ໄຟໄໝ້ຈາກໄຟຟ້າລັດວົງຈອນໃຜເປັນຜູ້ຮັບຜິດຊອບ

- 19554591 1383669931747436 7520976669140289096 n - ໄຟໄໝ້ຈາກໄຟຟ້າລັດວົງຈອນໃຜເປັນຜູ້ຮັບຜິດຊອບ
- kitchen vibe - ໄຟໄໝ້ຈາກໄຟຟ້າລັດວົງຈອນໃຜເປັນຜູ້ຮັບຜິດຊອບ

ບັນຫາອັກຄີໄພ, ແມ່ນປາກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນເປັນປະຈໍາຢູ່ປະເທດເຮົາ  ແລະ ສ່ວນໃຫຍ່ກໍມີສາເຫດມາຈາກໄຟຟ້າລັດວົງຈອນ ແລະ ໃນກໍລະນີນີ້ແມ່ນໃຜຈະເປັນຜູ້ຮັບຜິດຊອບ?.

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ໃຫ້ຮູ້ວ່າ: ຕໍ່ບັນຫານີ້, ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (ຟຟລ) ​ໄດ້​ມີ​ຂໍ້​ກຳນົດ​ວ່າ​ດ້ວຍ​ຂອບ​ເຂດ​ຄວາມ​ຮັບຜິດຊອບລະຫວ່າງ ຟຟລ ກັບ​ຜູ້​ຊົມ​ໃຊ້​ໄຟຟ້າຄື: ​ໃນ​ກໍລະນີ​ໄຟຟ້າ​ລັດ​ວົງ​ຈອນແລ້ວເກີດໄຟ​ໄໝ້​ສາຍ​ໄຟຟ້າ​ຕໍ່​ຈາກ​ໝໍ້ນັບ​ໄຟ​ເຂົ້າຫາ​ເຮືອນ​ຜູ້​ຊົມ​ໃຊ້​ ຫລື ​ເກີດ​ໃນ​ບໍລິ​ເວນ​ເຮືອນ​ຜູ້​ຊົມ​ໃຊ້ ​ແມ່ນ​ຜູ້​ຊົມ​ໃຊ້​ເປັນ​ຜູ້​ຮັບຜິດຊອບ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​​ທັງ​ໝົດ ແລະ ​ໃນ​ກໍລະນີ​ເສົາໄຟ​ຫັກຍ້ອນ​ການກະທຳຂອງ​ບຸກຄົນ​ໃດ​ໜຶ່ງ​ແລ້ວເຮັດ​ໃຫ້​ເກີດ​ໄຟ​ໄໝ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄົນ​ອື່ນ​ແມ່ນ​ຜູ້​ກະທຳ​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ. ສ່ວນຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ແມ່ນໃນ​ກໍລະນີ​ເກີດ​ການ​ລັດ​ວົງ​ຈອນ ​ແລະ ມີ​ໄຟ​ໄໝ້ຍ້ອນ​ເກີດ​ຈາກ​ຄວາມ​ບົກ​ຜ່ອງ​ທາງ​ດ້ານ​ເຕັກນິກ​ເຊັ່ນ: ​ໃນ​ກໍລະນີ​ສະພາບ​ອາກາດ​ປົກກະຕິ​ດີ​ແຕ່​ເກີດ​ສາຍ​ໄຟ​ຂາດ, ໝໍ້​ແປງ​ແຕກ, ນ້ຳມັນ​ຟົ້ງກະຈາຍ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້ຊັບ​ສິນ​ຂອງ​ປະຊາຊົນ, ການ​ບຳລຸງ​ຮັກສາ, ສ້ອມ​ແປງລະບົບ​ໄຟຟ້າ​ທີ່​ມີ​ຄວາມ​ຜິດພາດ​ທາງ​ດ້ານ​ເຕັກນິກ​ເຊັ່ນ: ຕໍ່​ສາຍ​ໄຟຟ້າ​ບໍ່​ຖືກຕ້ອງ​ໂດຍ​ພະນັກງານ​ໄຟຟ້າ​​ເອງ. ສ່ວນ​ໃນ​ກໍລະນີ​ເກີດ​ໄຟຟ້າ​ລັດ​ວົງ​ຈອນ ​ເນື່ອງ​ຈາກ​ໄພ​ທຳ​ມະ​ຊາດ​ເຊັ່ນ: ຟ້າຜ່າ, ນ້ຳຖ້ວມ, ລົມ​ພັດແຮງ​ ເຮັດ​ໃຫ້​ເສົາໄຟ​ຫັກ, ເກີດ​ແຜ່ນດິນ​ໄຫວ ​ໄດ້​ເຮັດ​ໃຫ້​ເກີດ​ມີ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ ​ແລະ ຊັບ​ສິນ​ແມ່ນ​ຖື​ວ່າ​ເປັນ​ເຫດການ​ສຸດ​ວິ​ໄສ ແລະ ​ໄຟຟ້າ​​ລາວ ຈະ​ບໍ່​​ຮັບຜິດຊອບ​ຕໍ່​ຜົນ​ເສຍ​ຫາຍຕ່າງໆ, ນອກຈາກ​ລະບົບ​ຕາ​ຂ່າຍ​ຂອງ​ໄຟຟ້າ​ລາວ​ເອງ.

ແນວໃດກໍຕາມ, ເພື່ອ​ເປັນ​ການ​ປ້ອງ​ກັນ ​ແລະ ຫລຸດຜ່ອນ​ຄວາມ​ເສຍ​ຫາຍ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ໄຟຟ້າ​ລັດ​ວົງ​ຈອນ, ຟຟລ ໄດ້ອອກ​ແຈ້ງ​ຂ່າວ​ປະຊາສຳພັນ​ເຖິງ​ຜູ້​ຊົມ​ໃຊ້​ເປັນ​ແຕ່ລະ​ໄລຍະ, ​ໂດຍ​ແນະນຳ​ວິທີ​ຊົມ​ໃຊ້​ໄຟຟ້າ​ຢ່າງ​ຖືກຕ້ອງ ​​ເພື່ອ​ຫລີກ​ເວັ້ນຄວາມ​ເສຍ​ຫາຍ​ທີ່​ອາດ​ເກີດ​ຂຶ້ນຈາກ​ຄວາມ​ປະໝາດ ​ແລະ ຄວາມ​ບໍ່​ເຂົ້າ​ໃຈ​ຂອງ​ຜູ້​ຊົມ​ໃຊ້​ເອງ ​ໂດຍ​ຜ່ານ​ຫລາຍ​ຊ່ອງ​ທາງ​ເຊັ່ນ: ວິທະຍຸ, ​ໂທລະພາບ, ໜັງສືພິມ ​ແລະ ການ​ໂຄສະນາ​ໃນ​ງານ​ບຸນ​ຕ່າງໆ, ພ້ອມ​ທັງ​ລົງ​ໄປ​ແນະນຳ​ກວດກາຕາມ​ບ້ານ​ເຮືອນ​ປະຊາຊົນ ​ໂດຍ​ມີ​ໜ່ວຍ​ງານ​ຈາກ​ສາຂາ​ໄຟຟ້າ​ລາວ​ຮ່ວມ​ກັບ​ພາກສ່ວນ​ກ່ຽວຂ້ອງ ເພື່ອ​ລົງ​ເຕືອນ ​ແລະ ປັບປຸງ​ຈຸດ​ທີ່​ມີ​ຄວາມ​ສ່ຽງ ​ແລະ ອຸປະກອນ​ໄຟຟ້າ​ເກົ່າ​ແກ່, ​ເປ່​ເພ ຫລື ຕິດຕັ້ງບໍ່​ຖືກ​ຕາມ​ມາດຕະຖານ​ເຕັກນິກ​ຂອງ ຟຟລ ເພື່ອຮັບປະກັນບໍ່ໃຫ້ເກີດອັກຄີໄພ ຫລື ໄຟຟ້າລັດວົງຈອນໄດ້ງ່າຍ.

- 5 - ໄຟໄໝ້ຈາກໄຟຟ້າລັດວົງຈອນໃຜເປັນຜູ້ຮັບຜິດຊອບ
- 4 - ໄຟໄໝ້ຈາກໄຟຟ້າລັດວົງຈອນໃຜເປັນຜູ້ຮັບຜິດຊອບ
- 3 - ໄຟໄໝ້ຈາກໄຟຟ້າລັດວົງຈອນໃຜເປັນຜູ້ຮັບຜິດຊອບ