ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ

- Traffic - ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ
- kitchen vibe - ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ

ວັນທີ 10 ຕຸລານີ້, ອົງການປົກຄອງນະຄອນຫລວງວຽງຈັນ ຮ່ວມກັບກະຊວງໂທຍາທິການ ແລະ ຂົນສົ່ງ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ນະຄອນຫລວງວຽງຈັນ, ພ້ອມຖື ໂອກາດນີ້ເປັນການສະເຫລີມສະຫລອງວັນສັບປະດາເຄຫາສະຖານໂລກ ຄົບຮອບ 32 ປີ, ໂດຍການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານນາງ ວິໄລຄໍາ ໂພສາລາດ ຮອງ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ.
ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານເຮົາ ຍາມໃດກໍໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຕົວເມືອງຢ່າງບໍ່ລົດລະ, ໂດຍນຳໃຊ້ທຸກທ່າ ແຮງ ແລະ ທຶນຮອນທີ່ມີຢູ່ນັ້ນ, ທັງຍາດແຍ່ງເອົາທຶນກູ້ຢືມ ແລະ ຊ່ວຍເຫລືອອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ, ໄດ້ມີຜົນສຳເລັດເປັນກ້າວໆມາ ພື້ນຖານໂຄງລ່າງໄດ້ຮັບການປົວແປງ, ມີລະບົບບໍລິຫານ ແລະ ບໍລິການຕົວເມືອງ, ລະບົບສຸຂະພິບານພຽງພໍກັບຄວາມຕ້ອງ ການຕົວຈິງ, ມີສິ່ງແວດລ້ອມທີ່ຍືນຍົງ ແລະ ໜ້າຢູ່, ເສດຖະກິດ-ສັງຄົມຂະຫຍາຍຕົວຕໍ່ເນື່ອງຕິດພັນກັບສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເພື່ອສົ່ງເສີມຄວາມສາມາດ ແລະ ການຜະລິດສິນຄ້າທີ່ເຊື່ອມໂຍງກັບຕ່າງປະເທດ. ແຕ່ແນວໃດກໍຕາມ ການວາງແຜນຈັດສັນຜັງເມືອງລະອຽດໃນເຂດໃຈກາງຕົວເມືອງ, ສ້າງ ແລະ ພັດທະນາຕົວເມືອງໃຫ້ມີສະພາບແວດລ້ອມທີ່ຍືນຍົງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນນັ້ນຍັງ ຈະຕ້ອງໄດ້ເອົາໃຈໃສ່ຫລາຍດ້ານ.
ໃນໂອກາດນີ້, ທ່ານຮອງເຈົ້າຄອງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງຈົ່ງເອົາໃຈໃສ່ຄົ້ນຄວ້າຈັດສັນແຜນຜັງລະອຽດໃຫ້ຄົບຊຸດສົມບູນ, ຮັບປະກັນໃຫ້ການພັດທະນາຖືກຕ້ອງຕາມທິດຊີ້ນຳລວມ ເພື່ອຄວາມສົມດູນລະຫວ່າງເຂດແຄວ້ນ, ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ແລະ ໃຫ້ສືບຕໍ່ພັດທະນາລະບົບພື້ນຖານໂຄງລ່າງ, ລະບົບການບໍລິຫານຕົວເມືອງ ແລະ ສຸຂາພິບານຄົບຊຸດ ພຽງພໍກັບຄວາມຕ້ອງການຕົວຈິງ, ສ້າງນະຄອນຫລວງໃຫ້ມີສິ່ງແວດລ້ອມທີ່ຍືນຍົງໜ້າຢູ່ ແລະ ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພັດທະນາຊຸມຊົນ ຫລື ບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນເຂດຊົນນະບົດ, ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານການພັດທະນາລົງເທື່ອລະກ້າວ; ພ້ອມທັງສ້າງຕົວເມືອງໃຫ້ມີຫລາຍສີສັນ, ໂດຍການເອົາໃຈໃສ່ປົກປັກຮັກສາບູລະນີຕົວເມືອງເກົ່າໃຫ້ກາຍເປັນພື້ນຖານທີ່ປົກປັກຮັກ ສາເອກະລັກທາງດ້ານສິລະປະວັດທະນະທຳທີ່ເປັນເອກະລັກຂອງຊາດ ແລະ ທ້ອງຖິ່ນມີການປະສານກົມກືນກັບການກໍ່ສ້າງພື້ນຖານໂຄງລ່າງ ກໍຄືກໍ່ສ້າງອັນໃໝ່ ແລະ ການປັບປຸງສິ່ງແວດລ້ອມຕົວເມືອງແບບຍືນຍົງ, ເອົາໃຈໃສ່ປົກປັກຮັກສາເຂດຊຸ່ມຊື່ນ, ຫ້ວຍໜອງຄອງບຶງ, ທຳມະຊາດໃນຕົວເມືອງ, ພື້ນທີ່ສາ ທາລະນະບໍ່ໃຫ້ຖືກບຸກລຸກ ຫລື ຖືກທຳລາຍ; ນອກນີ້ ຕ້ອງສືບຕໍ່ປັບປຸງ ແລະ ຍົກລະດັບຂີດຄວາມສາມາດຂອງການຈັດຕັ້ງ ແລະ ເຄື່ອງມືທາງດ້ານນິຕິກຳໃນການຄຸ້ມຄອງຕົວເມືອງໃຫ້ຄົບຊຸດ ເພື່ອການຄຸ້ມຄອງ ແລະ ການບໍລິການຕົວເມືອງໃຫ້ມີປະສິດທິພາບ, ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ນັບທັງພາກລັດ ແລະ ເອກະຊົນ, ປະຊາຊົນ ມີສ່ວນຮ່ວມໃນການກຳນົດວາງແຜນຄຸ້ມຄອງ ແລະ ພັດທະນາຕົວເມືອງໃຫ້ມີປະສິດທິຜົນ ແລະ ຍືນຍົງ.

- 4 - ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ
- 5 - ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ
- 3 - ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ
- Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງຫາລືການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ