ປະທານປະເທດ ສົ່ງສານອວຍພອນ ວັນຊາດ ແລະ ວັນພໍ່ ແຫ່ງ ຣາຊະອານາຈັກໄທ


ວັນທີ 5 ທັນວາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ ຊຶ່ງສານມີເນື້ອໃນວ່າ:
ພະບາດສົມເດັດ, ເນື່ອງໃນໂອກາດວັນຄ້າຍວັນພະບໍຣົມມະຣາຊສົມພົບ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໃນນາມປະຊາຊົນລາວທັງຊາດ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະບາດສົມເດັດ, ພະຣາຊີນີ ແລະ ພະບໍຣົມວົງສານຸວົງທຸກພະອົງ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຖານປະເທດເພື່ອນບ້ານໃກ້ເຮືອນຄຽງ ລາວ-ໄທ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫລາຍທົດສະວັດຜ່ານມາ, ໂດຍສະເພາະນັບຕັ້ງແຕ່ສອງປະເທດໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ, ການພົວພັນຮ່ວມມືສອງຝ່າຍຍິ່ງໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ນັບມື້ນັບຫລາຍຂຶ້ນ, ພ້ອມດຽວກັນນັ້ນ ກໍເປັນການປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນາຖາວອນຢ່າງບໍ່ຢຸດຢັ້ງ.
ເນື່ອງໃນໂອກາດອັນເປັນສິຣິມຸງຄຸນນີ້, ຂ້າພະເຈົ້າຂໍໃຫ້ພະອົງ ຈົ່ງກະລຸນາຮັບເອົາຄໍາອວຍພອນໄຊອັນປະເສີດຈາກຂ້າພະເຈົ້າ, ຂໍໃຫ້ພະອົງຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ອາຍຸຍິ່ງຍືນນານ, ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນຊາວໄທ ກໍຄື ເພື່ອຄວາມຈະເລີນງອກງາມ ຂອງ ສາຍພົວພັນມິດຕະພາບສອງຊາດ ລາວ ແລະ ໄທ ຕະຫລອດໄປ ແລະ ຂໍສົ່ງຄຳອວຍພອນໄຊແດ່ ພະຣາຊີນີ ແລະ ພະບໍຣົມວົງສານຸວົງທຸກພະອົງ ຈົ່ງມີພະກະເສມສຳລານ ມານະໂອກາດນີ້ດ້ວຍ. ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານອວຍພອນເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ.