ທຄຕລ ຊີ້ແຈງຕື່ມເຫດຜົນຢຸດບໍລິການຊ່ວງບຸນຊ່ວງເຮືອທ່າວັດຈັນ

- kitchen vibe - ທຄຕລ ຊີ້ແຈງຕື່ມເຫດຜົນຢຸດບໍລິການຊ່ວງບຸນຊ່ວງເຮືອທ່າວັດຈັນ

ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໄດ້ຊີ້ແຈ້ງຕື່ມກ່ຽວກັບເຫດຜົນຂອງການຢຸດບໍລິການຊົ່ວຄາວຂອງສໍານັກງານໃຫຍ່ໃນໄລຍະການຈັດງານບຸນຊ່ວງເຮືອປະເພນີທ່າວັດຈັນປະຈໍາປີ 2017 ຜ່ານມາ, ພາຍຫລັງເຫັນວ່າບັນຫາດັ່ງກ່າວຍັງມີລູກຄ້າຈໍານວນໜຶ່ງໃຫ້ຄວາມສົນໃຈ ແລະ ອິງຕາມໜັງສືຊີ້ແຈງຂອງທະນາຄານດັ່ງກ່າວ ໃຫ້ຮູ້ວ່າ: ​ໃນ​ໄລຍະ​ບຸນ​ອອກ​ພັນ​ສາຂອງທຸກໆປີ, ບໍ່ສະເພາະແຕ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນເທົ່ານັ້ນທີ່ໄດ້ຢຸດບໍລິການຊົ່ວຄາວ, ​ພ້ອມກັນນັ້ນກໍຍັງມີຫລາຍ​ຫົວໜ່ວຍ​ທຸລະ​ກິດ​ອື່ນໆ​ໃນ​ຂົງ​ເຂດ​ທີ່ຢູ່​ໃກ້​ຄຽງ​ສະຖານ​ທີ່​ຈັດ​ງານ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ​ແລະ ບຸນຊ່ວງ​ເຮືອ​ທ່າ​ວັດ​ຈັນກໍ​ມີ​ການປິດ​ບໍລິການ​ເຊັ່ນ​ກັນ ຍ້ອນ​ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ​ຂອງ​ສະຖານ​ທີ່​ຈັດ​ງານ ​ແລະ ​ເຫດຜົນ​ດ້ານ​ຄວາມ​ສະດວກ​ສະບາຍ ​ແລະ ຄວາມ​ປອດ​ໄພ​ຂອງ​ລູກ​ຄ້າ. ດ້ວຍ​ເຫດ​ນີ້ ທຄຕລ ຂໍ​ຊີ້ແຈງຕື່ມວ່າ: ການ​ປິດ​ບໍລິການ​ດັ່ງກ່າວ​ໄດ້​ຮັບ​ອະນຸຍາດ​ຈາກ​ທະນາຄານ​ແຫ່ງ ສປປ ລາວ ຢ່າງ​ຖືກຕ້ອງ​ແລ້ວ ​ແລະ ທຄຕລ ກໍ​ໄດ້​ລົງ​ປະກາດ​ໃຫ້​ລູກ​ຄ້າ​ໄດ້​ຮັບ​ຊາບ​ລ່ວງ​ໜ້າ​ແລ້ວ​ໃນ​ຫລາຍ​ຊ່ອງ​ທາງຢ່າງ​ສອດຄ່ອງ​ກັບ​ລະບຽບຂອງ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫລັກ​ຊັບ ດ້ວຍ​ການ​ປະກາດ​ຜ່ານ​ເວັບ​ໄຊ, ສື່​ສັງຄົມ​ອອນ​ລາຍ ​ແລະ ຕິດ​ປະກາດ​ແຈ້ງ​ການ​ຢູ່​ສຳນັກງານ​ນັບ​ແຕ່​ວັນ​ທີ 29 ກັນຍາ 2017, ການ​ປິດ​ບໍລິການ​ດັ່ງກ່າວ ທຄຕລ ​ໄດ້​ປິດສະ​ເພາະ​ແຕ່​ສຳນັກງານ​ໃຫຍ່, ສ່ວນ​ສາຂາ​ນະຄອນຫລວງ, ສາຂາ​ດົງ​ໂດກ ​ແລະ ໜ່ວຍ​ບໍລິການ​ອື່ນໆທີ່​ບໍ່​​ຕັ້ງຢູ່​ບໍລິ​ເວນ​ຈັດ​ງານ​ບຸນ​ກໍ​ຍັງ​ຄົງ​ເປີດ​ໃຫ້​ບໍລິການ​ເປັນ​ປົກກະຕິ ແລະ ​ໃນ​ໄລຍະ​ວັນ​ທີ 5-6 ຕຸລາ 2017 ​ເຈົ້າໜ້າ​ທີ່​ກໍ​ໄດ້​ມີ​ການ​ປິດ​ຖະໜົນ​ທຸກ​ເສັ້ນທີ່​ເຂົ້າມາ​ບໍລິ​ເວນ​ງານ​ບຸນ ກໍ​ຄື​ສຳນັກງານ​ໃຫຍ່ ທຄຕລ ​ເຊິ່ງລູກ​ຄ້າ​ຈະ​ບໍ່​ສາມາດ​ນຳ​ລົດ​ເຂົ້າມາ​ເພື່ອ​ໃຊ້​ບໍລິການ​ໄດ້ ແລະ ​ໃນ​ຖານະ​ຜູ້​ບໍລິການ​ດ້ານ​ການ​ເງິນ ທຄຕລ ຍາມ​ໃດ​ກໍ​ຄຳນຶງ​ເຖິງ​ຄວາມ​ສະດວກ ​ແລະ ຄວາມ​ປອດ​ໄພ​ຂອງ​ລູກ​ຄ້າ​ທີ່​ມາ​ໃຊ້​ບໍລິການ​ເປັນ​ຫລັກ ຈຶ່ງ​ໄດ້​ເຫັນ​ຄວນ​ປິດ​ບໍລິການ​ຢູ່​ສຳນັກງານ​ໃຫຍ່ ​ເພື່ອ​ບໍ່​ໃຫ້​ເປັນ​ຊ່ອງ​ຫວ່າງ​ແກ່​ພວກ​ມິດ​ມາ​ຊີບ ​ແລະ ກຸ່ມ​ຄົນ​ບໍ່​ດີ​ມາ​ສ້າງ​ຄວາມ​ເດືອດຮ້ອນ ກໍ​ຄື​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ລູກ​ຄ້າ​ໃນ​ໄລຍະ​ງານ​ບຸນ ​ເຊິ່ງອີງ​ຕາມ​ຂໍ້​ມູນ​ທີ່​ໄດ້​ຮັບ​ລາຍ​ງານ​ຈາກ​ສື່​ມວນ​ຊົນກໍ​ເຫັນ​ວ່າ​ໄດ້​ມີ​ຫລາຍ​ປາກົດການ​ຫຍໍ້​ທໍ້​ເກີດ​ຂຶ້ນຢູ່​ໃນ​ງານ​ບຸນ​ດັ່ງກ່າວ​ໃນ​ປີ​ນີ້, ດັ່ງນັ້ນຫວັງວ່າສັງຄົມກໍຄືລູກຄ້າຈະເຂົ້າໃຈໃນຄວາມຈໍາເປັນຂອງການຢຸດໃຫ້ບໍລິການໃນໄລຍະການຈັດບຸນດັ່ງກ່າວ.

- 4 - ທຄຕລ ຊີ້ແຈງຕື່ມເຫດຜົນຢຸດບໍລິການຊ່ວງບຸນຊ່ວງເຮືອທ່າວັດຈັນ
- 3 - ທຄຕລ ຊີ້ແຈງຕື່ມເຫດຜົນຢຸດບໍລິການຊ່ວງບຸນຊ່ວງເຮືອທ່າວັດຈັນ
- 5 - ທຄຕລ ຊີ້ແຈງຕື່ມເຫດຜົນຢຸດບໍລິການຊ່ວງບຸນຊ່ວງເຮືອທ່າວັດຈັນ
- Visit Laos Visit SALANA BOUTIQUE HOTEL - ທຄຕລ ຊີ້ແຈງຕື່ມເຫດຜົນຢຸດບໍລິການຊ່ວງບຸນຊ່ວງເຮືອທ່າວັດຈັນ