ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ

- gallery 5724 338 36858 - ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ
- kitchen vibe - ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ

ການ​ຢຶດງາ​ຊ້າງ​ເຖື່ອນ​ທົ່ວ​ໂລກ​ທຳລາຍ​ສະຖິຕິ​ສູງ​ສຸດ​ເປັນ​ປະຫວັດສາດ ​ໃນ​ປີຜ່ານມາ, ​ແຕ່​ສະຖິຕິ​ການ​ລັກລອບ​ຂ້າ​ຊ້າງ​ປ່າ​ໃນ​ທະວີບອາ​ຟຣິກາ​ຫລຸດ​ລົງ​ເປັນ​ປີ​ທີ 5 ຕິດ​ຕໍ່​ກັນ.

- 0211 1 herd 1 - ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ

- Visit Laos Visit SALANA BOUTIQUE HOTEL - ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ວໍ​ຊິງ​ຕັນ ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 23 ຕຸລາ​ວ່າ: ລາຍ​ງານ​ຂອງ​ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ຄ້າ​ສາກົນ ​ເຊິ່ງຊະນິດ​ສັດປ່າ ​ແລະ ພືດ​ປ່າ​ທີ່​ໃກ້​ສູນພັນ​​ເຜີຍ​ແຜ່​ໃນ​ວັນ​ທີ 23 ຕຸລາ​ວ່າ: ລັດຖະບານ​ທົ່ວ​ໂລກ​ຢຶດງາ​ຊ້າງ​ເຖື່ອນ​ໄດ້​ລວມກັນ 40 ​ໂຕນ​ໃນ​ປີຜ່ານມາ ຖື​ເປັນ​ສະຖິຕິ​ສູງ​ທີ່​ສຸດ​ນັບ​ແຕ່​ປີ 1989 ​ແລະ ຫລາຍ​ກວ່າ​ນ້ຳໜັກ​ງາ​ຊ້າງ​ເຖື່ອນ​ທີ່​ມີ​ການ​ຢຶດ​ໄດ້​ໃນ​ປີ 2007 ​ເຖິງ 3 ​ເທົ່າ ​ແລະ ຈຳນວນ​ງາ​ຊ້າງ​​ເຖື່ອນ​ທັງ​ໝົດ​ທີ່ຢຶດ​ໄດ້​ຖື​ວ່າ​ມີ​ຈຳນວນ “ຫລາຍ​ທີ່​ສຸດ​ເປັນ​ປະຫວັດສາດ”.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາຄາ​ງາ​ຊ້າງ​ໃນ​ຕະຫລາດ​ໂລກ​ຫລຸດ​ລົງ​ຫລາຍ​ກວ່າ 50% ​ໃນ​ຮອບ 3-4 ປີຜ່ານມາ ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ປຸກລະດົມ​ຂອງ​ຫລາຍ​ພາກສ່ວນ ທີ່​ຕໍ່ຕ້ານ​ການ​ຂ້າ​ຊ້າງ​ປ່າ​ເພື່ອ​ເອົາ​ງາ. ​ເຊັ່ນ​ດຽວ​ກັບ​ລັດຖະບານ​ຂອງ​ຫລາຍ​ປະ​ເທດ​​ໃນ​ທະວີບອາ​ຟຣິກາ ທີ່​ແກ້​ໄຂ​ກົດໝາຍ​ໃນ​ເລື່ອງ​ນີ້​ໃຫ້​ມີ​ຄວາມ​ເຂັ້ມງວດ​ຫລາຍ​ຂຶ້ນ​ເຊັ່ນ: ຕັງ​ຊາ​ນີ ​ເຊິ່ງຈັບ​ກຸມ​ຜູ້​ລັກລອບ​ຂ້າ​ຊ້າງ​ປ່າ​ໄດ້​ສູງ​ເຖິງ 128 ຄົນ​ສະ​ເພາະ​ປີຜ່ານມາ.

ນອກຈາກ​ນີ້, ສະຖິຕິ​ການ​ລ່າ​ຊ້າງ​ປ່າ​ໃນ​ທະວີບອາ​ຟຣິກາ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະຖິຕິ​ຫລຸດ​ລົງ​ເປັນ​ປີ​ທີ 5 ຕິດ​ຕໍ່​ກັນ ​ໂດຍ​ລາຍ​ງານ​ຂອງ​ສະຫະພາບ​ນາໆ​ຊາດ​ເພື່ອ​ການ​ອະນຸລັກ​ທຳ​ມະ​ຊາດ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ (ICUN) ຕີ​ລາຄາ​ສະຖິຕິ​ການ​ຂ້າ​ຊ້າງ​ປ່າ​ໃນ​ທະວີບອາ​ຟຣິກາລະ​ຫວ່າງ​ປີ 2003-2015 ມີ​ປະມານ 110.000 ​ໂຕ.

- 4 - ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ
- 5 - ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ
- 3 - ສະຖິຕິຢຶດງາຊ້າງທົ່ວໂລກປີຜ່ານມາ ສູງສຸດເປັນປະຫວັດສາດ