ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້

ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້ - Untitled - ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້
ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້ - kitchen vibe - ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້

      ສໍານັກຂ່າວ The Guardian ຂອງອັງກິດລາຍງານວ່າ: ທ່ານ ໄຮບາຕຸລເລາະ ອັກຮຸນຊາດາ ຜູ້ນໍາສູງສຸດຂອງກຸ່ມຕາລີບັນ ປະກາດວ່າ: ທາງກຸ່ມໄດ້ກັບມາບັງຄັບໃຊ້ໂທດດຶກຫີນ ຫລື ຕີແມ່ຍິງຢູ່ບ່ອນສາທາລະນະ ຖ້າພົບວ່າຜູ້ຍິງຄົນນັ້ນມີຊູ້.

     ທ່ານ ອັກຮຸນຊາດາ ກ່າວໃນທ້າຍອາທິດຜ່ານມາວ່າ: “ພວກເຮົາຈະຕີຜູ້ຍິງ…. ພວກເຮົາຈະດຶກຫີນໃສ່ພວກນາງໃຫ້ຕາຍຢູ່ບ່ອນສາທາລະນະ (ຖ້າມີການຜິດປະເວນີ)”. ພ້ອມກ່າວວ່າ: “ພວກທ່ານອາດເອີ້ນສິ່ງນີ້ວ່າເປັນການລະເມີດສິດທິແມ່ຍິງ ເມື່ອພວກເຮົາດຶກຫີນ ຫລື ຕີແມ່ຍິງຢູ່ບ່ອນສາທາລະນະຂໍ້ຫາມີຊູ້ ເພາະມັນຂັດແຍ່ງຕໍ່ຫລັກການປະຊາທິປະໄຕຂອງພວກທ່ານ, ແຕ່ຂ້າພະເຈົ້າເປັນຕົວແທນຂອງອັລລໍ ແລະ ພວກທ່ານເປັນຕົວແທນຂອງຊາຕານ”.

ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້ - Visit Laos Visit SALANA BOUTIQUE HOTEL - ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້

     ນັກເຄື່ອນໄຫວດ້ານສິດທິແມ່ຍິງເບິ່ງວ່າ: ການເຄື່ອນໄຫວທີ່ເກີດຂຶ້ນເປັນການສືບຕໍ່ຄວາມພະຍາຍາມຂອງຕາລີບັນທີ່ຈະຕໍ່ຕ້ານອິດທິພົນຂອງປະເທດຕາເວັນຕົກ, ພ້ອມສະແດງຄວາມກັງວົນວ່າ: ແມ່ຍິງຢູ່ອັບການິດສະຖານອາດຕ້ອງກັບໄປສູ່ວັນທີ່ມືດມົນ ດັ່ງເຊັ່ນການປົກຄອງຂອງກຸ່ມຕາລີບັນໃນຍຸກ 1990.

     Afghan Witness ເຊິ່ງເປັນກຸ່ມນັກວິໄຈທີ່ເຝົ້າຕິດຕາມສະຖານະການດ້ານສິດທິມະນຸດຢູ່ອັບການິດສະຖານ ລາຍງານວ່າ: ສະເພາະປີຜ່ານມາ ຜູ້ພິພາກສາທີ່ກຸ່ມຕາລີບັນແຕ່ງຕັ້ງຂຶ້ນມາມີຄໍາສັ່ງໃຫ້ຕີ ຫລື ປະຫານຊີວິດຜູ້ກະທໍາຄວາມຜິດຢູ່ບ່ອນສາທາລະນະເຖິງ 417 ຄັ້ງ ແລະ ໃນຈໍານວນດັ່ງກ່າວເປັນຜູ້ຍິງ 57 ຄົນ.

     ນັບແຕ່ກຸ່ມຕາລີບັນກັບມາມີອໍານາດຢູ່ອັບການິດສະຖານອີກໃນເດືອນສິງຫາ 2021 ກຸ່ມຕາລີບັນກໍໄດ້ຍົກເລີກການໃຊ້ລັດຖະທໍາມະນູນຂອງອັບການິດສະຖານທີ່ເຄີຍໄດ້ຮັບການສະໜັບສະໜູນຈາກປະເທດຕາເວັນຕົກ, ພ້ອມໂຈະການໃຊ້ປະມວນກົດໝາຍທີ່ມີຢູ່ ໂດຍຫັນມາບັງຄັບໃຊ້ກົດໝາຍຊາຣີອະທີ່ເຂັ້ມງວດແທນ. ນອກຈາກນີ້ ພວກເຂົາຍັງສັ່ງຫ້າມບໍ່ໃຫ້ທະນາຍຄວາມ ແລະ ຜູ້ພິພາກສາຍິງປະຕິບັດໜ້າທີ່ນໍາອີກ.

ອ້າງອີງ:

ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້ - 3 - ຕາລີບັນຮື້ຟື້ນໂທດດຶກຫີນໃສ່ຜູ້ຍິງຈົນຕາຍຖ້າມີຊູ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!