ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດ

- 22343961 1538382522892147 889608349 o - ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດ
- kitchen vibe - ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດ

- 22343961 1538382522892147 889608349 o 300x191 - ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດການແຂ່ງຂັນບານເຕະ ມິດຕະພາບໃນລະດັບທີມຊາດລາວ ຕາມປະຕິທິນ ຟີຟາ ເດ ແມ່ນລາຍການທີ່ຈັດຂຶ້ນຫຼັງ ທຸກໆລີກຂອງແຕ່ລະປະເທດ ໄດ້ພັກຊົ່ວຄາວເພື່ອໃຫ້ທີມ ຊາດໄດ້ມີການເຄື່ອນໄຫວ ເຊັ່ນດຽວກັບ ນັກເຕະທີ່ກັບມາ ຮັບໃຊ້ທີມຊາດລາວຊຸດໃຫຍ່ ລົງການແຂ່ງຂັນບານເຕະມິດຕະພາບ ພົບກັບ ທີມຊາດ ມາ ເກົາ ເມື່ອວັນທີ 2 ຕຸລາ 2017 ແລະ ທີມຊາດ ຮົງກົງ ເມື່ອວັນ ທີ 5 ຕຸລາ 2017 ຢູ່ທີ່ສະໜາມ Mongkok Stadium ເຂດ ປົກຄອງພິເສດ ຮົງກົງ.
ກ່ອນໜ້ານີ້ ທີມຊາດລາວ ຊຸດໃຫຍ່ ປະກາດລາຍການຊື່ ນັກກີລາທີມຊາດລາວຊຸດໃຫຍ່ ເພື່ອເຂົ້າຮ່ວມແຂ່ງຂັນບານ ເຕະອຸ່ນເຄື່ອງຕາມປະຕິທິນ ຟີຟາ ເດ ເມື່ອເດືອນກັນຍາທີ່ ຜ່ານມາ ເຊິ່ງມີເຫດການທີ່ ໂດ່ງດັງຊົ່ວຂ້າມຄືນໃນໂລກ ອອນລາຍ (ເຟສບຸກເພຈ) ໜຶ່ງໄດ້ວິຈານວ່າ: ສຕລ ເລຶອກ ນັກເຕະທີມຊາດລາວ ເອົາແຕ່ ລູກຫຼານຂອງຕົວເອງ.
ເຊິ່ງຜົນງານຫຼ້າສຸດຂອງ ທີມຊາດລາວຊຸດໃຫຍ່ ລົງ 2 ສະໜາມເສຍທັງໝົດປະກອບດ້ວຍ ເສຍໃຫ້ ມາເກົາ 1-3 ແລະ ເສຍໃຫ້ ທີມຊາດຮົງກົງ 0-4; ຈາກຜົນດັ່ງກ່າວ ໃນ ລາຍການຟີຟາ ເດ ສົ່ງຜົນໃຫ້ ແຟນບານບໍ່ພໍໃຈຕໍ່ຜົນງານ ຂອງທີມຊາດລາວຊຸດໃຫຍ່ ທັງທີ່ໄດ້ ຄໍາແພງ ໄຊຍະວຸດທິ ແລະ ມິດສະພາ ສາຍໃຕ້ຟ້າ 2 ກອງໜ້າຄວາມຫວັງຂອງທີມຊາດລາວຊຸດໃຫຍ່ມາຊ່ວຍທີມ ແຕ່ກໍ່ບໍ່ມີຫຍັງພິເສດຂຶ້ນເລີຍ.
ຫຼ້າສຸດ, ຕໍ່ກັບບັນຫາດັ່ງ ກ່າວ ທ່ານ ປອ.ໄຊບັນດິດ ຣາ ຊະພົນ, ເລຂາທິການສະຫະ ພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ຄໍາເຫັນຕໍ່ທີມ ຊາດລາວຊຸດໃຫຍ່ ວ່າ: ການ ຄັດເລຶອກນັກເຕະທີມຊາດ ລາວທຸກໆລຸ້ນ ແມ່ນອີງຄວາມ ການຄັດເລຶອກຂອງຄູຝຶກ ແລະ ຄວາມສາມາດຂອງ ນັກເຕະເອງ ບໍ່ແມ່ນຂຶ້ນກັບ ສຕລ ເຊິ່ງທີມຊາດລາວຊຸດ ໃຫຍ່ແມ່ນ ທ່ານ Mike Wong ຫົວໜ້າຄູຝຶກ ທີ່ເປັນ ເຖິງຄູຝຶກມືອາຊີບລະດັບ A ລາຍເຊັນເປັນຜູ້ຄັດເລຶອກ, ສ່ວນທາງ ສຕລ ບໍ່ມີສິດກ້າວ ກ່າຍໃນການຕັດສິນໃຈຂອງຄູຝຶກ ແລະ ເພື່ອຢາກໃຫ້ທີມຊາດ ລາວມີການເຄື່ອນໄຫວ, ມີ ການຝຶກຊ້ອມນໍາກັນ ແລະ ເກັບຄະແນນສະສົມອັນດັບ ໂລກ (ຟີຟາ ແຣງກິງ) ລວມ ເຖິງມີອັນດັບດີຂຶ້ນ ທາງຄູຝຶກ ຈິ່ງໄດ້ສະເໜີໃຫ້ມີລາຍການ ແຂ່ງຂັນກັບຊາດໃນພາກພື້ນ ອື່ນໆນອກຈາກເຂດອາຊຽນ ຈິ່ງເອີ້ນນັກເຕະທີມຊາດລາວມາຄັດເລຶອກ.
“ເຊິ່ງຜົນທີ່ອອກມາເປັນທີ່ຫຼາຍຄົນສົນໃຈວ່າ: ເປັນ ຫຍັງທີມຊາດລາວຈິ່ງຜົນງານຕົກຕໍ່າ ເນື່ອງຈາກຫຼາຍປັດໄຈ ຄື: ທີມຊາດລາວຊຸດໃຫຍ່ບໍ່ໄດ້ ເຄື່ອນໄຫວຢ່າງຕໍ່ເນື່ອງເພາະຂາດງົບປະມານ ຕ້ອງເຂົ້າໃຈ ວ່່າ ງົບປະມານໃນການໃຊ້ ເຂົ້າໃນໂຕແມ່ນພວກເຮົາບໍ່ໄດ້ມາຈາກທາງພາກລັດ ແລະ ພາກສ່ວນອື່ນໆ ແມ່ນໃຊ້ງົບ ປະມານຂອງພວກເຮົາເອງ ແລະ ທີມຂາດຝຶກຊ້ອມກັນ ແບບພ້ອມໜ້າກັນຢ່າງຕໍ່ເນື່ອງ ແລະ ອີກປະ ເດັນສໍາຄັນ ກໍ່ໃຫ້ ເຂົ້າໃຈວ່າ ລະດັບຂອງນັກກີ ລາລາວໃນປັດຈຸບັນນີ້ກໍ່ສໍານີ້ ຊິໃຫ້ໄປຫວັງອັນໃຫຍ່ກັບປະ ເທດທີ່ມີການພັດທະນາແລ້ວກໍ່ຍາກ ທຽບໄດ້ງ່າຍໆສະໂມ ສອນອາຊີບໃນລາວ ມີຈັກສະ ໂມສອນນັບແລ້ວບໍ່ກາຍ 5 ສະ ໂມສອນ ແຕ່ທຽບກັບປະເທດ ອື່ນມັນແຕກຕ່າງກັນຫຼາຍ. ດັ່ງນັ້ນ, ທຸກຄົນຕ້ອງຊ່ວຍກັນ ຄົນລະໄມ້ລະມື ເພື່ອພັດທະນາ ວົງການບານເຕະລາວຂຶ້ນໄປ ເລື້ອຍໆ. ຢ່າງໃດກໍ່ຕາມ, ແຜນ ການຂອງທີມຊາດຊຸດໃຫຍ່ ຈະໃຫ້ມີການເຄື່ອນໄຫວເປັນ ໄລຍະໆຕາມປະຕິທິນ ຟີຟາ ເດ”.
ຂະນະທີ່ ທ່ານ Mike Wong ຫົວໜ້າຄູຝຶກທີມຊາດ ລາວ ໄດ້ກ່າວວ່າ: ການເຂົ້າ ຮ່ວມລາຍການນີ້ ເປັນການ ເພີ່ມປະສົບການໃຫ້ກັບນັກເຕະ ເນື່ອງຈາກວ່ານັກກີລາຊຸດນີ້ ເປັນທີມຊຸດໃໝ່ ເຊິ່ງນັກເຕະ ສ່ວນໃຫຍ່ແມ່ນມາຈາກນັກກີລາທີມຊາດລາວ ລຸ້ນອາຍຸ 23 ປີ ປະສົມປະສານກັບ ນັກເຕະ ຊຸດໃຫຍ່ ຈຳນວນໜຶ່ງ ເພື່ອ ເປັນການກຽມພ້ອມລາຍການແຂ່ງຂັນຢູ່ ເຂດປົກຄອງພິເສດ ໄຕ້ຫວັນ ໃນກາງເດືອນ ພະ ຈິກ ທີ່ຈະມາເຖິງນີ້.
ສ່ວນ ຄໍາແພງ ໄຊຍະວຸດ ທິ ກອງໜ້າຕົວເກັ່ງຂອງທີມ ຊາດລາວຊຸດໃຫຍ່ ກ່າວຕໍ່ຜົນ ງານ 2 ນັດຫຼ້າສຸດວ່າ: ການ ອຸ່ນເຄື່ອງ 2 ນັດທີ່ຜ່ານມາ ທີ່ພົບກັບ ມາເກົ໊າ ແລະ ຮົງກົງ ເຫັນວ່າ ອ້າຍນ້ອງເພື່ອນຮ່ວມ ທີມມີການພັດທະນາ ແລະ ຄິດວ່າ ຊຸດນີ້ເປັນທີມຊາດລາວ ທີ່ກໍາລັງສ້າງໃໝ່ ແນ່ນອນ ຈາກການເກັບກ່ຽວປະສົບ ການໃຫ້ຫຼາຍຂຶ້ນ ຈະເຮັດໃຫ້ ນັກກີລາລຸ້ນນ້ອງມີການພັດ ທະນາ ແລະ ແຂງແກ່ນຂຶ້ນ ເຊິ່ງຕາມການສັງເກດເຫັນວ່າ ນັກລຸ້ນນ້ອງມີຄວາມຫ້າວຫັນ ແລະ ເຮັດເຕັມທີ່ແລ້ວ ເຮັດ ໃຫຍ່ນັກເຕະມີຄວາມແຂງ ແກ່ນຫຼາຍຂຶ້ນ, ສ່ວນຄູ່ຝຶກຊຸດ ນີ້ ເຫັນວ່າ ມີການສອນ, ການ ວາງແຜນ ແລະ ການແນະນໍາ ດີ ເຊື່ອວ່າຈະພາທີມພັດທະນາ ຂຶ້ນໄປເລື້ອຍໆ.

- 3 - ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດ
- 5 - ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດ
- 4 - ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດ
- Visit Laos Visit SALANA BOUTIQUE HOTEL - ຫຼາຍປັດໄຈທີທີມຊາດລາວ ຊຸດໃຫຍ່ສູ້ຄູ່ແຂ່ງບໍ່ໄດ້ໃນລາຍການ ຟີຟາ ເດ