ເປັນພະນັກງານຄູສູດທີ່ຖູໄຖ

- CNynqorUkAARgNX - ເປັນພະນັກງານຄູສູດທີ່ຖູໄຖ
- kitchen vibe - ເປັນພະນັກງານຄູສູດທີ່ຖູໄຖ

ໂດຍ: ທິດ​ກໍ່າ

​ເວົ້າ​ເຖິງ​ອາຊີບ​ຂອງ​ການ​ເປັນ​ຄູ​ ທິດ​ກໍ່າ​ຍັງ​ຄິດ​ເຫັນ​ພາບ​ໃນ​ອະດີດຂອງ​ຊີວິດ​ຈິງ​ຕົນ​ເອງ​ໃນ​ໄລຍະ​ຜ່ານ​ມາກ​ໍ​ເຄີຍ​ນອນ​ຢູ່​ໃນ​ແວດ​ວົງ​ຂອງ​ການ​ເປັນ​ຄູ-ອາຈານ​ສອນ​ຕັ້ງ​ແຕ່​ຫ້ອງ​ນ້ອຍ​ຈົນ​ຮອດ​ຫ້ອງ​​ເຕີບ. ​ໃນ​ເງື່ອນ​ໄຂ​ທີ່​ບ້ານ​ເມືອງ​ເຮົາ​ພວມ​ຢູ່​ໃນ​ໄລຍະ​ກະກຽມ​ປົດ​ປ່ອຍປະ​ເທດ​ຊາດ​ຈົນ​ມາ​ຮອດ​ໄລຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃໝ່ໆ ຜູ້​ໃດ​ເປັນ​ຄູ​ເກືອບ​ເວົ້າ​ໄດ້​ວ່າ​ເປັນ​ຢາ​ແອ​ມປີ ຫລື​ວ່າ ຢາ​ເປ​ນີຊີ​ລິນ. ​ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ ? ຍ້ອນ​ວ່າ​ຄູ​ເຮັດ​ວຽກ​ສັບ​ມະ​ປິ. ​ໃນ​ເວລາ​ນັ້ນ ຄູ​ສ່ວນ​ຫລາຍນອກຈາກ​ເຮັດ​ໜ້າ​ທີ່​ສິດສອນ​ແລ້ວ ຍັງ​ໄດ້​ເຮັດ​ໜ້າ​ທີ່​ເປັນ​ພະນັກງານ​ປຸກລຸກ​ຂົນຂວາຍ​ປະຈຳ​ບ້ານ, ປະຈຳ​ຕາ​ແສງ, ​ເປັນ​ຫົວໜ້າ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ, ​ເປັນ​ກອງ​ລຳລຽງ ທັງ​ແບກ​ປືນ​ເຫລັກ​ຍາວ, ປືນ​ເຊ​ກາ​ເຊ ​ແລະ ປືນ​ອາກາ ​ເຮັດ​ໜ້າ​ທີ່​ປ້ອງ​ກັນຊາ​ດ-ປ້ອງ​ຄວາມ​ສະຫງົບ​ໃນ​ທ້ອງ​ຖິ່ນ. ​ໃນ​ກໍລະນີ​ຫາກ​ມີ​ໜ່ວຍ​ງານ ຫລື ຂະ​ແໜງ​ການ​ຫາກ​ຂາດ​ເຂີນ​ພະນັກງານ​ຜູ້​ອ່າວ​ມີ​ຄວາມ​ຮູ້​ຄວາມ​ຫລັກ​ແດ່​ກໍ​ມາ​ຂໍ​ເອົາ​ຄູ-ອາຈານ​ຈາກ​ສຶກສາ​ເມືອງ ຫລື ສຶກສາ​ແຂວງ​ໄປ​ເປັນ​ພະນັກງານ​ຫລັກ​ແຫ​ລ່ງ​ແກນ​ນຳ​ໃນ​ຂະ​ແໜງ​ການ​ນັ້ນໆ. ຈາກ​ສະພາບ​ຄື​ດັ່ງກ່າວ ຄູ​ຈຶ່ງ​ມັກ​ຖືກ​ສັບ​ຊ້ອນ​ໄປ​ເຮັດ​ໜ້າ​ທີ່​ອື່ນ​ຢ່າງ​ຫລວງຫລາຍ​ໃນ​ໄລຍະ​ເກືອບ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ທິດ​ກໍ່າ​ຂໍ​ເວົ້າຄວາມ​ຈິງ​ວ່າ, ພະນັກງານ​ຄູ-ອາຈານ​ທີ່​ຖືກ​ຍົກຍ້າຍ ຫລື ຖືກ​ສັບ​ຊ້ອນ​ໄປ​ເຮັດ​ໜ້າ​ທີ່​ອື່ນ​ສ່ວນ​ຫລາຍ​ກໍ​ມັກ​ຈະ​ໄດ້​ດີ​ທັງ​ນັ້ນ, ມີໜ້າ​ທີ່​ຕຳ​ແໜ່​ງ, ​ໄດ້​ຊັ້​ນ​ໄດ້​ຫລືບ ​ແລະ ຮັກສາ​ໄດ້​ລົດ​ຊາດ​ຂອງ​ຄວາມ​ເປັນ​ຄູ່​ຢ່າງ​ສະໝໍ່າສະ​ເໝີ. ບາງ​ທ່ານ​ບາງ​ສະຫາຍ​ກໍ​ໄດ້​ເປັນ​ຫົວໜ້າ​ກົມ, ຮອງ​ກົມ, ​ໄດ້​ເປັນ​ລັດຖະມົນຕີ, ຮອງ​ລັດຖະມົນຕີ ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ ບາງ​ທ່ານ, ບາງ​ສະຫາຍ​ກໍ​ໄດ້​ເປັນ​ຮອດ​ນາຍົກລັດຖະມົນຕີ. ດັ່ງ​ທ່ານ​ນາຍົກ​ເຮົາ​ທີ່​ດຳລົງ​ຕຳ​ແໜ່​ງ​ໃນ​ລັດຖະບານ​ຊຸດ​ປັດຈຸບັນ​ກໍ​ແມ່ນ​ມາ​ຈາກ​ອາຊີບ​ຂອງ​ຄຳ​ວ່າ​ເປັນ​ພະນັກງານ​ຄູ-ອາຈານ. ​ໃນຍຸກ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ກໍ​ຄື​ໄລຍະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃໝ່ໆ​ພວກ​ເຮົາ​ຍັງ​ຂາດ​ຄູ​ຫລາຍ, ຜູ້​ຮຽນ​ຈົບ​ຄູ​ມາ​ບໍ່​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ປະຕິວັດ​ກໍ​ໄດ້​ປຸກລະດົມ​ຜູ້​ອ່າວ​ມີ​ຄວາມ​ຮູ້​​ແດ່​ເຂົ້າມາ​ເປັນ​ຄູ ​ເພື່ອ​ເຮັດ​ໜ້າ​ທີ່​ສິດສອນ​ເດັກນ້ອຍ​ເຍົາວະ​ຊົນ​ຊ່ວຍ​ກັນ​ເອີ້ນ​ວ່າ​ຄູ​ລະດົມ ຫລື ຄູ​ປະຊາບານ. ພໍ​ຕົກມາສະ​ໄໝ​ນີ້ ຄູ​ປະຊາບານ​ແມ່ນ​ເກືອບ​ວ່າ​ບໍ່​ເຫັນ​ອີກ​ແລ້ວ ທຸກ​ສິ່ງ​ຢ່າງ​ມັນ​ກັບກາຍ​ມາ​ເປັນ​ຄູ​ອາສາ​ສະໝັກ, ​ເບິ່ງ​ຢ່າງ​ໜຶ່ງ​ຄື​ວ່າ​ມັນ​ປີ້ນ​ຈາກ​ຫລັງ​ມື​ເປັນ​ໜ້າ​ມື. ​ແນວ​ໃດ​ກໍ​ຕາມ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທິດ​ກໍ່າ​ໄດ້​ຍົກ​ມາ​ຂ້າງ​ເທິງ​ນັ້ນຈຶ່ງ​ເຫັນ​ວ່າ​ຄູ-ອາຈານ​ເຮົາ​ມີ​ຄວາມ​ກ້າວໜ້າພັດທະນາ ​ແລະ ສາມາດ​ເຮັດ​ໄດ້​ທຸກ​ຢ່າງ ວ່າ​ແຕ່​ການຈັດຕັ້ງ ຫລື ການ​ປະຕິວັດ​ຮຽກຮ້ອງ​ຕ້ອງການ​ນັບ​ແຕ່​ງ່າຍ​ໄປ​ຫາ​ຍາກ, ນັບ​ແຕ່​ຕໍ່າ​ຫາ​ສູງ, ​ແຕ່​ບ່ອນ​ສະບາຍ​ໄປ​ຫາ​ບ່ອນ​ສັບສົນ, ນັບ​ແຕ່​ລຸ່ມ​ຂຶ້ນ​ເທິງ ​ແລະ ​ແຕ່​ຕໍ່າ​ຫາ​ສູງ. ຈາກ​ສາ​ເຫດ​ນີ້​ລະ​ທິດ​ກໍ່າ​ຈຶ່ງ​ວ່າ ອາຊີບ​ຂອງ​ການ​ເປັນ​ພະນັກງານ​ຄູ​ສຸດ​ທີ່​ມັນ​ຖູ​ໄຖ​ເຮັດ​ໄດ້​ທຸກ​ຢ່າງ.

- Visit Laos Visit SALANA BOUTIQUE HOTEL - ເປັນພະນັກງານຄູສູດທີ່ຖູໄຖ

ພໍ​ຕົກ​ມາ​ໃນ​ສະ​ໄໝ​ປັດຈຸບັນ, ຄູ​ເຮົາ​ຍິ່ງ​ມີ​ບົດບາດ​ສຳຄັນ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ໃນ​ມະຕິ 9 ​ແລະ 10 ຂອງ​ພັກ ​ໄດ້​ກຳນົດ​ເປັນ​ເປົ້າໝາຍ​ເປັນ​ໜຶ່ງ​ໃນ​ 4 ບຸກທະລຸ ຄື​ບຸກທະລຸ​ທາງ​ດ້ານ​ການ​ສ້າງ​ຊັບພະຍາກອນ​ມະນຸດ ກໍ​ໝາຍ​ຄວາມ​ວ່າ​ເອົາ​ຄູ-ອາຈານ​ເຮົາ​ນີ້​ລະ​ເປັນ​ຫລັກ​ໃນ​ການ​ສ້າງ​ຄົນ ​ເພື່ອ​ອະນາຄົດ​ຂອງ​ຊາດ, ປະ​ເທດ​ຊາດ​ຈະ​ຮຸ່ງ​ເຮືອງ​ພັດທະນາ ​ແລະ ກ້າວ​ໄປ​ທັນ​ສະ​ໄໝ​ໄປ​ທັນ​ກັບ​ໂລກ ກໍ​ຍ້ອນ​ວ່າ​ພວກ​ເຮົາ​ມີ​ນັກປາດ​ອາຈານ, ມີ​ນັກຄົ້ນຄວ້າ, ນັກວິທະຍາສາດ​ຢ່າງ​ຫລວງຫລາຍ ສາມາດ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ​ບ້ານ​ເມືອງ​ໃນ​ແຕ່ລະ​ໄລຍະ ​ເຊິ່ງໜຶ່ງ​ໃນ​ພາລະກິດ​ອັນ​ສຳຄັນ​ຂອງ​ຊາດ ກໍ​ຄື​ຕ້ອງ​ມີ​ຄູ​ອາຈານ​ເພື່ອ​ເຮັດ​ໜ້າ​ທີ່​ສິດສອນ​ເດັກ​ເຍົາວະ​ຊົນ ​ແລະ ຊາວ​ໜຸ່ມ​ໃຫ້​ກາຍ​ເປັນ​ຊັບພະຍາກອນ​ຂອງ​ຊາດ.

​ເຖິງ​ຢ່າງ​ໃດ​ກໍ​ດີ, ມາ​ເບິ່ງ​ໃນ​ດ້ານ​ພາລະກິດ​ຂອງ​ຄູ, ຈຳນວນ​ຄູ-ອາຈານ​ຢູ່​ບ້ານ​ເຮົາ ປາກົດ​ວ່າ​ມັນ​ເຫລືອ​ບໍ່ພໍ. ​ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ ? ຍ້ອນ​ວ່າ​ໃນ​ສະພາບ​ປັດຈຸບັນພັດ​ມີ​ຄູ​ອາສາ​ສະໝັກ​ທີ່​ເຮັດ​ໜ້າ​ທີ່​ສິດສອນ ນັບ​ທັງ​ຕົວ​ເມືອງ​ໄປ​ຮອດ​ຊົນນະບົດ​ເຂດ​ສອກຫລີກ​ຫ່າງ​ໄກ. ​ໃນ​ຈຳນວນ​ຄູ-ອາຈານ​ທີ່​ກ່າວ​ມາ​ນີ້ ​ເຂົາ​ໄດ້​ເຮັດ​ໜ້າ​ທີ່​ຜູ້​ລະ​ສອງ​ສາມ​ປີ ຫລື ສີ່​ຫ້າ​ປີ​ບໍ່​ເຄີຍ​ເຫັນ​ໜ້າ​ເງິນ​ເດືອນ​ໃບ​ຫ້າ ​ຫລື ​ໃບ​ສິບ ​ເຊິ່ງມັນ​ແຕກ​ຕ່າງ​ກັບ​ໃນ​ສະ​ໄໝ​ເຮັດ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ​ເຖິງ​ວ່າ​ພວກ​ເຮົາ​ບໍ່​ມີ​ເງິນ​ເດືອນ​ກໍ​ມີ​ເງິນ​ອັດຕາ​ບຳລຸງ​ພໍ​ກຸ້ມ​ປາກ​ກຸ້ມ​ທ້ອງ, ​ແຕ່ລະ​ເດືອນ​ໄດ້​ນ້ຳນົມ, ນ້ຳຕານ ​ແລະ ອື່ນໆ ​ເພື່ອ​ເປັນ​ແຮງ​ນ້ຳ​ໃຈ​ຕີ​ຕ້ານ​ກັບ​ສັດຕູ​ຂອງ​ຊາດ. ພໍ​ຕົກ​ມາສະ​ໄໝ​ນີ້​ເກີດ​ມີ​ຄູ​ອາສາ​ທີ່​ເຮັດ​ໜ້າ​ທີ່​ຢ່າງ​ຖູ​​ໄຖ​ອາ​ໄສ​ກິນ​ອັດຕາ​ນຳ​ພໍ່​ແມ່ ​ແລະ ຕາມ​ຊະ​ຕາ​ກຳ​ຂອງ​ຊີວິດ. ນີ້​ຄື​ສິ່ງ​ທີ່​ພວກ​ເຮົາ​ຄວນ​ໃຫ້​ຄວາມ​ສຳຄັນ ​ແລະ ໜ້າ​ຍົກຍ້ອງ.

ທິດ​ກໍ່າ​ຂໍ​ຊົມ​ເຊີຍ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ທີ່​ໄດ້​ຍົກ​ເອົາ​ບັນຫາ​ຄູ​ອາສາ​ມາ​ເປັນ​ໜຶ່ງ​ໃນ​ບັນຫາ​ຂອງ​ຊາດ. ​ໃນ​ຜ່ານ​ມາ​ທິດ​ກໍ່າ​ເຫັນ​ວ່າ​ລັດຖະບານ​ໄດ້​ອະນຸມັດ​ໂກຕາ​ຮັບ​ເອົາ​ຄູ​ອາສາ​ເຂົ້າ​ເປັນ​ລັດຖະກອນ​ຫລາຍ​ຮ້ອຍ​ຫລາຍ​ພັນ​ຄົນ​ໃນ​ແຕ່ລະ​ປີ, ​ແຕ່​ມັນ​ໄປ​ຂ້ອງໆ​ຄາໆ​ນຳ​ສຶກສາ​ເມືອງ​ກັບ​ສຶກສາ​ແຂວງ ຍ້ອນ​ວ່າ​ໄດ້​ຕົວ​ເລກ​ໄປ​ແລ້ວ​ພັດ​ເຫັນ​ແກ່​ຄົນ​ໂຕ, ລູກ​ຫລານ​ໂຕ, ກຸ່ມ​ກ້ອນ​ໂຕ, ​ເຫັນ​ແກ່​ເງິນ​ແສນ​ໄຖ່​ບໍ່​ເຫັນ​ໄພ່​​ແສນ​ເມືອງຈຳ​ເປັນ​ຄູ​ອາສາ​ຜູ້​ຢູ່​ທ້ອງ​ຖິ່ນ​ຮາກ​ຖານ​ຊົນນະບົດ​ເຂດ​ສອກຫລີກ​ຫ່າງ​ໄກ​ກໍ​ເລີຍ​ຖູ​ໄຖ​ໄປ​ຕາມ​ວາດ. ນີ້​ລະ​ຄື​ສິ່ງ​ທີ່​ພິສູດ​ຕໍ່​ຄວາມ​ຮັບຜິດຊອບ​ທີ່​ເປັນ​ຮູບ​ປະ​ທຳ​ອັນ​ໃສ​ແຈ້ງ​ຂອງ​ພວກ​ເຮົາ.

- 4 - ເປັນພະນັກງານຄູສູດທີ່ຖູໄຖ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!