10 ເລື່ອງຕົວະຂອງຄົນເຮັດວຽກ.

- 031610 2017 - 10 ເລື່ອງຕົວະຂອງຄົນເຮັດວຽກ.
- kitchen vibe - 10 ເລື່ອງຕົວະຂອງຄົນເຮັດວຽກ.

ເຊື່ອວ່າຄົນສ່ວນຫລາຍເຄີຍຕົວະຢູ່ບ່ອນເຮັດວຽກ ໂດຍມັກຈະຕົວະໃນສະຖານະການທີ່ພວກເຂົາຮູ້ສຶກຢ້ານຕໍ່ຜົນທີ່ຈະຕາມມາຈາກການເວົ້າຄວາມຈິງ, ແຕ່ໃນທາງທີ່ຖືກຕ້ອງ ຖ້າທ່ານເວົ້າຄວາມຈິງແຕ່ທຳອິດ ທ່ານກໍຈະບໍ່ຕ້ອງເວົ້າຕົວະອີກ ເພື່ອປົກປ້ອງເລື່ອງຕົວະທີ່ເຄີຍສ້າງໄວ້ ແລະ ຍັງບໍ່ຕ້ອງເກັບຄວາມຮູ້ສຶກຜິດສະສົມໄວ້ກັບໂຕເອງນຳອີກ.

  1. ຂ້ອຍມີຄວາມສຸກທ່ີຈະເຮັດ:

     – ຄວາມຈິງ : ນີ້ແມ່ນສິ່ງສຸດທ້າຍທີ່ຂ້ອຍຢາກຈະເຮັດ. ຄວນເວົ້າກັບຫົວໜ້າຂອງທ່ານວ່າ ທ່ານຍິນດີທີ່ຈະຊ່ວຍເຫລືອວຽກທີ່ເຂົາມອບໝາຍ, ແຕ່ທ່ານມີບາງສິ່ງທີ່ເປັນກັງວົນ ເຊັ່ນ : ທ່ານຕ້ອງການເວລາຫລາຍກ່ວານີ້ ຫລື ຕ້ອງການແຫ່ລງຂໍ້ມູນຕື່ມ ເພື່ອໃຫ້ທ່ານສາມາດເຮັດວຽກໄດ້ງ່າຍຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - 10 ເລື່ອງຕົວະຂອງຄົນເຮັດວຽກ.
  1. ໂມງບໍ່ປຸກ :

     – ຄວາມຈິງ : ຂ້ອຍນອນເດິກ ແລະ ບໍ່ໄດ້ຍິນສຽງໂມງປຸກ. ການຕົວະເມື່ອມາສວາຍສາມາດເຮັດໄດ້ພຽງແຕ່ 1 – 2  ເທື່ອເທົ່ານັ້ນ ຫາກທ່ານອ້າງເລື່ອງໂມງປຸກ ຫລື ເລື່ອງລົດຕິດເລື້ອຍໆ ຫົວໜ້າຈະເລີ່ມບໍ່ເຊື່ອໃຈທ່ານ ຫາກປົກກະຕິແລ້ວທ່ານເປັນຄົນທີ່ມາເຮັດວຽກກົງເວລາ ແລະ ມາສວາຍພຽງແຕ່ດົນໆເທື່ອໜຶ່ງເທົ່ານັ້ນ ເມື່ອມາສວາຍທ່ານຄວນກ່າວຂໍໂທດຫົວໜ້າ ພ້ອມທັງສັນຍາວ່າຈະບໍ່ມາສວາຍແບບນີ້ອີກ ທ່ານອາດຕ້ອງເຜື່ອເວລາໃນການເດີນທາງໃຫ້ຫລາຍຂຶ້ນ ຫລື ເລີກວຽກຊ້າກ່ວາປົກກະຕິເທົ່າກັບເວລາທີ່ທ່ານມາສວາຍ ເປັນຕົ້ນ.

  1. ຂ້ອຍບໍ່ມີຄຳຖາມ :

     – ຄວາມຈິງ : ຂ້ອຍບໍ່ເຂົ້າໃຈດອກວ່າຂ້ອຍກຳລັງເຮັດຫຍັງ ແຕ່ທີ່ຂ້ອຍບໍ່ຖາມຍ້ອນຂ້ອຍບໍ່ຢາກໃຫ້ໃຜເບິ່ງວ່າຂ້ອຍໂງ່.

ເວລາທີ່ທ່ານກຳລັງສັບສົນກັບສິ່ງໃດສິ່ງໜຶ່ງ ທ່ານມັກຈະບອກກັບຫົວໜ້າວ່າທ່ານບໍ່ສົງໄສຫຍັງແທນທີ່ຈະຕົວະທ່ານຄວນຍອມຮັບ ແລະ ບອກຫົວໜ້າໄປໂດຍກົງວ່າທ່ານຍັງບໍ່ຄ່ອຍເຂົ້າໃຈສິ່ງທີ່ຈະຕ້ອງເຮັດ ເຊິ່ງຈະຊ່ວຍໃຫ້ທ່ານ ແລະ ຫົວໜ້າຊ່ວຍກັນຫາຄຳຕອບ, ຫາຂໍ້ມູນຕື່ມເພື່ອໃຫ້ທ່ານສາມາດເຮັດວຽກນັ້ນຕໍ່ໄປໄດ້.

  1. ທຸກຢ່າງສາມາດຄວບຄຸມໄດ້.

     – ຄວາມຈິງ : ທຸກຢ່າງບໍ່ສາມາດຄວບຄຸມໄດ້.

ຫາກທ່ານເຫັນວ່າສະຖານະການເລີ່ມບໍ່ດີ ແລະ ທ່ານບໍ່ສາມາດຄວບຄຸມໄດ້ ຄວນກ້າທີ່ຈະຍອມຮັບໃນຄວາມຜິດພາດ ແລະ ຂໍ ຄວາມຊ່ວຍເຫລືອ ແບບນີ້ຈະເຮັດໃຫ້ທ່ານເບິ່ງເປັນມືອາຊີບຫລາຍກ່ວາການປິດບັງຄວາມຈິງທີ່ເກີດຂຶ້ນ ເຊິ່ງອາດສົ່ງຜົນຮ້າຍຕາມມາຢ່າງຄາດບໍ່ເຖິງກໍເປັນໄດ້.

  1. ຂ້ອຍຫາກໍໄດ້ຮັບຂໍ້ຄວາມ :

     – ຄວາມຈິງ : ຂ້ອຍໄດ້ຮັບຂໍ້ຄວາມນັບແຕ່ອາທິດແລ້ວນີ້, ແຕ່ຂ້ອຍຍັງບໍ່ຢາກຕິດຕໍ່ກັບໄປ. ຈະເປັນການດີກ່ວາຫາກທ່ານບໍ່ເວົ້າວ່າທ່ານໄດ້ຮັບຂໍ້ຄວາມເມື່ອໃດ ພຽງແຕ່ຕອບວ່າທ່ານກຳລັງຈະຕິດຕໍ່ກັບໄປ ຫລື ທ່ານໄດ້ຮັບຂໍ້ຄວາມແລ້ວ ແຕ່ຫາກໍມີເວລາຕິດຕໍ່ກັບໄປ.

  1. ຫວັງວ່າຈະໄດ້ຮ່ວມວຽກກັນອີກໃນໄວໆນີ້.

     – ຄວາມຈິງ : ຂ້ອຍບໍ່ຢາກຮ່ວມວຽກກັບເຈົ້າອີກ.

ຫາກທ່ານບໍ່ຢາກພົບກັບເຂົາ ຄວນຫລີກເວັ້ນການໃຫ້ຄວາມຫວັງ ຫລື ຄໍາສັນຍາ, ຄວນກ່າວວ່າ :  ຂ້ອຍດີໃຈທີ່ໄດ້ມີໂອກາດຮ່ວມວຽກກັບເຈົ້າ ຫລື ຂອບໃຈສຳລັບຄວາມຄິດເຫັນໃນຫົວຂໍ້ນີ້ ເປັນຕົ້ນ.

  1. ຂ້ອຍຄິດແບບດຽວກັບເຈົ້າ.

     – ຄວາມຈິງ : ຂ້ອຍຄິດບໍ່ຄືກັບເຈົ້າ, ແຕ່ຂ້ອຍບໍ່ຢາກຖືກເບິ່ງວ່າບໍ່ເຫັນດີນຳ.

ຫາກທ່ານມີເຫດຜົນທີ່ເໝາະສົມທີ່ຈະບໍ່ເຫັນດີນໍາ ທ່ານຄວນລວບລວມຂໍ້ມູນສະໜັບສະໜູນຄວາມຄິດຂອງທ່ານ ເຖິງວ່າຈະ ເປັນເລື່ອງທີ່ສ່ຽງກັບການບໍ່ເຫັນດີຈາກຄົນອື່ນໆ, ແຕ່ຄົນເຮົາກໍບໍ່ສາມາດປະສົບຄວາມສຳເລັດໄດ້ຖ້າບໍ່ພະຍາຍາມ.

  1. ຂ້ອຍເຄີຍເຮັດວຽກແບບນີ້ມາແລ້ວ.

     – ຄວາມຈິງ : ຂ້ອຍຍັງບໍ່ຮູ້ຈະເຮັດແນວໃດກັບໂຄງການນີ້.

ຫາກທ່ານຍັງບໍ່ມີທັກສະໃນວຽກໃດໆ ຢ່າຕົວະໂຕເອງ ແລະ ຄົນອື່ນວ່າທ່ານສາມາດເຮັດວຽກນັ້ນໄດ້ ທ່ານຄວນຮຽນຮູ້ຫາຫົນທາງຕ່າງໆທີ່ຈະເຮັດໃຫ້ທ່ານສາມາດເຮັດວຽກແລ້ວກົງເວລາໄດ້ ໂດຍອາດຂໍຄວາມຊ່ວຍເຫລືອຈາກຜູ້ອື່ນ ຫລື ຂໍຂະຫຍາຍເວລາກຳນົດສົ່ງວຽກຖ້າເປັນໄປໄດ້.

  1. ຂ້ອຍບໍ່ສະບາຍ.

     – ຄວາມຈິງ : ຂ້ອຍຢາກລາພັກວຽກ.

ມີ 2 ສາເຫດທີ່ຄົນເຮົາມັກຈະຕົວະວ່າບໍ່ສະບາຍ ຄື : ເບື່ອຫົວໜ້າ ແລະ ເບື່ອວຽກເກົ່າໆທີ່ບໍ່ທ້າທາຍ. ຫາກທ່ານໂທໄປຄອບວ່າທ່ານເຈັບປ່ວຍໂດຍທີ່ມື້ວານນີ້ຍັງດີຢູ່ ທ່ານອາດຖືກຫົວໜ້າສອບສວນເຖິງສາເຫດທີ່ແທ້ຈິງທີ່ຕ້ອງຕົວະ, ແຕ່ຫາກທ່ານຢາກໄດ້ມື້ພັກວຽກທ່ານຄວນໃຊ້ມື້ລາພັກແທນ.

  1. ຂໍເວລາລົມເລື່ອງນີ້ຈັກນາທີໜຶ່ງ.

      – ຄວາມຈິງ : ເລື່ອງນີ້ຕ້ອງລົມກັນດົນ.

ຫາກຢາກນັດປະຊຸມລົມວຽກຄວນປະເມີນເວລາຕາມຄວາມເປັນຈິງວ່າ 10 – 15 ນາທີ ເພື່ອທີ່ຄົນອື່ນໆສາມາດກຳນົດເວລາໃນການເຮັດວຽກອື່ນໆໄດ້.

- 041610 2017 1024x576 - 10 ເລື່ອງຕົວະຂອງຄົນເຮັດວຽກ.

- 5 - 10 ເລື່ອງຕົວະຂອງຄົນເຮັດວຽກ.
- 4 - 10 ເລື່ອງຕົວະຂອງຄົນເຮັດວຽກ.
- 3 - 10 ເລື່ອງຕົວະຂອງຄົນເຮັດວຽກ.