ທະນາຄານແຫ່ງ ສປປ ລາວ ອອກແຈ້ງການບໍ່ໃຫ້ປະຊາຊົນຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດເຄື່ອນໄຫວທຸລະກຳຕ່າງໆ

- laos central bank 580x358 - ທະນາຄານແຫ່ງ ສປປ ລາວ ອອກແຈ້ງການບໍ່ໃຫ້ປະຊາຊົນຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດເຄື່ອນໄຫວທຸລະກຳຕ່າງໆ
- kitchen vibe - ທະນາຄານແຫ່ງ ສປປ ລາວ ອອກແຈ້ງການບໍ່ໃຫ້ປະຊາຊົນຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດເຄື່ອນໄຫວທຸລະກຳຕ່າງໆ

ຫ້ອງການທະນາຄານແຫ່ງ ສປປ ລາວ, ໄດ້ອອກແຈ້ງການເລກທີ 675/ຫກ, ລົງວັນທີ 28 ກັນຍາ 2017, ເຖິງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ຕຳຫລວດ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ກ່ຽວກັບ ການບໍ່ໃຫ້ຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງຈາກທະນາຄານແຫ່ງ ສປປ ລາວ, ຊຶ່ງປັດຈຸບັນ ມີບຸກຄົນ ແລະ ນິຕິບຸກຄົນຈຳນວນໜຶ່ງເຄື່ອນໄຫວ, ໂດຍສວຍໃຊ້ຊື່ທະນາຄານເປັນຕົ້ນ ແມ່ນທະນາຄານລາວພັດທະນາການກະເສດຈຳກັດ, ທະນາຄານ ເພື່ອການນຳເຂົ້າ ແລະ ສົ່ງອອກລາວ, ທະນາຄານເຊັນຊາ ຈຳກັດ ຫລື ອື່ນໆ, ຊຶ່ງທະນາ ຄານທີ່ກ່າວມານີ້ ແມ່ນບໍ່ໄດ້ຮັບອະນຸຍາດສ້າງຕັ້ງຈາກທະນາຄານແຫ່ງ ສປປ ລາວ ແລະ ບໍ່ມີຕົວຕົນຢູ່ ສປປ ລາວ. ສະນັ້ນ ເພື່ອຫລີກລ້ຽງບັນຫາທີ່ຈະສ້າງຄວາມບໍ່ສະຫງົບ ແລະ ເພື່ອປ້ອງກັນຄວາມເສຍຫາຍອາດເກີດຂຶ້ນໃນສັງຄົມ ທະນາຄານແຫ່ງ ສປປ ລາວ ຈຶ່ງອອກແຈ້ງການມາຍັງພາກສ່ວນຕ່າງໆຄື: 1. ໃຫ້ມີສະຕິ ແລະ ບໍ່ໃຫ້ຫລົງເຊື່ອຕໍ່ການໂຄສະນາໃຫ້ເຂົ້າຮ່ວມທຶນ ຫລື ເຮັດທຸລະກຳກັບບຸກຄົນທີ່ອ້າງຊື່ ທະນາຄານລາວພັດທະນາການກະເສດ ຈຳກັດ, ທະນາຄານ ເຊັນຊາ ຈຳກັດ, ທະນາຄານ ເພື່ອການນຳເຂົ້າ ແລະ ສົ່ງອອກລາວ, ເນື່ອງຈາກວ່າທັງ 3 ທະນາຄານທີ່ກ່າວມານີ້ ບໍ່ໄດ້ຮັບອະນຸຍາດສ້າງຕັ້ງຈາກທະນາຄານແຫ່ງ ສປປລາວ; 2. ຖ້າບຸກຄົນ ຫລື ນິຕິບຸກຄົນ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ ສົນໃຈເຮັດທຸລະກຳນຳທະນາຄານທຸລະກິດຢູ່ ສປປ ລາວ ແມ່ນສາມາດເຂົ້າມາພົວພັນກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ ຫລື ທ່ານສາມາດໂທສອບຖາມຂໍ້ມູນໄດ້ ເບີໂທ: 021223362 (ພະແນກການຂໍສ້າງຕັ້ງ). ສຳລັບລາຍຊື່ບັນດາທະນາ ຄານທຸລະກິດທີ່ໄດ້ຮັບອະນຸຍາດສ້າງຕັ້ງຢູ່ ສປປ ລາວ ທ່ານສາມາດເຂົ້າໄປກວດເບິ່ງຢູ່ໃນເວັບໄຊຂອງ ທຫລ (www.bol. Gov.la) ດັ່ງນັ້ນ ປະຊາຊົນ, ຊາວຄ້າຂາຍ, ພະນັກງານທະຫານ, ຕຳຫລວດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຊາບ ແລະ ຈົ່ງມີສະຕິບໍ່ໃຫ້ຫລົງເຊື່ອຕໍ່ການໂຄສະນາ ແລະ ການສວຍໃຊ້ຊື່ທະນາຄານ ທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງຈາກທະນາຄານແຫ່ງ ສປປ ລາວ.

- 4 - ທະນາຄານແຫ່ງ ສປປ ລາວ ອອກແຈ້ງການບໍ່ໃຫ້ປະຊາຊົນຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດເຄື່ອນໄຫວທຸລະກຳຕ່າງໆ
- 3 - ທະນາຄານແຫ່ງ ສປປ ລາວ ອອກແຈ້ງການບໍ່ໃຫ້ປະຊາຊົນຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດເຄື່ອນໄຫວທຸລະກຳຕ່າງໆ
- 5 - ທະນາຄານແຫ່ງ ສປປ ລາວ ອອກແຈ້ງການບໍ່ໃຫ້ປະຊາຊົນຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດເຄື່ອນໄຫວທຸລະກຳຕ່າງໆ
- Visit Laos Visit SALANA BOUTIQUE HOTEL - ທະນາຄານແຫ່ງ ສປປ ລາວ ອອກແຈ້ງການບໍ່ໃຫ້ປະຊາຊົນຫລົງເຊື່ອຕໍ່ການໂຄສະນາ ແລະ ສວຍໃຊ້ຊື່ທະນາຄານທີ່ບໍ່ໄດ້ຮັບອະນຸຍາດເຄື່ອນໄຫວທຸລະກຳຕ່າງໆ