປັນການສ້າງໃຫ້ຄົນລາວມີນິໃສມັກງ່າຍອາໄສແຕ່ການຫາຍໃຈຮ່ວມກັບຮູດັງຄົນອື່ນຢູ່ຕະຫຼອດ ມັນເຖິງເວລາແລ້ວທີ່ພວກເຮົາຄວນປົດປ່ອຍບັນຫານີ້ໄປໃຫ້ພົ້ນໂດຍໄວ ເພື່ອ ຫັນເອົາວຽກງານກະສິກຳນີ້ ເປັນພື້ນຖານໃຫ້ແກ່ການຂະຫຍາຍອຸດສາຫະກຳ.

ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ - Visit Laos Visit SALANA BOUTIQUE HOTEL - ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ

ຫລ້າສຸດ ສິ່ງທີ່ຫລາຍຄົນຄອງຄອຍອອກອອກມາ ຄື ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ສະບັບເລກທີ3171/ກປ ວັນທີ 20 ມິຖຸນາ 2024 ເລື່ອງທົດລອງ ເກືອດຫ້າມນຳເຂົ້າ ພືດຜັກ, ເຂົ້າ, ປະເພດຊີ້ນ, ໄຂ່ໄກ່ ປະເພດປາ ຈາກຕ່າງປະເທດ ຜ່ານດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເຂົ້າມາຈຳໜ່າຍພາຍໃນປະເທດ,  ຍົກເວັ້ນດ່ານສາກົນແມ່ນສາມາດນຳເຂົ້າມາໄດ້.

ສຳລັບລາຍການພືດຜັກ ທີ່ທົດລອງເກືອດຫ້າມນຳເຂົ້າ ຜ່ານດ່ານທ້ອງຖິ່ນ ແລະ ດ່ານປະເພນີ ປະເພດພືດກິນໃບ, ປະເພດກິນຫົວ, ປະເພດກິນໝາກ ນັບທັງສະບຽງອາຫານເປັນຕົ້ນແມ່ນເຂົ້າ: ລວມມີເຂົ້າສານ ແລະ ເຂົ້າເປືອກທຸກຊະນິດ ປະເພດຊີ້ນ, ຊິ້ນສ່ວນ ແລະ ເຄື່ອງໃນສັດທຸກປະເພດ ລວມທັງສັດມີຊີວິດ, ປະເພດປາ ລວມມີ:  ປານ້ຳຈືດ ແລະ ຜະລິດຕະພັນປານ້ຳຈືດທຸກຊະນິດ ລວມທັງປາແດກ ແລະອື່ນໆອີກຫຼາຍລາຍການ ລວມກັນທັງໝົດກວ່າ 60 ລາຍການ.

ນີ້ຄືບາດກ້າວໃໝ່ ທັງເປັນການເລີ່ມຕົ້ນທີ່ສະແດງໃຫ້ເຫັນວ່າ ຄວາມຮັບ ຜິດຊອບຂອງພາກລັດທີ່ມີຕໍ່ແນວທາງການຊຸກຍູ້ ແລະ ສົ່ງເສີມການຜະລິດຢູ່ພາຍໃນໃຫ້ມີການແຂ່ງຂັນ ແລະ ພັດທະນາຢ່າງມີຄຸນນະພາບໃຫ້ຫລາຍຂຶ້ນ ທັງສາມາດເພິ່ງຕົນເອງ ກຸ້ມຕົນເອງເທື່ອລະກ້າວ.

ໃນຄວາມເປັນຈິງແລ້ວ, ເວົ້າເລື່ອງມາດຕະການຫ້າມນໍາສິນຄ້າທີ່ບໍ່ຈໍາເປັນຈາກຕ່າງປະເທດເຂົ້າມາຈໍາໜ່າຍຢູ່ ສປປ ລາວ ເຮົາ, ພັກ ແລະ ລັດຖະບານ ກໍຄືກະຊວງກ່ຽວຂ້ອງໄດ້ເວົ້າວ່າກັນມາຫລາຍຕໍ່ຫລາຍ ແລະ ດົນນານແລ້ວ ແຕ່ຜົນທີ່ໄດ້ຮັບມັນບໍ່ທັນເປັນຮູບປະທໍາອອກມາໃຫ້ເຫັນຢ່າງຈະແຈ້ງ ເຮັດກໍເຮັດໄປຕາມຂະບວນພໍແລ້ວຮີດ ຍັງບໍ່ທັນມີການວາງແຜນການຜະລິດຢ່າງເໝາະສົມ ເຮັດແບບບໍ່ມີວິທະຍາສາດ ຂາດການຕິດຕາມຊຸກຍູ້ຈາກພາກສ່ວນກ່ຽວຂ້ອງ ລວມທັງການສະໜອງຄວາມສະດວກອື່ນໆອີກ.

ແນວໃດກໍຕາມ, ນີ້ເປັນພຽງແຈ້ງການ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນເປັນພຽງນາມມະທໍາ ຍັງເປັນໂຕໜັງສືທີ່ຍັງຢູ່ໃນໜ້າເຈ້ຍເທົ່ານັ້ນ, ສ່ວນການຈັດຕັ້ງປະຕິບັດນັ້ນ ມັນຕ້ອງໄດ້ພິສູດກັນຢູ່ບ່ອນຜົນໄດ້ຮັບຢ່າງເປັນຮູບປະທໍາມາໃຫ້ພວກເຮົາເຫັນໃນອະນາຄົດຕໍ່ໜ້າ ແລະ ຍາວນານ, ແຕ່ກໍແນ່ນອນວ່າ ຖ້າເວົ້າໄປແລ້ວ ທຸກຄົນເປັນເຈົ້າການພ້ອມກັນຈັດຕັ້ງປະຕິບັດຢ່າງຈິງຈັງດ້ວຍວິທີການ ຫລື ມາດຕະການຕ່າງໆ ຄາດວ່ານີ້ຈະເປັນກາານຊ່ວຍກະຕຸ້ນໃຫ້ການຜະລິດພາຍໃນເກີດເປັນຮູບເປັນຮ່າງຂຶ້ນມາເປັນຕົນເປັນໂຕຢ່າງກວ້າງຂວາງສາມາດຕອບສະໜອງຄວາມຕ້ອງການໃນການບໍລິໂພກຢູ່ພາຍໃນປະເທດຢ່າງພຽງພໍໃນອະນາຄົດ ແລະ ຫວັງວ່າທຸກຢ່າງຈະເປັນຮູບປະທຳຫລາຍຂຶ້ນ ເພື່ອເປັນການກະຕຸ້ນການຜະລິດພາຍໃນ ແລະ ສົ່ງເສີມການສິນຄ້າພາຍໃນ ເພື່ອໃຫ້ພົ້ນຜ່ານວິກິດຫຍຸ້ງຍາກທາງດ້ານເສດຖະກິດການເງິນຢ່າງໄວ.

ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ - 3 - ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!