ແບັກທີເຣຍໃນຜົ້ງປາກສາມາດເຮັດໃຫ້ເປັນມະເຮັງລ້ຳໄສ້

- 022509 2017 - ແບັກທີເຣຍໃນຜົ້ງປາກສາມາດເຮັດໃຫ້ເປັນມະເຮັງລ້ຳໄສ້
- kitchen vibe - ແບັກທີເຣຍໃນຜົ້ງປາກສາມາດເຮັດໃຫ້ເປັນມະເຮັງລ້ຳໄສ້

ແບັກທີເຣຍໃນຜົ້ງປາກນອກຈາກຈະເປັນຕົ້ນເຫດນຳໄປສູ່ບັນຫາແຂ້ວຫລົ່ນແລ້ວ ກໍຍັງເປັນຕົ້ນເຫດເຮັດໃຫ້ເປັນພະຍາດມະເຮັງໃນລຳໄສ້ໄດ້ນຳອີກ.

ມະເຮັງລຳໄສ້ ຖືເປັນພະຍາດຮ້າຍທີ່ຂ້າຊີວິດຄົນອາເມລິກາມາຫລາຍແລ້ວເປັນອັນດັບຕົ້ນໆ ເຊິ່ງເມື່ອບໍ່ດົນມານີ້ ອີປິງຮານ ສາດສະດາຈານດ້ານແຂ້ວ ແລະ ທີມງານວິໄຈ ຈາກມະຫາວິທະຍາໄລ ເຄດສ໌ ເວສເຕິນ ໃນສະຫະລັດອາເມລິກາ ໄດ້ເປີດເຜີຍຜົນການສຶກສາວ່າ : ແບັກທີເຣຍໃນປາກທີ່ມີຊື່ວ່າ : Fusobacteria ເປັນໂຕການສຳຄັນທີ່ເຮັດໃຫ້ລະບົບປ້ອງກັນໃນຜົ້ງປາກອ່ອນແອລົງ ແລະ ສົ່ງຜົນໃຫ້ຈຸລັງມະເຮັງເຕີບໃຫຍ່ຂຶ້ນຈົນໄປເຮັດໃຫ້ເກີດຊີ້ນປົ່ງໃນລຳໄສ້ໃຫຍ່ຂຶ້ນມາ.

ຜົນການສຶກສາດັ່ງກ່າວຖືເປັນການສະໜັບສະໜູນຜົນການສຶກສາຂອງມະຫາວິທະຍາໄລຮາເວີດ ແລະ ສະຖາບັນພະຍາດມະເຮັງ ດານາຟາເບີ ຈາກສະຫະລັດທີ່ລະບຸກ່ອນໜ້ານີ້ວ່າ : Fusobacteria ມັກພົບຫລາຍໃນຊີ້ນປົ່ງຕ່າງໆໃນຮ່າງກາຍມະນຸດ ເຊິ່ງເປັນສັນຍານເຕືອນໃຫ້ນຳໄປສູ່ການກໍ່ພະຍາດມະເຮັງ. ດັ່ງນັ້ນການຮັກສາຄວາມສະອາດປາກ ແລະ ແຂ້ວເປັນປະຈຳຈຶ່ງເປັນສິ່ງສຳຄັນ ແລະ ບໍ່ຄວນເບິ່ງຂ້າມອີກຕໍ່ໄປ.

- 5 - ແບັກທີເຣຍໃນຜົ້ງປາກສາມາດເຮັດໃຫ້ເປັນມະເຮັງລ້ຳໄສ້
- 3 - ແບັກທີເຣຍໃນຜົ້ງປາກສາມາດເຮັດໃຫ້ເປັນມະເຮັງລ້ຳໄສ້
- 4 - ແບັກທີເຣຍໃນຜົ້ງປາກສາມາດເຮັດໃຫ້ເປັນມະເຮັງລ້ຳໄສ້
  • 1097 Posts
  • 0 Comments
iLike/LPN/20