ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ

ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ - 448603007 7527242600730899 3191756812551648426 n - ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ
ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ - kitchen vibe - ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ

ແຈ້ງການ ກະຊວງກະສິກຳ ແລະ ປ່າໄມ້ ເລກທີ 3171/ກປ ວັນທີ 20 ມິຖຸນາ 2024 ເລື່ອງ: ເພີ່ມທະວີປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ຕາມແຈ້ງການ ສະບັບເລກທີ 1115/ ຫສນຍ, ລົງວັນທີ 07 ມີຖຸນາ 2024.

ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;

ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ - Visit Laos Visit SALANA BOUTIQUE HOTEL - ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ

ອີງຕາມ ແຈ້ງການ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1115/ຫສນຍ, ລົງວັນທີ 07 ມີຖຸນາ 2024; ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມແຜນການ ແລະ ການຮ່ວມມື ສະບັບເລກທີ 2658/ກຜຮ, ລົງ ວັນທີ 19 ມິຖຸນາ 2024.

ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ກ່ຽວຂ້ອງກັບພາລະ ບົດບາດຂອງຕົນ ໂດຍເລັ່ງໃສ່ການຊຸກຍູ້ ການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ການຜະລິດເປັນສິນຄ້າ ເພື່ອສົ່ງອອກ ກໍ່ຄືການຈັດຕັ້ງປະຕິບັດ ວຽກຂອງຄະນະສະເພາະກິດ ວ່າດ້ວຍ ການແກ້ໄຂບັນຫາເຄັ່ງຮ້ອນ ດ້ານ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ຫນີ້ສິນຕ່າງປະເທດ ສະບັບ 19/ ກມສພ, ລົງວັນທີ 30 ມິຖຸນາ 2023, ຊຶ່ງກະຊວງກະສິກໍາ ແລະ ປ່າໄມ້ ແມ່ນ ໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະ ລິດ, ພ້ອມກັນນັ້ນ ກໍໄດ້ເກັບກໍາຂໍ້ມູນດ້ານການຜະລິດ ແລະ ການດຸ່ນດ່ຽງສະບຽງອາຫານ ໃນທົ່ວປະເທດ ເຫັນວ່າການຜະລິດກະສິກໍາໝວດສະບຽງອາຫານ ແມ່ນສາມາດຄໍ້າປະກັນໄດ້ໂດຍພື້ນຖານ ໂດຍສະເພາະແມ່ນເຂົ້າ, ຊີ້ນ, ປາ, ໄຂ່ ແລະ ພືດຜັກ ແລະ ສາມາດຫຼຸດຜ່ອນການນໍາເຂົ້າໄດ້.

ລັດຖະບານ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1115/ຫສນຍ, ລົງວັນທີ 07 ມິຖຸນາ 2024 ເຫັນດີ ໃຫ້ກະຊວງ ກະສິກໍາ ແລະ ປ່າໄມ້ ປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ແຕ່ອະນຸຍາດໃຫ້ນໍາເຂົ້າໄດ້ຜ່ານດ່ານສາກົນທີ່ມີດ່ານກັກກັນ ພືດ-ສັດເທົ່ານັ້ນ. ດັ່ງນັ້ນ ເພື່ອຈັດຕັ້ງປະຕິບັດ ແຈ້ງການສະບັບດັ່ງກ່າວ ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງອອກແຈ້ງ ການ ດັ່ງນີ້:

1. ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເຮັດທົດລອງເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ພາຍໃນຢູ່ ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ແຕ່ອະນຸຍາດໃຫ້ນໍາເຂົ້າຜ່ານສະເພາະດ່ານສາກົນ ທີ່ມີລະບົບກວດກາ ກັກກັນພືດ-ສັດ ເທົ່ານັ້ນປະກອບມີ:

1) ເຂົ້າສານ ແລະ ເຂົ້າເປືອກທຸກຊະນິດ;

2) ປະເພດຊີ້ນ: ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນໄກ່, ຊີ້ນຫ່ານ, ຊີ້ນສ່ວນ ແລະ ເຄື່ອງໃນສັດ ທຸກປະເພດ, ລວມທັງສັດມີຊີວິດ ຄື: ງົວ, ໝູ, ແບ້, ໄກ່ພັນຊີ້ນ, ໄກ່ສຸດໄຂ່, ໄກ່ລາດ, ໄກ່ສາມສາຍພັນ, ເປັດ, ຫ່ານ;

3) ໄຂ່ໄກ່;

4) ປະເພດປາ: ປານໍ້າຈືດ ແລະ ຜະລິດຕະພັນປານໍ້າຈືດທຸກຊະນິດ ລວມທັງປາແດກ;

5) ພືດຜັກ: ພືດກິນໃບ (ຜັກກາດທຸກປະເພດ, ຜັກກະ ລໍ່າປີ, ຜັກສະຫຼັດ, ຜັກຫົມ, ຜັກຫອມປ້ອມ, ຜັກຊີ, ຜັກບົ້ງ, ຜັກບົ່ວໃບ, ຫອມລາບ, ຫອມເປ, ຫອມແພວ, ບົວ ລະພາ,ໃບຂີ້ຫູດ); ພືດກິນຫົວ (ຫົວຂີງ, ຫົວຂ່າ, ຫົວສີໄຄ, ເຜືອກ, ມັນດ້າງ, ມັນເພົາ, ມັນຕົ້ນ, ມັນສາຄູ, ຖົ່ວດິນ); ພືດກິນໝາກ (ໝາກເຂືອ, ຖົ່ວຝັກຍາວ, ຖົ່ວເບີ, ຖົ່ວແຂກ, ໝາກແຕງ, ໝາກອຶ, ໝາກນໍ້າ, ໝາກໂຕ່ນ, ໝາກເຜັດນ້ອຍ, ສາລີແອ້ ຫຼື ສາລີອ່ອນ, ໝາກໂມ, ໝາກບວບ, ໝາກແຄ້ງ, ຖົ່ວພູ).

2. ມອບໃຫ້ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນ ຫຼວງວຽງຈັນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ແກ້ໄຂຜົນກະທົບທີ່ຈະຕາມມາຂອງການ ປະຕິບັດມາດຕະການດັ່ງກ່າວ, ພ້ອມທັງຮັບມື ບໍ່ໃຫ້ມີຜົນກະທົບຕໍ່ລາຄາສິນຄ້າ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ. ນອກຈາກນັ້ນທ້ອງຖິ່ນ ຕ້ອງສ້າງກົນໄກການຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອສ້າງຄວາມເປັນເຈົ້າ ການຂອງທ້ອງຖິ່ນໃຫ້ຫຼາຍຂຶ້ນ.

3. ມອບໃຫ້ບັນດາກົມ, ສະຖາບັນ, ສູນ ແລະ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ເປັນເຈົ້າການ ຈັດ ຕັ້ງຜັນຂະຫຍາຍ, ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ ແລະ ລາຍງານຄວາມ ຄືບໜ້າ ໃຫ້ການນໍາກະຊວງຮັບຊາບ ເປັນແຕ່ລະໄລຍະ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ - 4 - ເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!