UNHCR ຢູ່ໃນສະພາບກຽມພ້ອມ ກໍລະນີຜູ້ອົບພະຍົບໂຣຮິງຢາ

- 1507631881622 960x0 - UNHCR ຢູ່ໃນສະພາບກຽມພ້ອມ ກໍລະນີຜູ້ອົບພະຍົບໂຣຮິງຢາ
- kitchen vibe - UNHCR ຢູ່ໃນສະພາບກຽມພ້ອມ ກໍລະນີຜູ້ອົບພະຍົບໂຣຮິງຢາ

ສຳນັກງານ​ຂ້າ​ຫລວງ​ໃຫຍ່​ຜູ້​ລີ້​ໄພ​ແຫ່ງ​ສະຫະ​ປະຊາ​ຊາດ ຫລື UNHCR ​ເປີດ​ເຜີຍ​ໃນ​ວັນ​ທີ 10 ຕຸລາ​ວ່າ: ​ເຈົ້າໜ້າ​ທີ່​ປ້ອງ​ກັນຊາ​ຍ​ແດນ​ຂອງ​ບັງ​ກະລາ​ເທດ​ລາຍ​ງານ​ວ່າ: ​ໃນ​ວັນ​ທີ 9 ຕຸລາ, ຜູ້​ອົບ​ພະຍົບມຸດ​ສະ​ລິ​ມ​ໂຣຮິງ​ຢາ​ຫລາຍ​ກວ່າ 11.000 ຄົນ ຂ້າມ​ຊາຍ​ແດນ​ຈາກ​ມຽນມາ​ມາ​ບັງ​ກະລາ​​ເທດ ​ເຊິ່ງ​ເປັນ​ການ​ເພີ່ມ​ຈຳນວນ​ຂຶ້ນຢ່າງ​ວ່ອງ​ໄວ.

​ໂຄສົກ​ຂອງ UNHCR ກ່າວ​ຢູ່​ນະຄອນ​ເຈ​ນີວາ ຂອງ​ສະ​ວິດວ່າ: ຊາວ​ໂຣຮິງ​ຢາ​ຫລາຍ​ກວ່າ 5 ​ແສນ​ຄົນ ອົບ​ພະຍົບຈາກ​ມຽນມາ​ໄປ​ບັງ​ກະລາ​ເທດ​ນັບ​ແຕ່​ວັນ​ທີ 25 ສິງຫາ​ຜ່ານ​ມາ, ພາຍຫລັງ​ເກີດ​ເຫດ​ຮຸນ​ແຮງ​ຢູ່​ລັດ​ຍະ​ໄຂ່​ຂອງ​ມຽນມາ, ​ແຕ່​ຈຳນວນ​ຜູ້​ອົບ​ພະຍົບຫລຸດ​ລົງ​ເຫລືອ​ປະມານ​ວັນ​ລະ 2.000 ຄົນ​ໃນ​ອາທິດ​ຜ່ານ​ມາ, ​ແຕ່​ໃນ​ວັນ​ທີ 9 ຕຸລາ​ນີ້ ສະຖານະ​ການ​ຜູ້​ອົບ​ພະຍົບ​ເຮັດ​ໃຫ້ UNHCR ຕ້ອງ​ຢູ່​ໃນ​ສະພາບ​ກຽມພ້ອມ​ຂັ້ນສູງ​ອີກ ​ເນື່ອງ​ຈາກ​ຜູ້​ອົບ​ພະຍົບມີ​ຈຳນວນ​ເພີ່ມ​ຂຶ້ນ​ເປັນ​ວັນ​ລະ 11.000 ຄົນ ​ແລະ ຄາດ​ວ່າ​ອາດ​ຈະ​ມີ​ຜູ້​ອົບ​ພະຍົບຈຳນວນ​ຫລາຍ​ຂ້າມ​ຊາຍ​ແດນ​ມາ​ບັງ​ກະ​ລາ​ເທດ​ອີກ. ​ໂຄສົກ​ຂອງ UNHCR ກ່າວ​ວ່າ: ປັດຈຸບັນ​ນີ້​ຍັງ​ບໍ່​ຮູ້​ສາ​ເຫດ​ທີ່​ເຮັດ​ໃຫ້​ຜູ້​ອົບ​ພະຍົບມີ​ຈຳ​ນວນ​ເພີ່ມ​ຂຶ້ນອີກ, ​ແຕ່​ມີ​ລາຍ​ງານ​ວ່າ: ມີ​ການ​ພົບ​ເຫັນ​ໄຟ​ໄໝ້​ເກີດ​ຂຶ້ນບໍລິ​ເວນ​ໃກ້​ຊາຍ​ແດນ ​ແລະ ບັນຫາ​ອື່ນໆ​ອີກ. ຂະນະ​ດຽວ​ກັນ ອົງການ​ອະນາ​ໄມ​ໂລກ ​ເປີດ​ເຜີຍ​ວ່າ: ​ໄດ້​ດຳ​ເນີນ​ການ​ໃຫ້​ວັກ​ແຊງ​ເພື່ອ​ປ້ອງ​ກັນ​ພະຍາດ​ອະຫິວາ​ແກ່​ຜູ້​ອົບ​ພະຍົບຊາວ​ໂຣຮິງ​ຢາ​ທີ່​ຫາ​ກໍ​ເດີນທາງ​ເຂົ້າບັງ​ກະລາ​ເທດ ​ແລະ ປະຊາຊົນ​ໃນ​ທ້ອງ​ຖິ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ພະຍາດ​ລະບາດ​.

- Visit Laos Visit SALANA BOUTIQUE HOTEL - UNHCR ຢູ່ໃນສະພາບກຽມພ້ອມ ກໍລະນີຜູ້ອົບພະຍົບໂຣຮິງຢາ
- 3 - UNHCR ຢູ່ໃນສະພາບກຽມພ້ອມ ກໍລະນີຜູ້ອົບພະຍົບໂຣຮິງຢາ
- 4 - UNHCR ຢູ່ໃນສະພາບກຽມພ້ອມ ກໍລະນີຜູ້ອົບພະຍົບໂຣຮິງຢາ
- 5 - UNHCR ຢູ່ໃນສະພາບກຽມພ້ອມ ກໍລະນີຜູ້ອົບພະຍົບໂຣຮິງຢາ