ຄນລ ຈັດງານສະຫລອງວັນຄູແຫ່ງຊາດ

- teacher day - ຄນລ ຈັດງານສະຫລອງວັນຄູແຫ່ງຊາດ
- kitchen vibe - ຄນລ ຈັດງານສະຫລອງວັນຄູແຫ່ງຊາດ

ເມື່ອທ້າຍອາທິດຜ່ານມາ ນີ້, ຄະນະ ນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ທີ່ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ຈັດງານສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ ດ້ວຍບັນຍາກາດຝົດຟື້ນ, ໂດຍມີພະນັກງານຕາງໜ້າຈາກ ກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານ ວຽງວິໄລ ທ່ຽງຈັນໄຊ ອະທິການບໍດີ ຄະນະ ນິຕິສາດ-ລັດຖະສາດ ໄດ້ມີຄຳເຫັນໃນງານສະເຫລີມສະຫລອງດັ່ງກ່າວວ່າ: ວັນຄູແຫ່ງຊາດ 7 ຕຸລາ​ ໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນວິວັດຂອງຄູ ໂດຍສະເພາະ ແມ່ນນາຍຄູຄໍາ ທີ່ເປັນຄົນທໍາອິດ ທີ່ໄດ້ຮຽນປ 6 ປີ 1907 ໄດ້ເຂົ້າຮ່ວມການອົບຮົມຄູ ແລະ ເປັນຄູສອນໃນສະໄໝນັ້ນ, ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ເຫັນອິດທິພົນຂອງພະສົງ ໃນວຽກງານການສຶກສາ ພວກເຂົາຈຶ່ງໄດ້ຫັນນະໂຍບາຍ ເພື່ອຜັນຂະຫຍາຍໂຮງຮຽນ ໃຫ້ກ້ວາງອອກ ກ່ວາເກົ່າດ້ວຍຮູບການເປີດໃຫ້ ມີໂຮງຮຽນສ້າງຄູສົງ ໃນປີ 1907 ທີ່ວັດຈັນ ເຊິ່ງປະກອບມີພະສົງ 50 ກວ່າອົງ ເຂົ້າຮຽນ ​ເຊິ່ງ ທ່ານ ຄໍາ ກໍເປັນຄູສອນຢູ່ໂຮງຮຽນ ປະຖົມ ແຫ່ງນີ້ ຍ້ອນຈິດໃຈຮັກຊາດ ຂອງນາຍຄູຄໍາ, ໃນເວລາສິດສອນ ຢູ່ໂຮງຮຽນສ້າງຄູສົງນາຍຄູຄໍາ ໄດ້ເອົາໃຈໃສ່ສຶກສາໃຫ້ພຣະສົງ ທີ່ຈະເປັນຄູໃຫ້ມີຄວາມ ຮັກຊາດລາວ ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ໃນວັນທີ 2  ທັນວາປີ 1975 ການສຶກສາຂອງລາວ ໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວ ຈາກຕົວເມືອງ ໄປສູ່ຊົນນະບົດ, ລູກຫລານ ຂອງປະຊາຊົນບັນດາເຜົ່າ ໄດ້ເຂົ້າຮໍ່າຮຽນຢູ່ໃນໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນໍ້າໃຈ ຮັກຫອມປະເທດຊາດ, ມີຄວາມຮູ້ຄວາມ ສາມາດ.

- Visit Laos Visit SALANA BOUTIQUE HOTEL - ຄນລ ຈັດງານສະຫລອງວັນຄູແຫ່ງຊາດ

ທ່ານ ຄະນະບໍດີ ໃຫ້ຮູ້ວ່າ: ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບການ​ສຶກສາ​ ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງນັ້ນ, ຄູ​-ອາຈານ ຈະ​ຕ້ອງ​ໄດ້​ຕັ້ງໜ້າ​ຝຶກ​ຝົນ​ຫລໍ່​ຫລອມ ​ແລະ ພັດທະນາ​ຕົນ​ເອງ​ໃຫ້​ທັນ​ກັບ​ຍຸກ​ສະ​ໄໝ, ​ໂດຍ​ສະ​ເພາະ ​ແມ່ນ​ພັດທະນາ​ວິທີ​ການ​ສິດສອນ ​ແລະ ການ​ຄົ້ນຄວ້າ​ວິ​ໄຈ ​ທາງ​ດ້ານ​ວິທະຍາສາດ, ​ ​ເຊິ່ງຄູຕ້ອງ​ພັດທະນາ​ ການ​ສິດສອນ​ຂອງ​ຕົນ​ດ້ວຍ​ຫລາກຫລາຍ​ວິທີ ​ເພາະ​ບໍ່​ມີ​ວິທີ​ການ​ສິດສອນ​ໃດ ​ທີ່​ເປັນ​ຫລັກການ​ຕາຍ​ຕົວ ແລະ ອື່ນໆ. ໃນປີຜ່ານມາ ມີນັກສຶກສາຈົບຈາກຄະນະ ນິຕິສາດ-ລັດຖະສາດ ຈົບຈາກ ຄະນະຫລາຍກວ່າ 200 ຄົນ.

ແນວໃດກໍດີ, ໃນໄລຍະຜ່ານມາຄະນະນິຕິສາດ-ລັດຖະສາດໄດ້ມີຄວາມພະຍາຍາມໃນການບຸກບືນສູ້ຊົນເພື່ອສ້າງນັກສຶກສາໃຫ້ເປັນຄົນທີ່ມີຄວາມຮູ້ຄວາມສາມາດ, ມີຄຸນນະພາບເພື່ອຮັບໃຊ້ສັງຄົມ ປັດຈຸບັນຄະນະແມ່ນມີ 5 ພາກວິຊາຮຽນ ແລະ ຫລັກສູດຕໍ່ເນື່ອງ 4 ປີຄື: ກົດໝາຍແພ່ງ, ກົດໝາຍອາຍາ, ກົດໝາຍປົກຄອງ, ການຕ່າງປະເທດ, ກົດໝາຍທຸລະກິດ, ນອກນັ້ນຍັງມີບັນດາໂຄງການຮ່ວມມືກັບຕ່າງປະເທດເພື່ອພັດທະນາການສຶກສາເປັນຕົ້ນໂຄງການລຸກຊຳບວກສົ່ງເສີມການຄຸ້ມຄອງລັດດ້ວຍກົດໝາຍ ຊຶ່ງເລີ່ມປະຕິບັດໃນປີນີ້.

- 5 - ຄນລ ຈັດງານສະຫລອງວັນຄູແຫ່ງຊາດ
- 4 - ຄນລ ຈັດງານສະຫລອງວັນຄູແຫ່ງຊາດ
- 3 - ຄນລ ຈັດງານສະຫລອງວັນຄູແຫ່ງຊາດ