ຄວາມເຫລື່ມລ້ຳຕໍ່າສູງເປັນບໍ່ເກີດແຫ່ງຄວາມບໍ່ຍຸຕິທຳ
ທິດກໍ່າໄດ້ອ່ານແຫລ່ງຂ່າວຈາກໜັງສືພິມລາວພັດທະນາສະບັບອອກວັນທີ 27 ມີນາຜ່ານມາວ່າ: ທາງກະຊວງ ການເງິນໄດ້ເຜີຍແຜ່ກົດເຫລັກ ທັງແມ່ນວິໄນ ກໍຄືຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນໃນຂະແໜງການຂອງ ຕົນນັບແຕ່ຂັ້ນກະຊວງຕາມສາຍຕັ້ງລົງໄປຮອດຂັ້ນທ້ອງຖິ່ນຮາກຖານ. ນີ້ກໍຖືວ່າເປັນມິຕິໃໝ່ ແລະ ເປັນນິມິດ ໝາຍທີ່ດີຕໍ່ຖັນແຖວພະນັກງານ-ລັດຖະກອນໃນຂົງເຂດການເງິນ. ຕາມເຮົາຄິດ, ສາເຫດທີ່ເຮັດໃຫ້ມີກົດຫ້າມ ດັ່ງກ່າວອອກມານີ້ກໍຍ້ອນວ່າໃນຫລາຍປີຜ່ານມາເຫັນວ່າບັນຫາການຄຸ້ມຄອງການເງິນດ້ານມະຫາພາກ ໂດຍສະ ເພາະການຄຸ້ມຄອງລາຍຮັບ-ລາຍຈ່າຍແມ່ນມີການຮົ່ວໄຫລ, ມີຊ່ອງຫວ່າງຊ່ອງໂວ່ ແລະ ບໍ່ປອດໃສໃນຖັນແຖວ ພະນັກງານ-ລັດຖະກອນທີ່ຢູ່ໃກ້ກັບເງິນ. ເມື່ອເຫັນກົດດັ່ງກ່າວອອກມາ, ທິດກໍ່າຍັງຄິດເຫັນກົດຫ້າມຂອງພະນັກ ງານຮັກສາຄວາມປອດໄພຂອງຫລາຍບໍລິສັດທີ່ເຮັດໜ້າທີ່ບໍລິການຄວາມປອດໄພໃນສັງຄົມຢູ່ລາວເຮົາ. ຕົວຢ່າງ: ໃນເວລາປະຕິບັດໜ້າທີ່ທຸກຄົນຕ້ອງຢູ່ໃນລະບຽບວິໄນຢ່າງເຄັ່ງຄັດ, ຫ້າມຫລັບຍາມ, ນອນຍາມ, ໜີປະປ້ອມ, ຫ້າມມາປ່ຽນຍາມຊັກຊ້າ, ເລີກໄວ, ຫ້າມຟັງວິທະຍຸ, ເບິ່ງໂທລະພາບ ແລະ ອື່ນໆ. ນອກຈາກນັ້ນໃນທຸກໆ 8 ຊົ່ວ ໂມງກໍມີສາຍກວດໄປເລາະກວດກາຕິດຕາມການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານຮັກສາຄວາມປອດໄພ ແຕ່ລະຈຸດແຕ່ລະປ້ອມ ນັບທັງມີເຄື່ອງມືສື່ສານປະສານງານກວດກາຕິດຕາມຕະຫລອດ 24 ຊົ່ວໂມງ, ແຕ່ເຖິງ ປານນັ້ນມັນກໍຍັງມີພວກທີ່ລະເຫລີງຕໍ່ລະບຽບວິໄນ ແລະ ໜ້າທີ່, ຍັງມີບາງຄົນລັກນອນຍາມ, ລັກໜີປະປ້ອມ ຫລື ປະລະໜ້າທີ່ໂດຍບໍ່ຄໍານຶງເຖິງຜົນຮ້າຍທີ່ອາດຈະເກີດຂຶ້ນຕາມມາແກ່ຕົນເອງ ແລະ ຈຸດບໍລິການເວນຍາມ.
ຕາມທິດກໍ່າຄິດ, ບັນດາຂະແໜງການ ແລະ ກົມກອງອື່ນໆກໍອາດມີລະບຽບເຫລັກ ນັບທັງກົດຫ້າມ ແລະ ຂໍ້ ປະຕິບັດໃຫ້ພະນັກງານຂອງຕົນຢ່າງເຄັ່ງຂັດ, ນອກຈາກຈະມີລັດຖະທໍາມະນູນ ແລະ ກົດໝາຍທີ່ພັກ ແລະ ລັດຖະ ບານວາງອອກ ເຊິ່ງພວກເຮົາພາກັນເອີ້ນກົດຫ້າມຕ່າງໆນັ້ນວ່າ: “ນິຕິກໍາ” ລຸ່ມກົດໝາຍ, ເພາະສະນັ້ນພວກເຮົາ ທັງຫລາຍຍັງພາກັນເຂົ້າໃຈວ່າບັນດານິຕິກໍານັ້ນມັນເປັນພື້ນຖານ ແລະ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຂອງຖັນແຖວພະນັກງານ-ລັດຖະກອນທຸກຄົນທີ່ຂຶ້ນກັບການຈັດຕັ້ງຂອງຕົນ. ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນນັບແຕ່ປະເທດຊາດເຮົາໄດ້ມີການປ່ຽນແປງໃໝ່ ເຫັນວ່າພະນັກງານ-ລັດຖະກອນທີ່ຢູ່ໃກ້ກັບເງິນພາກັນຮັ່ງ ມີຜິດປົກກະຕິເຊັ່ນ: ມີດິນດອນຕອນຫຍ້າບໍ່ອຶດບໍ່ຢາກ, ມີຄະລືຫາດງາມໆຫລາຍຫລັງ, ມີລົດຫລູຫລາຫລາຍຄັນ, ມີເງິນຫລາຍຕື້ຫລາຍໂກດ ແລະ ບັນດາພະນັກງານ-ລັດຖະກອນທີ່ຢູ່ໃກ້ກັບເງິນເຫລົ່ານີ້ສ່ວນຫລາຍກໍແມ່ນນອນ ຢູ່ໃນຂະແໜງການເງິນ ໂດຍສະເພາະແມ່ນໃນຂົງເຂດພາສີ-ອາກອນ. ດ້ວຍສາເຫດດັ່ງກ່າວ, ໃນໄລຍະຜ່ານມາ ຈຶ່ງເກີດມີປາກົດການຫຍໍ້ທໍ້ໃນຂົງເຂດນີ້ຢ່າງຫລວງຫລາຍສົມຄວນເຊັ່ນ: ເກັບລາຍຮັບປະຈໍາປີບໍ່ໄດ້ຕາມຄາດ ໝາຍຍ້ອນມີການສໍ້ລາດບັງຫລວງ, ມີການຊື້ຈ້າງເຂົ້າເຮັດວຽກພາສີ-ອາກອນ, ມີກຸ່ມກ້ອນຄົນເຈົ້າຄົນຂ້ອຍ, ຄົນ ເພິ່ນຄົນໂຕ ແລະ ອື່ນໆ. ທັງຍັງມີຂ່າວຄາວຮືຮາກັນວ່າຖ້າໃຜໄດ້ ໄປເຮັດວຽກເປັນພາສີ-ອາກອນບໍ່ພໍສອງສາມປີ ກໍກາຍເປັນຄົນຮັ່ງ, ມີເງິນມີຄໍາ ແລະ ມີລົດຄັນງາມຂີ່ ວ່າຊັ້ນ ! ແຕ່ໃນຕົວຈິງແລ້ວ ຄໍາເລົ່າລືຮືຮານັ້ນຈະເປັນ ຄວາມຈິງ ຫລືບໍ່ ກໍຂໍໃຫ້ພວກເຮົາພິສູດນໍາກັນ.
ຕາມທິດກໍ່າຄິດ, ການທີ່ກະຊວງການເງິນໄດ້ວາງມາດຕະການນີ້ອອກມາມັນກາຍເປັນກົດເຫລັກສໍາລັບພະ ນັກງານ-ລັດຖະກອນຂອງຕົນນັ້ນຈະກາຍເປັນບ່ອນອີງອັນແໜ້ນແກ່ນໃນການຈັດຕັ້ງປະຕິບັດ, ສ່ວນວ່າໃນເວ ລາຈັດຕັ້ງປະຕິບັດຈະໄດ້ໜ້ອຍ ຫລື ຫລາຍນັ້ນມັນກໍແມ່ນຜົນຂອງກົດເຫລັກທີ່ໄດ້ວາງອອກ.
ເຖິງຢ່າງໃດກໍດີ, ຕາມເຮົາ ເຫັນຕົວຈິງກ່ຽວກັບຄຸນນະພາບຊີວິດລະຫວ່າງພະນັກງານ-ລັດຖະກອນທີ່ຢູ່ໃກ້ ກັບເງິນ ແລະ ຜູ້ ທີ່ເຮັດໜ້າທີ່ການເມືອງໂດຍກົງມັນກໍມີອັນແຕກຕ່າງກັນຢ່າງຂາດຂັ້ນເຊັ່ນ: ຜູ້ເຮັດວຽກການ ເມືອງອາໄສແຕ່ເງິນເດືອນຫລ້ອນຈ້ອນ, ຈັບຫລັງວິດໜ້າ, ຈັບໜ້າວິດຫລັງກັບເມືອເຮືອນ ລ້ຽງສັດປູກຝັງເຖິງ ປານນັ້ນກໍເກືອບເອົາຕົວບໍ່ລອດ. ນີ້ລະເຂົາເອີ້ນວ່າເມື່ອໃດສັງຄົມເຮົາຍັງມີການເຫລື່ມລ້ຳຕໍ່າສູງມັນກໍເປັນບໍ່ ເກີດແຫ່ງຄວາມບໍ່ຍຸຕິທໍາ.