ສາເຫດຕົ້ນຕໍທີ່ເສດຖະກິດ ຂອງ ສປປ ລາວ ເຕີບໂຕຊ້າລົງ
ວັນທີ 30 ສິງຫາ 2023 ທ່ານ ກິແກ້ວ ຈັນທະບູຣີ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ ແລະ ທິດທາງການແກ້ໄຂໃນຕໍ່ໜ້າ. ທ່ານໄດ້ຍົກໃຫ້ເຫັນວ່າ: ໂດຍລວມແລ້ວ ສາເຫດຕົ້ນຕໍທີ່ເຮັດໃຫ້ເສດຖະກິດຂອງລາວຂະຫຍາຍຕົວຊ້າລົງ ແມ່ນຍ້ອນພື້ນຖານດ້ານເສດຖະ ກິດຍັງບໍ່ທັນເຂັ້ມແຂງ ແລະ ຖືກກະທົບງ່າຍ ເນື່ອງຈາກການພັດທະນາໃນໄລຍະຜ່ານມາອີງໃສ່ຂະແໜງຊັບພະຍາກອນທໍາມະຊາດເປັນຕົ້ນຕໍ ໂດຍສະເພາະແມ່ນການສົ່ງ ອອກແຮ່ທາດທີ່ເປັນວັດຖຸດິບ ຊຶ່ງໄດ້ຮັບຜົນກະທົບໂດຍກົງຈາກການຫລຸດລົງຂອງລາຄາແຮ່ທາດໃນຕະຫຼາດໂລກນັບແຕ່ປີ 2016 ເປັນຕົ້ນມາ, ຂະນະທີ່ຖານການຜະລິດພາຍໃນບໍ່ໍ່ທັນແຂງແຮງ, ບໍ່ມີຈຸດສຸມ, ບໍ່ຕິດພັນກັບອຸດສາ ຫະກໍາປຸງແຕ່ງ ແລະ ບໍ່ທັນຫຼາກຫຼາຍ, ການສົ່ງອອກ ແລະ ການໄຫຼເຂົ້າຂອງເງິນຕາຕ່າງປະເທດບໍ່ທັນສົມຄູ່ກັນ ເມື່ອເກີດເຫດການບັງເອີນຕ່າງໆ ບໍ່ມີທຶນຮອນພຽງພໍເພື່ອແກ້ ໄຂປົວແປງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ລັດຖະບານ ມີຄວາມພະຍາຍາມປັບປຸງໂຄງສ້າງເສດ ຖະກິດຈາກການເອື່ອຍອີງຂະແໜງຊັບພະຍາກອນທໍາມະຊາດ ຫັນໄປສູ່ການຜະລິດທີ່ຫຼາກຫຼາຍ, ແຕ່ການຫັນປ່ຽນດັ່ງກ່າວຕ້ອງໄດ້ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ຈູງໃຈໃຫ້ແກ່ພາກທຸລະກິດທັງທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ: ການໃຫ້ນະໂຍບາຍ ແລະ ສິດທິພິເສດຕ່າງໆ, ຫລຸດ ຫຼື ຍົກເວັ້ນພາສີ-ອາກອນ ຊຶ່ງສົ່ງກະທົບໂດຍກົງຕໍ່ລາຍຮັບຂອງລັດຖະບານ. ນອກຈາກນີ້ ດ້ານສີມືແຮງ ງານ ແລະ ສະພາບແວດລ້ອມດ້ານການດໍາເນີນທຸລະກິດຢູ່ລາວ ຍັງບໍ່ໍ່ທັນເປັນທີ່ດຶງດູງໃຈໃຫ້ແກ່ນັກລົງທຶນເທົ່າທີ່ຄວນ ເຖິງວ່າບັນ ດາພາກສ່ວນກ່ຽວຂ້ອງມີຄວາມພະຍາ ຍາມປັບປຸງຫຼາຍແລ້ວກໍ່ຕາມ ແຕ່ຍັງບໍ່ທັນດຶງດູດການລົງ ທຶນໄດ້ເທົ່າທີ່ຄວນ.
ສິ່ງສໍາຄັນອີກຢ່າງໜຶ່ງແມ່ນຈຸດພິເສດ ແລະ ລັກສະນະສະເພາະຂອງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງປະເທດເຮົາ ນັ້ນຄື: ດ້ານງົບປະມານຂາດດູນຊໍ້າເຮື້ອ ຍ້ອນລາຍຮັບບໍ່ພຽງພໍທີ່ຈະສະໜອງໃຫ້ແກ່ຄວາມຕ້ອງ ການດ້ານພັດທະນາ ຈຶ່ງຈໍາເປັນຕ້ອງກູ້ຢືມຈາກພາຍໃນ ແລະ ຕ່າງປະເທດເພື່ອມາລົງທຶນ ໂດຍສະເພາະການລົງ ທຶນໃສ່ການກໍ່ສ້າງໂຄງລ່າງພື້ນຖານທາງດ້ານເສດຖະກິດ, ດ້ານລາຍຮັບ-ລາຍຈ່າຍ ຂອງລັດຖະບານ ຍັງບໍ່ທັນດູນດ່ຽງກັນ. ເຖິງວ່າລັດຖະບານ ກໍຄືກະຊວງການເງິນພະຍາຍາມປັບປຸງການເກັບລາຍຮັບ ແຕ່ກໍພໍກຸ້ມແຕ່ລາຍຈ່າຍດ້ານບໍລິ ຫານ, ສ່ວນລາຍຈ່າຍເພື່ອການລົງທຶນຈໍາເປັນຕ້ອງໄດ້ກູ້ຢືມ, ຄັງສໍາຮອງເງິນຕາຕ່າງປະເທດຢູ່ໃນລະດັບຕໍ່າທຽບກັບຄວາມຕ້ອງການນໍາເຂົ້າສິນຄ້າ ແລະ ການຊໍາລະໜີ້ສິນຕໍ່ຕ່າງປະເທດທີ່ເພີ່ມຂຶ້ນ.
ນອກຈາກນີ້ ປະເທດເຮົາມີເສດຖະກິດທີ່ບໍ່ເປັນທາງ ການ ແລະ ເສດຖະກິດນອກລະບົບຫຼາຍ ເຮັດໃຫ້ຫຍຸ້ງ ຍາກຫຼາຍໃນການຕິດຕາມ-ຄຸ້ມຄອງ ໂດຍສະເພາະຢູ່ຕາມຊາຍແດນ ເຖິງວ່າໄດ້ໃຊ້ມາດຕະການດ້ານບໍລິຫານແຕ່ຍັງສາມາດເລັດລອດໄປໄດ້, ພ້ອມນີ້ ຍັງມີບັນຫາການຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດຂອງແຮງງານລາວ ເຮັດໃຫ້ພາກທຸລະກິດພາຍໃນປະເທດປະເຊີນກັບບັນຫາຂາດແຄນແຮງງານ, ສ່ວນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ຍັງມີຄວາມຄືບໜ້າຊ້າເມື່ອທຽບກັບປະ ເທດອື່ນ ເຫັນໄດ້ຈາກການຈັດອັນດັບຂອງທະນາຄານໂລກໃນປີ 2019 ດັດຊະນີຄວາມສະດວກໃນການດຳເນີນທຸລະກິດຂອງລາວ ຢູ່ອັນດັບທີ 154 ໃນຈໍານວນ 190 ປະເທດ, ຕົກລົງມາອີກ 13 ອັນດັບ ຈາກອັນດັບທີ 141 ໃນປີ 2017 ມາຢູ່ອັນດັບທີ 154 ນັບແຕ່ປີ 2018 ເປັນຕົ້ນມາ.
ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ- ການເງິນທີ່ເກີດຂຶ້ນ ຢູ່ ສປປ ລາວ. ນອກເໜືອຈາກທີ່ລັດ ຖະບານໄດ້ວາງອອກຢ່າງລະອຽດໃນແຕ່ລະໄລຍະ, ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ສະເໜີ 3 ມາດຕະການໄລຍະສັ້ນ ແລະ ໄລຍະກາງ-ໄລຍະຍາວ ດັ່ງນີ້:
+ ໄລຍະສັ້ນ:
– ຕ້ອງສຸມໃສ່ເຮັດໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ກັບຄືນສູ່ສະ ພາບປົກກະຕິໂດຍໄວ. ຖ້າຫາກເສດຖະກິດມະຫາພາກບໍ່ມີສະຖຽນລະພາບ ຈະສົ່ງຜົນກະ ທົບໂດຍກົງຕໍ່ການດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ການດໍາລົງຊີວິດຂອງປະຊາຊົນ ເຮັດໃຫ້ທຸລະກິດຕ່າງໆ ສ່ຽງຕໍ່ການຢຸດສະງັກ ຫຼື ປິດກິດຈະການລົງໃນທີ່ ສຸດ, ພ້ອມນີ້ ຕ້ອງຢຸດຢັ້ງການເພີ່ມຂຶ້ນຂອງອັດຕາແລກ ປ່ຽນ ແລະ ເຮັດໃຫ້ຄົງທີ່ເສຍກ່ອນແລ້ວຈຶ່ງຄ່ອຍໆດຶງລົງ.
– ຕໍ່ກັບບັນຫາໜີ້ສິນສາທາລະນະ ແມ່ນເຫັນດີເປັນເອກະ ພາບກັບບັນດາມາດຕະການທີ່ລັດຖະບານພວມສຸມໃສ່ ເປັນຕົ້ນແມ່ນ ການຊອກແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນ ຊຶ່ງຈະຕ້ອງໄດ້ລົງເລິກຄົນຄວ້າຕື່ມ ໂດຍສະເພາະການເກັບລາຍຮັບຈາກການສົ່ງອອກຊັບພະ ຍາກອນທໍາມະຊາດໃຫ້ມີຄວາມສົມເຫດສົມຜົນຫຼາຍຂຶ້ນ, ພ້ອມທັງການເຈລະຈາປັບໂຄງສ້າງໜີ້ ແລະ ຜ່ອນຜັນ ຫຼື ເລື່ອນຊໍາລະ.
– ເພີ່ມທະວີຄວາມເອົາໃຈໃສ່ໃນການປັບໂຄງສ້າງເສດຖະ ກິດຈາກການເພິ່ງພາການນໍາເຂົ້າມາສຸມໃສ່ການຜະລິດພາຍໃນ ເພື່ອໃຫ້ກຸ້ມການບໍລິໂພກພາຍໃນ ແລະ ທົດແທນການນໍາເຂົ້າ, ເຖິງວ່າບໍ່ແມ່ນເລື່ອງງ່າຍ ແຕ່ພາກສ່ວນກ່ຽວ ຂ້ອງກໍຕ້ອງໄດ້ສຸມຄວາມພະຍາຍາມເຮັດໃຫ້ເປັນລະບົບ ແລະ ແຂງແຮງກວ່າເກົ່າ ທັງການຊ່ວຍເຫຼືອດ້ານເຕັກນິກວິຊາການ, ການຕະຫຼາດ ແລະ ການສະໜອງທຶນ.
– ເພີ່ມຄວາມເອົາໃຈໃສ່ຕໍ່ບັນຫາແຮງງານ ແລະ ການພັດ ທະນາຊັບພະຍາກອນມະນຸດ ເນື່ອງຈາກປະເທດເຮົາມີທ່າ ແຮງດ້ານປະຊາກອນໜຸ່ມ ຊຶ່ງປະຊາກອນໃນໄວອອກແຮງ ງານຂອງລາວທີ່ມີສັດສ່ວນຫຼາຍກວ່າໝູ່ໃນໄລຍະ 3 ທົດ ສະວັດຕໍ່ໜ້າ ໂດຍສະເພາະຮອດຕົ້ນຊຸມປີ 2050. ດັ່ງນັ້ນ, ຕ້ອງສຸມໃສ່ການພັດທະນາຊັບພະຍາກອນມະນຸດໃນໄລ ຍະດັ່ງກ່າວໃຫ້ສາມາດເປັນຖານສະສົມທຶນດ້ານພູມປັນຍາເພື່ອຂັບເຄື່ອນເສດຖະກິດ-ສັງຄົມຂອງປະເທດໃນທົດສະ ວັດນີ້ ແລະ ທົດສະວັດຕໍ່ໆ ໄປ, ທັງເປັນການສ້າງໂອກາດໃຫ້ປະຊາກອນໜຸ່ມຂອງປະເທດ ສາມາດປັບຕົວທາງດ້ານຄວາມຮູ້ ແລະ ສີມືແຮງງານ ເພື່ອຮອງຮັບການເຊື່ອມໂຍງທາງດ້ານເສດຖະກິດ-ສັງຄົມກັບພາກພື້ນທີ່ຫຼາຍຂຶ້ນ.
– ຕ້ອງຊຸກຍູ້ສົ່ງເສີມທົ່ວສັງຄົມຢ່າງຈິງຈັງ ແລະ ດໍາເນີນເປັນຂັ້ນຕອນໃນການຫັນຈາກສັງຄົມຊົມໃຊ້ໄປສູ່ສັງຄົມຜະລິດໃຫ້ຫຼາຍຂຶ້ນ. ໃນໄລຍະທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກນີ້ ຕ້ອງເອົາໃຈໃສ່ປະຕິບັດມາດຕະການປະຢັດ ຕ້ານການຟູມເຟືອຍ, ຫລຸດຜ່ອນ ແລະ ຈໍາກັດການຊົມໃຊ້ທີ່ບໍ່ໍ່ຈໍາເປັນ ໂດຍສະເພາະການຊົມໃຊ້ທີ່ຕິດພັນກັບການນໍາເຂົ້າຈາກຕ່າງປະເທດ.
+ ໃນໄລຍະກາງ-ໄລຍະຍາວ:
– ຕ້ອງຫັນໄປສູ່ການສ້າງຄວາມເຂັ້ມແຂງທາງດ້ານເງິນຕາ, ຄົ້ນຄວ້າມາດຕະການ ແລະ ວິທີການໃນການຄໍ້າປະກັນຄ່າຍຂອງເງິນກີບໃນອະນາຄົດດ້ວຍຮູບການເອົາຄໍາ ແລະ ວັດຖຸມີຄ່າ, ຫັນໄປສູ່ການສ້າງຄວາມຫຼາກຫຼາຍຂອງຄັງສໍາຮອງເງິນຕາຕ່າງປະເທດທີ່ປະກອບດ້ວຍເງິນຕາຫຼາຍສະ ກຸນແຂງ ເພື່ອຫລຸດຜ່ອນຄວາມສ່ຽງຈາກການເພິ່ງພາເງິນ ຕາຕ່າງປະເທດພຽງບາງສະກຸນ.
– ອາດຈະພິຈາລະນາສ້າງຕັ້ງຄະນະສະເພາະກິດ ຫຼື ສູນບັນ ຊາການແກ້ໄຂບັນຫາເລັ່ງດ່ວນ ແລະ ຄຸ້ມຄອງເສດຖະ ກິດມະຫາພາກທີ່ມີປະສິດທິພາບເຂັ້ມແຂງ ສາມາດປະ ຕິບັດໜ້າທີ່ໄດ້ຢ່າງທັນການ ແລະ ເປັນປະຈໍາ. ໄລຍະຜ່ານມາ ການປະຕິບັດໜ້າທີ່ຂອງບັນດາຂະແໜງການກໍຖືວ່າເຮັດໄດ້ດີແລ້ວ ແຕ່ວ່າກົນໄກການປະສານງານລະ ຫວ່າງບັນດາກະຊວງ ແລະ ອົງການ ບາງຄັ້ງຍັງມີຄວາມຊັກຊ້າເມື່ອເກີດບັນຫາກໍ່ບໍ່ສາມາດແກ້ໄຂໄດ້ທັນເວລາ.
– ປະຕິຮູບລະບົບການບໍລິຫານລັດໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບສະພາບ ການໃໝ່ໃນຍຸກດິຈິຕອນ, ຫັນໄປສູ່ລະບຽບກົດໝາຍຫຼາຍຂຶ້ນ ເພື່ອປ້ອງກັນ ແລະ ແກ້ໄຂລະບົບທີ່ພາໃຫ້ມີປະກົດການຫຍໍ້ທໍ້ຕ່າງໆ ລວມທັງການສໍ້ລາດບັງຫຼວງ.
– ສ້າງ ແລະ ປະຕິບັດໂຄງການປະຢັດຂອງລັດຖະບານ ແລະ ສັງຄົມທົ່ວປະເທດທີ່ມີປະສິດທິພາບ ປະຢັດຊັບພະ ຍາກອນ, ວັດຖຸ, ທຶນຮອນ, ງົບປະມານ ກ້າວໄປສູ່ສັງຄົມຜະລິດທຸລະກິດທີ່ສ້າງລາຍໄດ້ ພັດທະນາຍືນຍົງ ແລະ ສີ ຂຽວຢ່າງແທ້ຈິງເທື່ອລະກ້າວ.
– ສ້າງໂຄງການພັດທະນາເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນທີ່ມີທ່າແຮງຢູ່ ເປັນຕົ້ນແມ່ນທາງລົດໄຟ ແລະ ລະບົບໂລຈິສຕິກໃຫ້ເປັນຮູບປະທໍາຢ່າງແທ້ຈິງ, ໂຄງ ການຜະລິດສິນຄ້າຍຸດທະສາດປາຍແຫຼມຂອງປະເທດໃນໄລຍະຍາວ.
– ເພີ່ມຄວາມເອົາໃຈໃສ່ຕໍ່ວຽກງານການຄົ້ນຄວ້າ, ວິເຄາະວິໄຈລະອຽດຖີ່ຖ້ວນຕໍ່ບັນຫາຕ່າງໆ ລວມທັງບັນດານະ ໂຍບາຍ ແລະ ມາດຕະການກ່ອນທີ່ຈະຈັດຕັ້ງປະຕິບັດຕົວຈິງ.