6 ບັນຫາສຳຄັນ ທີ່ລັດຖະມົນຕີ ສສກ ເນັ້ນໃຫ້ຜູ້ບໍລິຫານອາຊີວະສຶກສາເອົາໃຈໃສ່ປະຕິບັດ
December 24, 2023 - 11:38 AM


ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ກ່າວໃນ ກອງປະຊຸມຜູ້ບໍລິຫານອາຊີວະສຶກສາທົ່ວປະເທດ ປະຈຳປີ 2023 ເມື່ອວັນທີ 21 ທັນວາ 2023 ວ່າ:
- ຮຽກຮ້ອງໃຫ້ສະຖານອາຊີວະສຶກສາ ຮ່ວມມືກັບສະຖານປະກອບການ ປັບປຸງຫຼັກສູດໃຫ້ແທດເໝາະກັບຄວາມຕ້ອງການຂອງພາກທຸລະກິດ, ຜັນຂະຫຍາຍມາດຕະຖານອາຊີບມາເປັນມາດຕະຖານຫຼັກສູດ ແລະ ຮ່ວມກັບສະຖານປະກອບການຈັດຕັ້ງການຮຽນການສອນແບບຄວບຄູ່ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ;
- ການຈັດການຮຽນການສອນໃຫ້ມີຫຼາຍຮູບແບບ ແລະ ຫຼາຍລະດັບທັງໄລຍະສັ້ນ ແລະ ໄລຍະຍາວ ຕາມຄວາມຕ້ອງການກຸ່ມເປົ້າໝາຍ ທັງໃນຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ໂດຍອີງຕາມກົດໝາຍອາຊີວະສຶກສາ ໃຫ້ມີທັງອາຊີວະສຶກສາໃນໂຮງຮຽນ ແລະ ນອກໂຮງຮຽນ, ຫຼາຍທ້ອງຖິ່ນກຸ່ມເປົ້າໝາຍເຂົ້າຫາເຮົາບໍ່ໄດ້ ເຮົາກໍຕ້ອງເຂົ້າໄປຫາເຂົາເຈົ້າ;
- ໃຫ້ສະຖານການສຶກສາແຕ່ລະແຫ່ງ ຮ່ວມມືກັບສະຖານປະກອບການ, ກຸ່ມອາຊີບໃນເຂດບໍລິການຂອງຕົນ, ກຳນົດຍຸດທະສາດການໃຫ້ບໍລິການອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ເຮັດການໂຄສະນາຫຼາຍຮູບແບບ ແລະ ໃຫ້ບໍລິການກຸ່ມເປົ້າໝາຍໃຫ້ແຂງແຮງຕື່ມ;
- ສະຖານອາຊີວະສຶກສາ ຕ້ອງເປັນເຈົ້າການສ້າງຜະລິດຕະພັນ ແລະ ນະວັດຕະກຳ ຕິດພັນກັບການຈັດການຮຽນການສອນ ແລະ ການໃຫ້ບໍລິການຮັບໃຊ້ສັງຄົມ; ທຸກພາກສ່ວນຕ້ອງເອົາໃຈໃສ່ເພີ່ມທະວີແນະແນວວິຊາຊີບໃຫ້ກວ້າງຂວາງ ແລະ ຫຼາຍຮູບແບບ;
- ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ-ຄູອາຈານ, ເພີ່ມທະວີຄວາມຮັບຜິດຊອບ ເປັນເຈົ້າການສິດສອນ, ພ້ອມກັນອົດທົນຜ່ານຜ່າໃນໄລຍະທີ່ພວກເຮົາມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພິເສດ ຢາກໃຫ້ຄູອາຈານອາຊີວະສຶກສາກາຍເປັນຜູ້ຊ່ຽວຊານ ສະເພາະດ້ານໃຫ້ຫຼາຍຂຶ້ນ;
- ເນັ້ນການອອກແບບຂອງໂຄງການອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ເບິ່ງລັກສະນະມະຫາພາກ, ແຈກຢາຍ ແລະ ກິດຈະກຳທີ່ອອກແບບໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຂອງບ້ານເຮົາ ຊຶ່ງໃນແຕ່ລະທ້ອງຖິ່ນກໍມີທ່າແຮງ ແລະ ຄວາມຕ້ອງການທັກສະທີ່ຕ່າງກັນ, ສຳຄັນແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ພື້ນຖານໂຄງລ່າງໃຫ້ສະຖານອາຊີວະສຶກສາໃນແຕ່ລະແຂວງ.
ໃນປີຜ່ານມາ ເຫັນວ່າວຽກງານການຮ່ວມມືກັບສະຖານການສຶກສາຕ່າງປະເທດ ແມ່ນຂະຫຍາຍຕົວຫຼາຍ, ສໍາຄັນແມ່ນສະເໜີໃຫ້ຜູ້ບໍລິຫານອາຊີວະແຕ່ລະຂັ້ນເປັນເຈົ້າການຍາດແຍ່ງໃຫ້ຢູ່ໃນທ່າບຸກ ບໍ່ແມ່ນທ່າຮັບ, ສໍາຄັນແມ່ນການຮ່ວມມືຕ້ອງຕອບສະໜອງຄວາມຕ້ອງການ, ຄວາມຈຳເປັນ ແລະ ເປັນການສ້າງຄວາມເຂັ້ມແຂງ ແລະ ຕອບສະໜອງຍຸດທະສາດຂອງພວກເຮົາໃນໄລຍະຍາວ.
ຂ່າວ: ໜັງສືພິມ ສຶກສາ ແລະ ກິລາລາຍວັນ