ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ

- gqx89z72 - ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ
- kitchen vibe - ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ

​ເຈົ້າໜ້າ​ທີ່​ຫວຽດນາມ ກ່າວ​ວ່າ: ນ້ຳຖ້ວມ ​ແລະ ດິນ​ເຈື່ອນ​ຢູ່​ຫວຽດນາມ​ຈາກ​ພາຍຸ​ເຂດ​ຮ້ອນ​ພັດ​ຖະຫລົ່ມ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 37 ຄົນ, ສູນຫາຍ 40 ຄົນ, ​ເຮືອນ​ຫລາຍ​ຫລັງ​​ເປ່​ເພ ​ແລະ ​ເນື້ອທີ່​ກະສິກຳ​ເສຍ​ຫາຍ ທາງ​ພາກ​ເໜືອ ​ແລະ ພາກ​ກາງຂອງ​ປະ​ເທດ.

ສຳ​ນັກ​ງານ​ຄວບ​ຄຸມ​ໄພພິບັດ​ຫວຽດນາມ ລາຍ​ງານ​ໃນ​ວັນ​ທີ 12 ຕຸລາ​ວ່າ: ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 21 ຄົນ, ​ເຮືອນ​ເສຍ​ຫາຍ ລວມກວ່າ 1.000 ຫລັງ, ຈົມ​ຢູ່​​ໃຕ້​ນ້ຳອີກ 16.740 ຫລັງ, ​ໂຄງສ້າງສາ​ທາ​ລະ​ນູປະ​ໂພ​ກ ​ແລະ ​ເນື້ອທີ່​ກະສິກຳ​ເສຍ​ຫາຍ​ຫລາຍ​ແຫ່ງ​ຢູ່​ແຂວງ​ທາງ​ພາກ​ກາງ ​ແລະ ພາກ​ເໜືອ, ພື້ນທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ຢູ່​ແຂວງ​ຮົວບິນ​ທາງ​ພາກ​ເໜືອ ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ 11 ຄົນ ​ແລະ ສູນຫາຍ 21 ຄົນ ພາຍຫລັງ​ພາຍຸ​ເຂດ​ຮ້ອນ​ພັດ​ຖະຫລົ່ມ​ທາງ​ພາກ​ກາງຂອງ​ຫວຽດນາມ ​ໃນ​ວັນ​ທີ 10 ຕຸລາ ​ແລະ ​ເຮັດ​ໃຫ້​ຝົນຕົກ​ໜັກ.

- Visit Laos Visit SALANA BOUTIQUE HOTEL - ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ
- 4 - ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ
- 3 - ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ
- 5 - ນ້ຳຖ້ວມ-ດິນເຈື່ອນຢູ່ຫວຽດນາມ ມີຜູ້ເສຍຊີວິດ 37 ຄົນ