ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ

- LEK 7768 S - ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ
- kitchen vibe - ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ

ໂດຍ: ທ່ຽງ​ທຳ

ສະບາຍດີ​ ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ມາ​ພົບ​ກັນ​ອີກ​ໃນ​ຄໍ​ລຳ​ສະບາຍດີ​ຕອນ​ເຊົ້າ ພາຍຫລັງ​ຫ່າງ​ໄປ​ເປັນ​ທິດ ​ເນື່ອງ​ຈາກ​ວຽກ​ງານ. ​ເພື່ອນ​ຜູ້​ອ່ານ​ຫລາຍ​ຄົນ​ກໍ​ອາດ​ຈະ​ເຄີຍ​ໄດ້​ໄປ​ທ່ຽວ​ມາ​ແລ້ວ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເມື່ອ​ໄປ​ຮອດ​ໃສ ນອກຈາກ​ຄວາມ​ສົນ​ໃຈ ​ແລະ ປະ​ທັບ​ໃຈ​ກັບ​ຄວາມ​ງາມ​ຂອງ​ແຫ​ລ່ງທ່ອງ​ທ່ຽວ​ແລ້ວ, ຖັດລົງ​ມາ​ກໍ​ອາດ​ຈະ​ແມ່ນ​ສິ່ງ​ຂອງ​ທີ່​ລະນຶກ​ທີ່​ເປັນ​ເອກະລັກ​ຂອງ​ເຂດ​ນັ້ນ, ປະ​ເທດ​ນັ້ນ. ຖ້າ​ເວົ້າງ່າຍໆ​ຄື​ເຮົາ​ໄປ​ແຂວງ​ຫລວງ​ພະ​ບາງ ນອກຈາກ​ການ​ໄດ້​ສຳຜັດ​ກັບ​ຄວາມ​ໂດດ​ເດັ່ນ​ຂອງ​ຕົວ​ເມືອງ​ມໍລະດົກ ​ເຊິ່ງອາດ​ຈະ​ເປ​ັນ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ, ວັດທະນະທຳ ​ແລະ ປະຫວັດສາດ​ແລ້ວ ກໍ​ຈະ​ແມ່ນ​ເລື່ອງ​ສິ່ງ​ຂອງ​ທີ່​ລະນຶກ​ທີ່​ເປັນ​ເອກະລັກ​ຂອງ​ຫລວງ​ພະ​ບາງ ຄື​ໃນ​ປັດຈຸບັນ​ກໍ​ອາດ​ຈະ​ແມ່ນ​ແຜ່ນ​ແພ​ລາຍ​ປັກ​ຖັກ​ແສ່ວ​ດ້ວຍ​ມື ຫລື ອາດ​ຈະ​ເປັນ​ໄຄ​ແຜ່ນ, ໜັງ​ເຄັມ, ​ແຈ່ວ​ບອງ ​ແລະ ອື່ນໆ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ເຂດ​ນັ້ນ, ຖ້າ​ລົງ​ໄປ​ຮອດ​ຈຳປາ​ສັກກໍ​ອາດ​ຈະ​ເປັນ​ສິ່ງ​ຂອງ​​ແກະ​ສະ​ລັກ, ​ເຄື່ອງ​ຈັກສານ ​ແລະ ​ແຈ່ວ​ປາກະ​ເຕົາ​ອື່ນໆ​ທີ່​ຕິດ​ພັນ​ກັບ​ຊີວິດ ​ແລະ ວັດທະນະທຳ​ຂອງ​ປະຊາຊົນ​ເຂດ​ໃຕ້, ຖ້າ​ໄປ​ຫວຽດນາມ, ປະ​ເທດ​ຈີນ ​ແລະ ຫລາຍ​ປະ​ເທດ​ອື່ນໆ​ໃນ​ໂລກ​ກໍ​ຈະ​ມີ​ຢ່າງ​ຫລາກ​ຫລາຍ​ເຖິງ​ສິ່ງ​ຂອງ​ທີ່​ລະນຶກ​ເຫລົ່ານັ້ນ ອັນ​ໄດ້​ສ້າງ​ສິ່ງ​ຈັບ​ອົກ​ຈັບ​ໃຈ ​ແລະ ​ເປັນ​ຈຸດ​ດຶງ​ດູດ​ກ້ອນ​ເງິນ​ຂອງ​ນັກ​ທ່ອງ​ທ່ຽວ​ອີກ​ດ້ວຍ. ຕົວຢ່າງ​ຢູ່ ສສ ຫວຽດນາມ ​ໃຜ​ກໍ​ຈະ​ຮູ້​ດີ​ເຖິງ​ກຸບ​ຂອງ​ຊາວ​ຫວຽດນາມ​ອັນ​ເປັນ​ວັດທະນະທຳ​ໃນ​ການ​ນຸ່ງ​ຫົ່ມ​ຂອງ​ຊາວ​ຫວຽດນາມ​ມາ​ແຕ່​ດອກ​ດຳ​ບັນ, ຖ້າ​ຊື້ກຸບ​ໃບ​ໜຶ່ງ​ຢູ່​ຕະຫລາດ​ທົ່ວ​ໄປ​ກໍ​ຈະ​ມີ​ລາຄາ​ພຽງ 5.000-10.000 ດົງ​ຫວຽດນາມ ​ແຕ່​ໃບ​ກຸບ​ດັ່ງກ່າວ​ຫາກ​ໄດ້​ຕົກ​ແຕ່ງ​ໃຫ້​ຕິດ​ພັນ ​ແລະ ບົ່ງ​ບອກ​ເຖິງ​ວັດທະນະທຳ​ຂອງ​ປະ​ເທດ​ດັ່ງກ່າວ​ແລ້ວ​ກໍ​ຈະ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນຫລາຍ​ເທົ່າ, ຖ້າ​ຢູ່​ປະ​ເທດ​ຈີນ​ພຽງ​ຕຸກກະຕາ​ໝີ​ແພນ​ດ້າ​ໂຕ​ໜຶ່ງ​ກໍ​ຈະ​ມີ​ມູນ​ຄ່າ​ເປັນ​ແສນ, ​ເປັນ​ລ້ານ. ຖ້າຢູ່​ເຂດ​ອາ​ຟຣິກາ​ໃຕ້ ​ເຊິ່ງຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ເປັນ​ເອກະລັກ​ຂອງ​ເຂົາ​ເຈົ້າກໍ​ຈະ​ແມ່ນ​ບັນດາ​ຮູບ​ປັ້ນຮູບ​ຫລໍ່ ຫລື ຮູບ​ແກະສະຫລັກ​ຕ່າງໆ​ຂອງ​ບັນດາ​ໂຕ​ສັດ​ທີ່​ຫາ​ຍາກ​ໃນ​ເຂດ​ອາ​ຟຣິກາ​ເຊັ່ນ: ຊ້າງ​ຫູ​ໃຫຍ່, ​ເສືອ​ດາວ, ສິງ, ກວາງ, ຟານ ​ແລະ ສັດປ່າ​ຫາ​ຍາກ​ອື່ນໆ ອັນ​ໄດ້​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ໃຫ້​ແຂກ​ຄົນ​ຜູ້​ມາ​ທ່ຽວ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ແລະ ພ້ອມໆ​ກັນນັ້ນ ​ເຂົາ​ເຈົ້າຍັງ​ໄດ້​ຖື​ເອົາ​ບ່ອນ​ລ້ຽງ, ບ່ອນ​ຜະລິດ​ຂອງ​ຜະລິດ​ຕະພັນ​ດັ່ງກ່າວ​ໃຫ້​ຕິດ​ພັນ​ກັບ​ລາຍການ​ທົວອີກ​ດ້ວຍ ທັງ​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ໃຫ້​ຜູ້​ມາ​ທ່ຽວ ​ແລະ ທັງ​ເປັນ​ການ​ສົ່ງ​ເສີມ​ຜູ້​ຜະລິດ​ໃຫ້​ນັບ​ມື້ມີ​ການ​ພັດທະນາ​ຂະຫຍາຍຕົວ.

ສ່ວນ​ຢູ່​ບ້ານ​ເຮົາ​ເດ ​ໃນ​ປັດຈຸບັນ​ເປັນ​ແນວ​ໃດ ? ພວກ​ເຮົາ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ກັບ​ວຽກ​ງານ​ດັ່ງກ່າວ​ແລ້ວ​ບໍ ? ຖ້າ​ເບິ່ງ​ໂດຍ​ທົ່ວ​ໄປ​ກໍ​ຖື​ວ່າ​ມີ, ​ແຕ່​ເວົ້າ​ເຖິງ​ຄວາມ​ເລິກ​ເຊິ່ງຂອງ​ມັນ​ແມ່ນ​ຍັງ​ມີ​ໜ້ອຍ ​ແລະ ບໍ່​ຫລາກ​ຫລາຍ​ສີສັນ, ຍັງ​ບໍ່​ທັນ​ໄດ້​ນຳ​ເອົາ​ການ​ຜະລິດ​ເຫລົ່ານັ້ນ​ເຂົ້າຕິດ​ພັນ​ກັບ​ລາຍການ​ທ່ອງ​ທ່ຽວ​ພໍ​ປານ​ໃດ ​ແລະ ຈຸດ​ນີ້​ພວກ​ເຮົາ (ຂະ​ແໜງ​ມະຫາ​ພາກ) ຄວນ​ຈະ​ຕ້ອງ​ໄດ້​ຊອກ​ຫາ​ທາງ​ອອກ ​ແລະ ​ແກ້​ໄຂ​ໃຫ້​ເປັນ​ຕົນ​ໂຕ​ດີ​ຂຶ້ນ. ດັ່ງ​ຂອດ​ການ​ຜະລິດ​ເຈ້ຍສາ​ຢູ່​ຫລວງ​ພະ​ບາງ, ນັກ​ທ່ອງ​ທ່ຽວ​ຫລາຍ​ປະ​ເທດ​ກໍ​ໃຫ້​ຄວາມ​ສົນ​ໃຈ ​ແລະ ມັກ​ຈະ​ຊື້ຜະລິດ​ຕະພັນ​ດັ່ງກ່າວ​ເພື່ອ​ການ​ຕົກ​ແຕ່ງ​ເອຍ້ອງ​ເຮືອນ​ຊານ​ໄດ້​ເປັນ​ຢ່າງ​ດີ. ​ເອົາລະ ​ໃນ​ໂອກາດ​ເປີດ​ປີ​ທ່ອງ​ທ່ຽວ​ລາວ​ນີ້ ພວກ​ເຮົາ​ຫວັງ​ວ່າ​ສິ່ງ​ຍອດ​ຍິ່ງ​ດັ່ງກ່າວ​ຂອງ​ການທ່ອງທ່ຽວ​ຈະ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ນັບ​ມື້ຫລາກ​ຫລາຍ ​ແລະ ອຸດົມສົມບູນ​ຫລາຍ​ຂຶ້ນ.

- 5 - ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ
- 4 - ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ
- 3 - ສົ່ງເສີມການທ່ອງທ່ຽວຕ້ອງຕິດພັນ ກັບການຜະລິດຂອງທີ່ລະນຶກໃຫ້ຫລາກຫລາຍ