ສີພາຍຊາຍນ້ອຍອິດທິລິດຊະນະເລີດ ຊ່ວງເຮືອປະເພນີປະຈໍາປີ 2017

- 22195594 821848104660745 2375578315427229054 n - ສີພາຍຊາຍນ້ອຍອິດທິລິດຊະນະເລີດ ຊ່ວງເຮືອປະເພນີປະຈໍາປີ 2017
- kitchen vibe - ສີພາຍຊາຍນ້ອຍອິດທິລິດຊະນະເລີດ ຊ່ວງເຮືອປະເພນີປະຈໍາປີ 2017

ສີພາຍເຮືອຊ່ວງເພດຊາຍນ້ອຍອິດທິລິດສາມາດຍາດໄດ້ຂັນລາງວັນຊະນະເລີດໃນການແຂ່ງຂັນຊ່ວງເຮືອປະເພນີທ່າວັດຈັນປະຈໍາປີ 2017 ມາຄອງ, ພາຍຫລັງບຽດເອົາຊະນະສີພາຍເຮືອພັນທະມິດກໍ່ສ້າງແບບຫວຸດວິດ. ຂະນະທີ່ເຮືອຊ່ວງເພດຍິງແມ່ນນາວາ ສັກສິດໄດ້ຄອງແຊ້ມ.

ໃນໂອກາດບຸນອອກພັນສາປາວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2017 ຢູ່ຫລາຍທ້ອງຖິ່ນແມ່ນໄດ້ຈັດງານບຸນດັ່ງກ່າວ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເຊັ່ນດຽວກັນຢູ່ນະຄອນຫລວງວຽງຈັນກໍໄດ້ຈັດການແຂ່ງຂັນເຮືອຊ່ວງປະເພນີປະຈໍາປີຂຶ້ນທີ່ທ່າ ວັດຈັນເມືອງຈັນທະບູລີໃນວັນທີ 6 ຕຸລານີ້, ໂດຍມີ ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍມວນຊົນຊາວນະຄອນ ຫລວງວຽງຈັນເຂົ້າຮ່ວມຊົມຢ່າງຫລວງຫລາຍ.

ຄະນະກໍາມະການຈັດງານແຂ່ງຂັນ ໃຫ້ຮູ້ວ່າ: ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນຈໍານວນ 35 ລໍາ, ໃນນີ້ ເຮືອປະເພນີມີ 14 ລໍາ, ເຮືອສູດ 5 ລໍາ ແລະ ເຮືອກິລາ 12 ສີພາຍ 16 ລໍາ, ໂດຍໄດ້ເລີ່ມແຂ່ງຂັນແຕ່ວັນທີ 5 ຕຸລາໃນປະເພດເຮືອກິລາ ແລະ ເຮືອຊ່ວງເພດຍິງ ແລະ ໃນວັນທີ 6 ຕຸລາແມ່ນການແຂ່ງຂັນເຮືອເພດຊາຍ ແລະ ຜົນການແຂ່ງຂັນປາກົດວ່າເຮືອຊ່ວງນ້ອຍອິດທິລິດສາມາດຍາດໄດ້ຊະ ນະເລີດ, ໂດຍໄດ້ຮັບຂັນເງິນໜັກ 1 ກິໂລ ພ້ອມເງິນສົດ 20 ລ້ານກີບ, ອັນດັບສອງແມ່ນເຮືອພັນທະມິດກໍ່ສ້າງໄດ້ຮັບຂັນເງິນໜັກ 750 ກລາມ ພ້ອມເງິນສົດ 15 ລ້ານກີບ, ອັນດັບສາມແມ່ນເຮືອເທບພະແກ້ວໄດ້ຮັບຂັນເງິນໜັກ 500 ກລາມ ພ້ອມເງິນສົດ 10 ລ້ານກີບ, ສ່ວນອັນດັບສີ່ແມ່ນເຮືອນາງສາວກອງມະນີຄໍາໄດ້ຮັບເງິນສົດ 6 ລ້ານກີບ. ສ່ວນເຮືອເພດຍິງອັນດັບໜຶ່ງແມ່ນເຮືອ ນາວາສັກສິດ, ໄດ້ຮັບຂັນເງິນໜັກ 1 ກິໂລ ພ້ອມເງິນສົດ 20 ລ້ານກີບ, ອັນດັບສອງແມ່ນເຮືອສາຍຟ້າໄດ້ຮັບຂັນເງິນໜັກ 750 ກລາມ ພ້ອມເງິນສົດ 15 ລ້ານກີບ, ອັນດັບສາມແມ່ນເຮືອເທບປະທານໄດ້ຮັບຂັນເງິນໜັກ 500 ກລາມ ພ້ອມເງິນສົດ 10 ລ້ານ ກີບ ແລະ ອັນດັບສີ່ແມ່ນເຮືອເຈົ້າແມ່ປະກາຍສິດໄດ້ຮັບເງິນສົດ 6 ລ້ານກີບ. ນອກນີ້ຍັງມີເຮືອເຊິ້ງງາມອັນດັບໜຶ່ງໄດ້ຮັບເງິນ ສົດ 5 ລ້ານກີບ, ອັນດັບສອງ 3 ລ້ານກີບ ແລະ ອັນດັບສາມ 2 ລ້ານກີບ, ປະເພດເຮືອໄຟງາມອັນດັບໜຶ່ງໄດ້ຮັບເງິນສົດ 3 ລ້ານກີບ, ອັນດັບສອງ 2 ລ້ານກີບ ແລະ ອັນດັບສາມ 1 ລ້ານກີບ. ພ້ອມນີ້ຍັງມີລາງວັນເຮືອທີ່ມາທຽບທ່າກ່ອນມື້ເຂົ້າແຂ່ງຂັນແມ່ນໄດ້ຮັບ ເງິນສົດໜຶ່ງລ້ານກີບ.

ການຈັດງານບຸນດັ່ງກ່າວ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ລາວ ກໍຄືນະຄອນຫລວງວຽງຈັນ ທີ່ ສືບທອດກັນມາແຕ່ບູຮານນະການ, ພ້ອມທັງຮັບປະກັນໃຫ້ມີຄວາມເບີກບານ ມ່ວນຊື່ນ, ມີບັນຍາກາດຟົດຟື້ນຢູ່ໃນສັງຄົມ ນັບທັງສິນລະປະວັນນະຄະດີ, ການແຂ່ງຂັນ ຊ່ວງເຮືອປະເພດຕ່າງໆ, ໃຫ້ມີຄວາມເບີກບານ ມ່ວນຊື່ນ ແລະ ຟົດຟື້ນກວ່າປີຜ່ານ ມາ, ພ້ອມທັງຮັບປະກັນຄວາມສະຫງົບປອດໄພຮອບດ້ານໃຫ້ໄດ້ຮ້ອຍສ່ວນຮ້ອຍ, ພ້ອມນີ້ກໍ ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ທີ່ຈະຈັດຂຶ້ນ ພ້ອມໆກັບມື້ບຸນພະທາດຫລວງ ໃຫ້ມີບັນຍາກາດຟົດຟື້ນຍິ່ງໆຂຶ້ນ.

- 3 - ສີພາຍຊາຍນ້ອຍອິດທິລິດຊະນະເລີດ ຊ່ວງເຮືອປະເພນີປະຈໍາປີ 2017
- 4 - ສີພາຍຊາຍນ້ອຍອິດທິລິດຊະນະເລີດ ຊ່ວງເຮືອປະເພນີປະຈໍາປີ 2017
- 5 - ສີພາຍຊາຍນ້ອຍອິດທິລິດຊະນະເລີດ ຊ່ວງເຮືອປະເພນີປະຈໍາປີ 2017