ຫລາຍປັດໄຈເຮັດໃຫ້ເຫງົານອນຕະຫລອດ

- 021210 2017 - ຫລາຍປັດໄຈເຮັດໃຫ້ເຫງົານອນຕະຫລອດ
- kitchen vibe - ຫລາຍປັດໄຈເຮັດໃຫ້ເຫງົານອນຕະຫລອດ

– ກາເຟ : ດື່ມກາເຟໃນຕອນເຊົ້າໂດຍທີ່ກະເພາະອາຫານຍັງວ່າງຢູ່ຈະເຮັດໃຫ້ງ່ວງນອນໄດ້ ເພາະຫລັງຈາກດື່ມກາເຟໄດ້ 30 ນາທີ ກາເຟອີນຈະເຂົ້າໄປໃນກະແສເລືອດ ແລະ ໄປຫາສະໝອງສົ່ງຜົນໃຫ້ອົກຊີແຊນສົ່ງໄປຍັງສະໝອງຖືກສະກັດກັ້ນ ແລ້ວຄວາມງ່ວງກໍຈະຕາມມາ.

– ໝາກກ້ວຍ : ເປັນໝາກໄມ້ທີ່ໃຫ້ພະລັງງານຢ່າງໄວວາ ຊ່ວຍກຳຈັດຄວາມເຄັ່ງຄຽດ : ຮໍໂມນເຊໂຣໂທນິນ ແລະ ນໍເອພິເນຟຣິນ ຈາກໝາກກ້ວຍຈະຊ່ວຍໃຫ້ຮ່າງກາຍຫລັ່ງຮໍໂມນແຫ່ງຄວາມສຸກ, ແຕ່ຖ້າກິນໝາກກ້ວຍຫລາຍເກີນໄປຈະເຮັດໃຫ້ເຮົາກຽດຄ້ານ ແລະ ບໍ່ຢາກເຄື່ອນໄຫວຮ່າງກາຍ.

- Visit Laos Visit SALANA BOUTIQUE HOTEL - ຫລາຍປັດໄຈເຮັດໃຫ້ເຫງົານອນຕະຫລອດ

– ຊັອກໂກແລັດ : ສານ Phenylethylamine ໃນຊັອກໂກແລັດຈະເຮັດໃຫ້ງ່ວງນອນ ດັ່ງນັ້ນຊັອກໂກແລດຈຶ່ງປຽບດັ່ງຢາ ທີ່ຊ່ວຍໃຫ້ນອນຫລັບ ແລະ ຖ້າມີໂກໂກ້ໃນປະລິມານຫລາຍກໍຈະເຮັດໃຫ້ຮູ້ສຶກມີຄວາມສຸກ.

– ເຂົ້າໜົມເຮັດຈາກແປ້ງ :  ເບກເກີຣີ, ເຂົ້າໜົມໄຂ່, ເຂົ້າໜົມເຄັກຕ່າງໆ ຫາກກິນປະມານ 2 – 3 ອັນ ຈະຮູ້ສຶກງ່ວງນອນ ເພາະມີປະລິມານທາດແປັງຜັດຂາວຫລາຍ ແລະ ອຸດົມໄປດ້ວຍໄຂມັນນຳອີກ ເຊິ່ງໄຂມັນຈຳເປັນຕ້ອງໃຊ້ພະລັງງານໃນການຍ່ອຍ ດັ່ງນັ້ນ ເມື່ອກິນເຂົ້າໜົມປະເພດນີ້ເຂົ້າໄປຮ່າງກາຍກໍຈະດຶງເລືອດຈາກສະໝອງໄປຫາກະເພາະອາຫານເປັນຈຳນວນຫລາຍ ເມື່ອສະໝອງມີເລືອດຫລໍ່ລ້ຽງບໍ່ພຽງພໍກໍຈະເຮັດໃຫ້ງ່ວງນອນ ຫາກທ່ານຕ້ອງເຮັດວຽກຮີບດ່ວນ ກໍຄວນກິນເຂົ້າໜົມປະເພດນີ້ໜ້ອຍລົງ.

– ເຂົ້າໜົມປັງຂາວ ແລະ ເຂົ້າຂາວ : ອາຫານທຸກຊະນິດທີ່ເຮັດມາຈາກແປ້ງຜັດຂາວເມື່ອກິນເຂົ້າໄປແລ້ວຈະເຮັດໃຫ້ງ່ວງນອນໄດ້ ເຫດຜົນກໍຄື : ມັນເປັນຄາໂບໄຮເດຣດຊະນິດເລັ່ງດ່ວນ ຈຶ່ງເຮັດໃຫ້ມ້າມຕ້ອງຫລັ່ງອິນຊູລິນອອກມາຫລາຍ ຈຶ່ງເຮັດໃຫ້ນຳ້ຕານໃນເລືອດສູງຂຶ້ນ ແລະ ເຮັດໃຫ້ງ່ວງນອນ.

– ຖົ່ວເປືອກແຂງ : ມີກາກໄຍອາຫານຫລາຍ ເຊິ່ງຈະໄປຢຸດສະງັກຂະບວນການຍ່ອຍອາຫານ ແລະ ຍັງຖືກສົ່ງຕໍ່ໄປຍັງລຳໄສ້ ໃຫຍ່ໂດຍບໍ່ໄດ້ຍ່ອຍ ແລະ ກະຕຸ້ນແບັກທີເຣຍໃນລຳໄສ້ໃຫຍ່ທີ່ມີໜ້າທີ່ຈັດການກັບກາກໄຍອາຫານ ຜົນກໍຄື : ເຮັດໃຫ້ຍື່ງທ້ອງ ແລະ ງ່ວງນອນ ໂດຍສະເພາະຖ້າກິນຖົ່ວປະສົມເກືອກໍຈະທຳລາຍວິຕາມິນບາງຊະນິດ ເຊັ່ນ : ວິຕາມິນເບ ເຊິ່ງເປັນວິຕາມິນທີ່ຊ່ວຍໃຫ້ຮ່າງກາຍສົດຊື່ນຫ້າວຫັນ.

– ຂອງຫວານ : ເຂົ້າໜົມຫວານ, ເຄັກ, ຄຸກກີ້, ເຄື່ອງດື່ມຫວານໆ ນຳ້ຕານເຮັດໃຫ້ງ່ວງນອນ ແລະ ຍັງເປັນໂຕຍາດວິຕາ ມິນເບໄປຈາກຮ່າງກາຍນຳອີກ ເຊັ່ນ : ວິຕາມິນເບ 1, ເບ 3, ເບ 6 ແລະ ກົດໂຟລິກ ແລະ ເມື່ອຮ່າງກາຍຂາດແຄນວິຕາມິນດັ່ງກ່າວກໍຈະເຮັດໃຫ້ບໍ່ມີເຫື່ອແຮງ ຈຶ່ງສົ່ງຜົນໃຫ້ຮູ້ສຶກງ່ວງນອນ.

– ຜະລິດຕະພັນນົມ ຫລື ໂຢເກິດ : ເປັນອາຫານທີ່ມີປະໂຫຍດ, ແຕ່ຖ້າກິນໂຢເກິດເຂົ້າໄປຫລາຍກໍຈະເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມ ແລະ ໂປຣຕິນ, ແຕ່ໃນຂະນະດຽວກັນ ໂປຣຕິນທີ່ວ່ານີ້ກໍຈະແຍກກົດອະມິໂນຈາກຮ່າງກາຍ ເຊິ່ງຈະສົ່ງຜົນໃຫ້ມີກົດຫລາຍເກີນໄປໃນຮ່າງກາຍ ແລະ ເຮັດໃຫ້ງ່ວງນອນໄດ້ຕະຫລອດ.

- 5 - ຫລາຍປັດໄຈເຮັດໃຫ້ເຫງົານອນຕະຫລອດ
- 4 - ຫລາຍປັດໄຈເຮັດໃຫ້ເຫງົານອນຕະຫລອດ
- 3 - ຫລາຍປັດໄຈເຮັດໃຫ້ເຫງົານອນຕະຫລອດ
  • 1097 Posts
  • 0 Comments
iLike/LPN/20